ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ປະທານຄະນະກຳມະການນະໂຍບາຍເງິນຕາ ໄດ້ກ່າວ ຕໍ່ກອງປະຊຸມວ່າ: ນັບແຕ່ກອງປະຊຸມ ຄັ້ງວັນທີ 12.6.2025 ຈົນຮອດປັດຈຸບັນ, ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາຂອງສະພາບໍລິຫານ ທຫລ ມີຜົນໄດ້ຮັບຄື: ອັດຕາເງິນເຟີ້ ສະເລ່ຍ 7 ເດືອນຕົ້ນປີ 2025 ຢູ່ໃນລະດັບ 10.18%, ສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ; ອັດຕາແລກ ປ່ຽນຂອງທະນາຄານທຸລະກິດ ທຽບເດືອນພຶດສະພາ 2025 ເງິນກີບ ທຽບເງິນໂດລາ ອ່ອນຄ່າ 0.11% ແລະ ເງິນກີບ ທຽບເງິນບາດ ອ່ອນຄ່າ 1.19%, ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງທະນາຄານທຸລະກິດ ກັບຕະຫຼາດກວ້າງອອກ ເປັນ 1.08% ສໍາລັບກີບ/ໂດລາ ແລະ 0.90% ສໍາລັບກີບ/ບາດ; ປະລິມານເງິນ M2 ຂະຫຍາຍຕົວ 11.92% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.
ກອງປະຊຸມ ຍັງຕີລາຄາ ແລະ ຄາດຄະເນສະພາບເສດຖະກິດ ຂອງລາວ ໃນຕໍ່ໜ້າ ຍັງຈະປະເຊີນກັບຄວາມທ້າທາຍຫຼາຍດ້ານ ທັງຈາກຄວາມບໍ່ແນ່ນອນ ຂອງສະພາບເສດຖະກິດສາກົນ, ຄວາມຜັນຜວນຂອງຕະຫຼາດ ໃນສາກົນ ທີ່ສົ່ງຜົນຕໍ່ລາຄາຄຳ ແລະ ລາຄານ້ຳມັນໃນຕະຫຼາດໂລກ ແລະ ການປັບນະໂຍບາຍຂອງຫຼາຍປະເທດ ເປັນຕົ້ນ ການປັບຫຼຸດອັດຕາດອກເບ້ຍນະໂຍບາຍຂອງ ສ. ອາເມຣິກາ ສົມ ທົບກັບປັດໄຈພາຍໃນ ໂດຍສະເພາະພື້ນຖານການຜະລິດຍັງບໍ່ທັນເຂັ້ມແຂງ ທີ່ເພິ່ງພາການນຳເຂົ້າເປັນສ່ວນໃຫຍ່. ລາຍຮັບເປັນເງິນຕາຕ່າງປະເທດ ສ່ວນໃຫຍ່ມາຈາກການຂາຍສິນຄ້າກະສິກຳ ຊຶ່ງເປັນແຫຼ່ງລາຍຮັບຕາມລະດູການ ສົ່ງຜົນໃຫ້ການສະໜອງເງິນຕາຕ່າງປະເທດ ບາງໄລຍະບໍ່ພຽງພໍກັບຄວາມຕ້ອງ ການ ແລະ ການປະເຊີນກັບລະດັບໜີ້ສິນ ຕໍ່ຕ່າງປະເທດຍັງສູງ ທີ່ເປັນແຮງກົດດັນ ຕໍ່ກັບອັດ ຕາແລກປ່ຽນໃນຕໍ່ໜ້າ.
ສໍາລັບ ດັດຊະນີການຊົມໃຊ້ ແລະ ອັດຕາເງິນເຟີ້ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2025; ສູນສະຖິຕິແຫ່ງຊາດ ຊີ້ວ່າ: ອັດຕາເງິນເຟີ້ ໃນເດືອນນີ້ ໄດ້ຫຼຸດລົງຢູ່ທີ່ 5.0% ເມື່ອທຽບໃສ່ເດືອນກໍລະກົດ ຫຼຸດລົງ 0.3% (5.3%). ໃນນີ້, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ; ໝວດເຫຼົ້າ ແລະ ຢາສູບ; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ; ໝວດທີ່ພັກອາໃສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ; ໝວດເຄື່ອງໃຊ້ໃນເຮືອນ; ໝວດຮັກສາສຸຂະພາບ ແລະ ຢາ; ໝວດການບັນເທິງ ແລະ ພັກຜ່ອນ; ໝວດການສຶກສາ; ໝວດຮ້ານອາຫານ ແລະ ໂຮງແຮມ ເຫັນວ່າໃນເດືອນສິງຫາ ແມ່ນຫຼຸດລົງເລັກໜ້ອຍທຽບໃສ່ເດືອນກໍລະກົດ 2025; ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງ ໃນເດືອນແລ້ວນີ້ ຢູ່ທີ່ -0.1% ສ່ວນເດືອນນີ້ແມ່ນ 2.6% ແລະ ໝວດສິນຄ້າ ແລະ ການບໍລິການອື່ນໆຢູ່ທີ່ 11.3% ສ່ວນເດືອນສິງຫາແມ່ນ 14.9% ໂດຍລວມແລ້ວເຫັນວ່າການເໜັງຕີງ ຂອງບາງໝວດລາຄາສິນຄ້າຄ່ອຍໆ ມີສະຖຽນລະພາບດີຂຶ້ຶ້ນເຊັ່ນກັນ.
ໃນຕໍ່ໜ້າ, ທຫລ ຈະສືບຕໍ່ດຳເນີນນະໂຍບາຍເງິນຕາ ຕາມທິດທາງແບບປະສົມປະສານ ໂດຍໃຫ້ສອດຄ່ອງກັບສະພາບເສດຖະກິດສາກົນ ແລະ ພາຍໃນ. ຊຶ່ງກອງປະຊຸມຄະນະກຳມະການນະໂຍບາຍເງິນຕາໃນຄັ້ງນີ້ ໄດ້ມີມະຕິຮັບຮອງເອົາ ຄື: ① ປັບຫຼຸດອັດຕາດອກເບ້ຍພື້ນຖານ ທຫລ ໄລຍະ 7 ວັນ ຈາກລະດັບ 9.5% ຕໍ່ປີ ມາເປັນ 9% ຕໍ່ປີ; ② ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີ ການຄຸ້ມຄອງຂອງລັດ ໂດຍຮັກສາຂອບການກຳນົດອັດຕາແລກປ່ຽນອ້າງອີງໃນລະດັບ 6.5%; ③ ປະຕິບັດນະໂຍບາຍສະໜັບສະໜູນ ເປັນຕົ້ນ ການຄຸ້ມຄອງເງິນຕາຕ່າງປະເທດ, ການລວມສູນບັນຊີເງິນຝາກຂອງລັດຖະບານ, ການພັດທະນາລະບົບຊຳລະ ແລະ ການຄຸ້ມຄອງໜີ້ສິນ ແລະ ④ ປະຕິບັດນະໂຍບາຍກະຕຸ້ນເສດຖະກິດ ດ້ວຍການປະຕິບັດນະໂຍບາຍສິນເຊື່ອໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຄົ້ນຄວ້າຍຸດທະສາດສິນເຊື່ອ ຕາມແຜນວາງໄວ້.