ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດຕັ້ງປາຖະກະຖາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ ຂຶ້ນໃນວັນທີ 27 ສິງຫານີ້ ທີ່ ຄອສພ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ, ມີຄະນະພັກ-ຄະນະນໍາ ບັນດາອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ແລະ ກະຊວງເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ວິລະວອນ ພັນທະວົງ ກ່າວຄໍາເຫັນວ່າ: ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນອະມະຕະຂອງປະທານ ໂຮ່ຈິມິນວ່າ: “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ”; ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້, ຕະຫຼອດໄລຍະ 80 ປີ ແຫ່ງການສະຖາປະນາ ສສ ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍສະເພາະການນໍາພາດໍາເນີນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ໄດ້ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ລະບົບເສດຖະກິດ ໄດ້ຮັບການພັດທະນາໃຫ້ຂະຫຍາຍຕົວໃນລະດັບສູງ, ໜັກແໜ້ນ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການພັດທະນາດີ, ວ່ອງໄວ, ຢ່າງຈະແຈ້ງ, ຖານະບົດບາດຄວາມເຊື່ອໝັ້ນໄວ້ວາງໃຈຂອງເພື່ອນມິດ ໃນເວທີພາກພື້ນ ແລະ ສາກົນນັບມື້ໄດ້ຮັບການເຊີດຊູສູງຂຶ້ນ ແລະ ເປີດປະຕູອອກສູ່ພາຍນອກ, ປະຕິບັດແນວທາງສ້າງປະເທດຫວຽດນາມໃຫ້ເປັນເອກະລາດ, ປະຊາທິປະໄຕ, ສະເໝີພາບ, ສີວິໄລ, ປະຊາຊົນຮັ່ງມີຜາສຸກ.

ໃນໂອກາດດັ່ງກ່າວ, ສະຫາຍ ຫງວຽນ ມິງເຕິມ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ, ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ຂອງການປະຕິວັດເດືອນສິງຫາ 1945 ຢູ່ຫວຽດນາມ, ຜົນງານ 80 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ, ມູນເຊື້ອ, ຜົນງານຂອງການພົວພັນຮ່ວມມືແບບພິເສດຫວຽດນາມ-ລາວ, ໃນຊຸມປີຜ່ານມາ ແລະ ບາງກຳນົດທິດທາງກ່ຽວກັບການພົວພັນຮ່ວມມືຫວຽດນາມ-ລາວໃນໄລຍະຈະມາເຖິງ, ກ່ຽວກັບມູນເຊື້ອການພົວພັນແບບພິເສດຫວຽດນາມ-ລາວ ພວກເຮົາຮູ້ແລ້ວວ່າ, ຫວຽດນາມ ແລະ ລາວ ແມ່ນສອງປະເທດເພື່ອນບ້ານທີ່ມີທີ່ຕັ້ງພູມສັນຖານ-ຍຸດທະສາດສໍາຄັນຫຼາຍ, ຮ່ວມນອນຢູ່ໃນແຫຼມອິນດູຈີນ, ອີງຫຼັງໃສ່ພູຫຼວງອັນຍິ່ງໃຫຍ່, ດື່ມນໍ້າຮ່ວມກັນຈາກແມ່ນໍ້າຂອງ ແລະ ມີຄວາມຄ້າຍຄືກັນຫຼາຍດ້ານວັດທະນະທໍາປະຫວັດສາດ, ສະໜິດສະໜົມ ແລະ ມີຄວາມສຳພັນມິດຕະພາບ ແລະ ການຮ່ວມມືອັນດີຕໍ່ເນື່ອງ, ສະໜິດສະໜົມກັນມາຕະຫຼອດປະຫວັດສາດ, ການສ້າງສາປະເທດຊາດປົກປ້ອງປະເທດຂອງສອງຊາດ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ແມ່ນສອງພັກທີ່ມີຮາກຖານຮ່ວມກັນຈາກພັກກອມມູນິດອິນດູຈີນ, ໃນຊຸມປີຕົ້ນຂອງການຕໍ່ສູ້ຕ້ານການຮຸກຮານ ແລະ ການກົດຂີ່ຂອງລ່າເມືອງຂຶ້ນຝຣັ່ງ, ເຖິງວ່າບັນດາຂະບວນການຕໍ່ສູ້ທັງໝົດຈະຖືກລ່າເມືອງຂຶ້ນກົດຂີ່ ແລະ ລຶບລ້າງ, ແຕ່ປະຊາຊົນສອງປະເທດ ຫວຽດນາມ-ລາວ ກໍຍັງຄົງຄຽງບ່າຄຽງໄຫຼ່. ນີ້ເປັນຫຼັກຖານຊັດເຈນວ່າການສ້າງຕັ້ງກອງກຳລັງສາມັກຄີໃນການຕໍ່ສູ້ໃນສະພາບການນັ້ນ, ປະທານ ໂຮຈິມິນ ໄດ້ໝູນໃຊ້ຫຼັກການຂອງມາກ-ເລນິນຢ່າງມີຫົວຄິດປະດິດສ້າງກັບເງື່ອນໄຂສະເພາະຂອງຫວຽດນາມ ເພື່ອກຳນົດເສັ້ນທາງປົດປ່ອຍຊາດຫວຽດນາມ ໃນທິດທາງຂອງການປະຕິວັດກຳມະຊີບ. ການສ້າງຕັ້ງຂອງພັກກອມມູນິດອິນດູຈີນ ຊຶ່ງເປັນຕົ້ນກຳເນີດ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນໄດ້ເປີດໜ້າປະຫວັດສາດອັນສະຫງ່າງາມຂອງຄວາມສຳພັນພິເສດ ຫວຽດນາມ-ລາວ, ການກຳເນີດຂຶ້ນຂອງພັກກອມມູນິດຫວຽດນາມ ໃນປີ 1930 ກັບການກຳນົດເສັ້ນທາງປະຕິວັດຂອງກຳມະຊີບໄດ້ເປີດໜ້າປະຫວັດສາດຄວາມສຳພັນພິເສດລະຫວ່າງສອງຊາດຫວຽດນາມ-ລາວ ຢູ່ໃນນໍ້າໃຈສາກົນກໍາມະຊີບອັນບໍລິສຸດ. ນີ້ແມ່ນພື້ນຖານທີ່ໝັ້ນຄົງຂອງຄວາມສາມັກຄີພິເສດຫວຽດນາມ-ລາວ ຊຶ່ງປະທານ ໂຮ່ຈິມິນ ແມ່ນ “ສະຖາປະນິກຜູ້ຍິ່ງໃຫຍ່” ຂອງມິດຕະພາບພິເສດນັ້ນ. ປະທານ ໄກສອນ ພົມວິຫານ ເຄີຍຂຽນຢ່າງເຄົາລົບກ່ຽວກັບປະທານ ໂຮ່ຈິມິນ ວ່າ: “ແນວຄິດ ແລະ ໄມຕີຈິດຂອງປະທານໂຮ່ຈິມິນແມ່ນແສງສ່ອງທາງ, ແມ່ນແຫຼ່ງກະຕຸ້ນແຮງສາມັກຄີຕໍ່ສູ້ ຂອງປະຊາຊົນຊາວລາວຂອງພວກເຮົາ. ຕັ້ງແຕ່ມື້ທີ່ການປະຕິວັດລາວຍັງຢູ່ໃນໄຂ່ ຈົນເຖິງເວລາທີ່ເຕີບໃຫຍ່, ປະທານ ໂຮ່ຈິມິນ ກໍໄດ້ໃສ່ໃຈ ແລະ ຊີ້ນໍາໃຫ້ທິດເຍືອງທາງ.”

ທ່ານກ່າວຕື່ມວ່າ: ໃນຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແຕ່ປີ 1930 ຫາ 1945, ສອງປະເທດ ຫວຽດນາມ-ລາວ ມີເງື່ອນໄຂປະຫວັດສາດຄ້າຍຄືກັນ, ມີເປົ້າໝາຍ ແລະ ຄວາມປາຖະໜາຮ່ວມກັນໃນການຍາດເອົາເອກະລາດ ແລະ ສິດເສລີ. ເສັ້ນທາງປົດປ່ອຍຂອງຊາດຫວຽດນາມຕາມເສັ້ນ ທາງປະຕິວັດກຳມະຊີບກໍແມ່ນເສັ້ນທາງທີ່ເໝາະສົມໃນການປົດປ່ອຍຊາດລາວອອກຈາກພາວະຖືກກົດຂີ່ ຊຶ່ງປະຕິບັດຕາມຫຼັກການຈັດຕັ້ງ ແລະ ການດໍາເນີນງານຂອງພັກການເມືອງ, ການເກີດຂຶ້ນຕາມລັດທິມາກ-ເລນິນ ແລະ ການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ, ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແຕ່ປີ 1945 ຫາ 1975, ຫຼັງຈາກໄດ້ຍາດເອົາອໍານາດການປົກຄອງ, ລັດຖະບານສອງປະເທດໄດ້ລົງນາມຂໍ້ຕົກລົງຊ່ວຍເຫຼືອລະຫ່ວາງ ຫວຽດນາມ-ລາວ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງທັບພັນທະມິດ ຫວຽດນາມ-ລາວ, ເພື່ອວາງພື້ນຖານດ້ານນິຕິກຳເບື້ອງຕົ້ນ ໃຫ້ແກ່ການຮ່ວມມື, ການຊ່ວຍເຫຼືອ ແລະ ການເປັນພັນທະມິດໃນການຕໍ່ສູ້ກັບສັດຕູຮ່ວມຂອງສອງຊາດ. ດ້ວຍທັດສະນະ “ອິນໂດຈີນແມ່ນໜຶ່ງສະ ໜາມຮົບ”, ໃນໄລຍະສົງຄາມຕ້ານສັດຕູຮ່ວມ ຂອງປະຊາຊົນສອງປະເທດ ຫວຽດນາມ-ລາວ ແຕ່ປີ 1945 ຫາ 1975, ສອງປະເທດໄດ້ປະສານຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທັງເປັນການປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ. ທັດສະນະຂອງປະ ທານ ໂຮ່ຈິມິນ ທີ່ວ່າ “ພວກເຮົາຖືຄວາມສຸກ ແລະ ຄວາມຮັ່ງມີຂອງອ້າຍນ້ອງລາວ ກໍຄືຂອງຕົນເອງ” ພ້ອມດ້ວຍຫຼັກການ “ຊ່ວຍເພື່ອນ ກໍຄືຊ່ວຍຕົນເອງ” ໄດ້ຖືກບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຊຶມຊັບ ແລະ ສືບຕໍ່ສ່ອງແສງສະຫວ່າງໃນຂະບວນການປະຫວັດສາດຂອງສອງຊາດ.