ພະແນກ ໂຍທາທິການ ແລະ ຂົນສົ່ງ ແຈ້ງ ປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ຄວບຄຸມລະບົບຂອງການຂົນສົ່ງ ລົດເມດ່ວນ ສັນຍາ CW1C ຂອງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ: ປະຈຸ ບັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ເລີ້ມກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ ຄວບຄຸມລະບົບ ການຂົນສົ່ງ ລົດເມດ່ວນ BRT ຢູ່ ເສັ້ນທາງຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ແລະ ຖະໜົນ 13 ໃຕ້ ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນການກໍ່ສ້າງຢູ່ຈຸດດັ່ງກ່າວ ມີຄວາມຈຳເປັນຈະໄດ້ປິດບາງຊ່ອງຈະລາຈອນຊົ່ວຄາວ ໃນລະຫວ່າງວັນທີ 30-31 ສິງຫາ 205 ລາຍລະອຽດດັ່ງນີ້:
1. ວັນເສົາ ວັນທີ 30 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງ ຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ໄປຫາ ເຂດບ້ານ ສະພັງເມິກ) ປະມານ 50 ແມັດ.
2. ວັນອາທິດ ວັນທີ 31 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງຖະໜົນ 13 ໃຕ້ ບ້ານໂພຄໍາ (ໜ້າສະໜາມກິລາ ຫຼັກ16) ເມືອງໄຊທານີ ນະຄອນຫຼວງວຽງຈັນ.