Wednesday, August 27, 2025
Homeຂ່າວຕ່າງປະເທດອາຊີຕາເວັນອອກສຽງເໜືອ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື

ອາຊີຕາເວັນອອກສຽງເໜືອ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື

ວິທະຍຸສາກົນແຫ່ງ ສປ ຈີນ, ວັນ​ທີ 26 ສິງ​ຫາ​ນີ້, ກອງ​ປະ​ຊຸມ​ໂຕະ​ມົ​ນວ່າ​ດ້ວຍ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີຕາ​ເວັນ​ອອກ​ສຽງ​ເໜືອ​ ຄັ້ງ​ທີ 4 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ” ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ສາງ​ຊູ່ນ ແຂວງ​ຈີຫລິນ​ຂອງ​ ສປ ຈີນ ໂດຍ​ມີ​ຜູ້​ຕາງ​ໜ້າ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ປະ​ມານ 160 ຄົນ ເຊິ່ງ​ລວມ​ເຖິງຜູ້​ຕາງ​ໜ້າ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​​ແລະ ວິ​ສາ​ຫະ​ກິດຈາກ 5 ປະ​ເທດ​ໃນ​ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ເໜືອ ​ເຂົ້າ​ຮ່ວມ ແລະ ຮ່ວມ​ກັນ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່​ວມ​ມື ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ໃນ​ປີ 2024, ຍອດ​ມູນ​ຄ່າການ​ຄ້າ​ ລະ​ຫວ່າງ ສປ ​ຈີນ​ ກັບ 5 ປະ​ເທດ ​ໃນ​ອາ​ຊີຕາ​ເວັນ​ອອກ​ສຽງ​ເໜືອ​ ມີ​ເຖິງ 901 ຕື້ກວ່າ​ໂດ​ລ​າສະຫະລັດ, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ປີ 2023, ກວມ​ເອົາ​ເກືອບ 15% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຕ່າງ​ປະ​ເທດ​ ຂອງ ສປ ​ຈີນ. ການ​ລົງ​ທຶນ​ເຊິ່ງ​ກັນ ​ແລະ ​ກັນ​ ລະ​ຫວ່​າງ ສປ ​ຈີນ ​ກັບ 5 ປະ​ເທດ​ດັ່ງ​ກ່າວ ມີ​ມູນ​ຄ່າຫລາຍກວ່າ 7 ຕື້​ໂດ​ລາສະຫະລັດ, ຂົງ​ເຂດ​ການ​​ຮ່ວມ​ມື​ການລົງ​ທຶນ​ໄດ້​ຂະ​ຫຍາຍກວ້າງ​ອອກ​ໄປສູ່​ຂົງ​ເຂດຈະ​ເລີນ​ໃໝ່ ເຊັ່ນ: ເສດ​ຖະ​ກິດດີ​ຈີ​ຕອນ, ການ​ພັດ​ທະ​ນາ​ສີ​ຂຽວ, ການ​ຜະ​ລິດ​ຂັ້ນ​ສູງ, ການ​ບໍ​ລິ​ການ​ທັນ​ສະ​ໄໝ ແລະ​ ອື່ນໆ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments