ວິທະຍຸກະຈາຍສຽງຫວຽດນາມ ນັບແຕ່ ວັນທີ 3-6 ກັນຍານີ້, ເວທີປາໄສເສດຖະກິດຝ່າຍຕາເວັນອອກ 2025 (EEF 2025) ຈະຈັດຂຶ້ນຢູ່ນະຄອນ Vladivostok, ຂຶ້ນກັບເຂດຕາເວັນອອກໄກຣັດເຊຍ, ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງເວທີປາໄສນີ້ ຢ່າງເປັນທາງການ ແລະ ຈັດຂຶ້ນເປັນປະຈຳປີ. ກອງທຶນ Roscongress, ຫົວໜ່ວຍຈັດຕັ້ງ EEF-2025, ໃຫ້ຮູ້ວ່າ: ຫົວເລື່ອງຂອງເວທີປາໄສປີນີ້ແມ່ນ “ຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມວັດຖະນາຖາວອນ”. ຄາດວ່າ, ໃນຂອບເຂດເວທີປາໄສ, ຈະມີປະມານ 90 ວາລະປະຊຸມຫົວເລື່ອງສະເພາະ, ແບ່ງເປັນ 7 ກຸ່ມ ຫົວເລື່ອງສະເພາະຈະໄດ້ຍົກອອກມາປຶກສາຫາລື, ໃນນັ້ນ, ສຸມໃສ່ບັນດາບັນຫາພັດທະນາເສຖະກິດ-ສັງຄົມເຂດຕາເວັນອອກໄກເຊື່ອມໂຍງ ເຂົ້າກັບ ພື້ນຖານເສດຖະກິດທົ່ວໂລກ, ດຶງດູດການລົງທຶນ, ພັດທະນາເຕັກໂນໂລຊີ, ການຮ່ວມມືສາກົນ, ພັດທະນາບັນດາໂຄງການ ຂ້າມຊາຍແດນ ແລະ ເພີ່ມທະວີການພົວພັນ ຄູ່ຮ່ວມມືກັບບັນດາປະເທດອາຊີ- ປາຊີຟິກ. ນອກຈາກນັ້ນ, ບັນດາການໂອ້ລົມ ສົນທະນາ ກ່ຽວກັບການດຳເນີນທຸລະກິດ ລະຫວ່າງຣັດເຊຍ-ສປ ຈິນ, ຣັດເຊຍ-ອາຊຽນ, ຣັດເຊຍ-ໄທ ກໍ່ຈະຖືກຈັດຂຶ້ນ ໃນຂອບເຂດເວທີປາໄສປີ 2025.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ