Thursday, August 28, 2025
Homeຂ່າວພາຍໃນ7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນເປີດບໍລິການແລ້ວ

7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນເປີດບໍລິການແລ້ວ

ວັນທີ 25 ສິງຫາ 2025 ໄດ້ມີພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານ ໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven ສາຂາ ບ້ານນາໂບ, ເມືອງທ່າແຂກ, ທ່ານ ທາຕີ ຈິຣະບັນຈົງຈິດ ອໍານວຍການບໍລິສັດຊີພີລາວຈໍາກັດ, ມີບັນດາແຂກຖືກເຊີນເຂົ້າຮ່ວມ.

ຮ້ານ 7-Eleven ສາຂາທີ່ 19 ຂອງ ສປປ ລາວ ແລະ ສາຂາທໍາອິດຂອງແຂວງຄໍາມ່ວນ ຕັ້ງຢູ່ບ້ານນາໂບ ເມືອງທ່າແຂກ ແຂວງຄໍາມ່ວນ ເຊິ່ງຈະເປັນສູນລວມກິດຈະກໍາ ຍາມແລງຂອງບັນດາຜູ້ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ, ຮ້ານແຫ່ງນີ້ ບໍລິຫານໂດຍ ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ຮ່ວມທຸລະກິດຊາວລາວ, ມີປະສົບການໃນດ້ານທຸລະກິດອະສັງຫາລິມະຊັບ, ການບໍລິການ ແລະ ການທ່ອງທ່ຽວ, ມີຄວາມຕັ້ງ ແລະ ໃຈຈິງ ທີ່ຈະຍົກລະດັບຂະແໜງການບໍລິການ ເພື່ອສະໜັບສະໜູນອຸດສະຫະກໍາການທ່ອງທ່ຽວໃນທ້ອງຖິ່ນ ເພື່ອສ້າງວຽກງານ, ອາຊີບທັງທາງກົງ ແລະ ທາງອ້ອມໃຫ້ແກ່ຊາວລາວ.

ທ່ານ ນາງ ເພັດດາວວີ ບຸດທະວົງ ໄດ້ກ່າວວ່າ: ຮ້ານສະດວກຊື້ທັນສະໄໝ 7-Eleven ຈະຊ່ວຍອໍານວຍຄວາມສະດວກ ແລະ ເປັນທາງເລືອກໃນການນໍາສະເໜີສິນຄ້າຄຸນນະພາບໄດ້ມາດຕະຖານໃຫ້ກັບຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ເກີດການຂະຫຍາຍຕົວຂອງກິດຈະກໍາທີ່ກ່ຽວຂ້ອງກັບການທ່ອງທ່ຽວ ທີ່ຈະສ້າງລາຍຮັບໃຫ້ຜູ້ຄົນໄດ້ຫຼາຍຂຶ້ນ ນອກເໜືອຈາກການຈ້າງງານໂດຍກົງ ທັງນີ້ຍັງຖືເປັນການຝຶກອົບຮົມໃຫ້ຄົນຮຸ້ນໃໝ່ ໃຫ້ມີຄວາມຮູ້ທີ່ຈະເປັນປະໂຫຍດຕໍ່ການພັດທະນາທ້ອງຖິ່ນໃນໄລຍະຍາວ.

7-Eleven ເປັນແບຣນທີ່ໄດ້ຮັບການຍອມຮັບ ດ້ວຍຜະລິດຕະພັນທີ່ຫຼາກຫຼາຍມີຄຸນນະພາບ ມີລະບົບບໍລິຫານຈັດການທີ່ດີ, ມີໂອກາດໄດ້ຮັບການສະໜັບສະໜູນຈາກທີມງານ CP AII Lao ຕັ້ງແຕ່ການວາງແຜນ ການລົງທຶນ ແລະ ການຝຶກອົບຮົມພະນັກງານ ເຮັດໃຫ້ມີຄວາມເຊື່ອໝັ້ນວ່າຈະສາມາດປະສົບຄວາມສໍາເລັດ, ຮ່ວມສ້າງວຽກເຮັດງານທໍາ, ສ້າງອາຊີບ ແລະ ສ້າງຄວາມ ພາກພູມໃຈໃຫ້ກັບສັງຄົມລາວໄປພ້ອມໆ ກັນຢ່າງຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments