Tuesday, August 26, 2025
Homeຂ່າວໜ້າໜຶ່ງສໍາເລັດກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ອົງການກວດສອບແຫ່ງລັດຄັ້ງທີ III

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ອົງການກວດສອບແຫ່ງລັດຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ຜ່ານມາ ແລະ ໄດ້ປິດລົງໃນວັນດຽວກັນ, ໂດຍການເປັນປະທານ ຂອງສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ອົງການກວດສອບແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາສະຫາຍສະມາຊິກພັກເຂົ້າຮ່ວມ.

ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ອົງການກວດສອບແຫ່ງລັດ ໄດ້ລາຍງານຜົນກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຢັ້ງຢືນເຖິງຄວາມສາມັກຄີເປັນເອກະພາບຢູ່ພາຍໃນອົງຄະນະພັກ ທຸກບັນຫາທີ່ໄດ້ຍົກຂຶ້ນມາໃນກອງປະຊຸມລ້ວນແຕ່ໄດ້ຮັບການຄົ້ນຄວ້າປະກອບຄຳຄິດຄຳເຫັນເລິກເຊິ່ງຈາກບັນດາສະຫາຍຜູ້ແທນ ແລະ ໄດ້ຮັບຮອງຢ່າງເປັນເອກະສັນ, ໄດ້ພ້ອມກັນຄົ້ນຄ້ວາເຊື່ອມຊຶມບົດລາຍງານການເມືອງ ຂອງອົງຄະນະພັກ ອົງການກວດສອບແຫ່ງລັດ ຄັ້ງທີ III ຢ່າງເລີກເຊິ່ງ, ຕັ້ງໜ້າປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ. ຜ່ານພຶດຕິກຳແຫ່ງການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ພັກມອບໝາຍໃຫ້ ໄດ້ຍົກໃຫ້ພວກເຮົາເຫັນວ່າ: ອົງການກວດສອບແຫ່ງລັດໄດ້ເປັນເຈົ້າການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາ ຂອງປະເທດ; ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະຢ່າງບໍ່ຢຸດຢັ້ງ. ຜົນສຳເລັດທັງໝົດນັ້ນ ກໍບົນພື້ນຖານການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະນຳ ອົງການກວດສອບແຫ່ງລັດ ຢ່າງໃກ້ຊິດ ໂດຍສະເພາະການຄົ້ນຄວ້າ ແລະ ວິເຄາະວິໄຈສະຖານະການ, ສະພາບການທາງດ້ານເສດຖະກິດ-ການເງິນ ທັງໃນສະເພາະໜ້າ ແລະ ຍາວນານ ຂອງພັກ-ລັດຖະບານ; ອົງການກວດສອບແຫ່ງລັດ ຈຶ່ງເຮັດໜ້າທີ່ເຄື່ອນໄຫວ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

ພາຍໃຕ້ການນຳພາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ພວກເຮົາໄດ້ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະການນຳພາສຶກສາອົບຮົບການເມືອງ-ແນວຄິດ ເປັນວຽກໃຈກາງ ແລະ ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ໃຫ້ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ເຮັດດ້ວຍຫຼາຍຮູບການ ອັນໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຮັກສາໄດ້ມູນເຊື້ອຄວາມຈົງຮັກພັກດີ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ໄດ້ປະກອບສ່ວນ ເປັນກຳລັງແຮງອັນແຂງແກ່ນ ເຮັດໃຫ້ອົງຄະນະພັກ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ສໍາເລັດຜົນ.

ຕໍ່ກັບວຽກການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມແຜນຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມສະພາແຫ່ງຊາດ ຊຸດທີ IX ແລະ ຕາມການມອບໝາຍຂອງຂັ້ນເທິງ-ການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ຊຶ່ງສາມາດນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ບັນລຸຕາມແຜນການ ຈໍານວນ 600 ເປົ້າໝາຍ, ເທົ່າກັບ 100% ຂອງແຜນກວດສອບ ແລະ ຊຸກຍູ້ແກ້ໄຂຜົນການກວດສອບ 115 ເທື່ອເປົ້າໝາຍ ມີຜົນສໍາເລັດດັ່ງນີ້:

ຂົງເຂດງົບປະມານແຫ່ງລັດ ສາມາດກວດສອບເຫັນລາຍຮັບເພີ່ມ ລວມມີລາຍຮັບວິຊາການ, ເງິນຄໍ້າປະກັນຈາກການລະເມີດສັນຍາ, ເງິນປະກອບສ່ວນຊ່ວຍເຫຼືອຈາກສັງຄົມ ແລະ ລາຍຮັບອື່ນໆ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ເປັນເງິນ 2,351.90 ຕື້ກີບ, ລາຍຈ່າຍເພີ່ມ 229.55 ຕື້ກີບ; ໃນນັ້ນ: ສາມາດຊຸກຍູ້ການແກ້ໄຂຜົນການກວດສອບ ດ້ວຍການ ຈົດຮັບ-ຈົດຈ່າຍຜ່ານລະບົບງົບປະມານແຫ່ງລັດ 92.32 ຕື້ກີບ ແລະ ເກັບກູ້ເປັນເງິນຄືນເຂົ້າງົບປະມານແຫ່ງລັດໄດ້ 588.91 ຕື້ກີບ ລວມເຂົ້າກັນເປັນເງິນ 681.23 ຕື້ກີບ.

ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດ ສາມາດກວດສອບເຫັນການຈັດຊື້-ຈັດຈ້າງ ລວມເປັນເງິນ 86.62 ຕື້ກີບ ບໍ່ໄດ້ດໍາເນີນການປະມູນ, ບໍ່ສົມທຽບລາຄາຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້; ເບີກຈ່າຍເງິນບໍລິຫານບໍ່ຢູ່ໃນລະບຽບການ ແລະ ເບີກຈ່າຍເງິນອັດຕາຝຶກອົບຮົມເກີນລະບຽບການ ລວມເຂົ້າກັນເປັນເງິນ 139.84 ຕື້ກີບ ແລະ 5,204.30 ໂດລາ; ບໍ່ສະຫຼຸບສັງລວມຊັບສົມບັດຄົງທີ່ ກ່ອນຈະສິ້ນສຸດໂຄງການ ມູນຄ່າ 34.90 ຕື້ກີບ ສົ່ງໃຫ້ກະຊວງການເງິນຄຸ້ມຄອງ; ຈ່າຍເງິນນອກແຜນງົບປະມານໂຄງການ 129,460 ໂດລາ;

ຂົງເຂດທະນາຄານ ສາມາດກວດສອບເຫັນການປ່ອຍເງິນໃຫ້ກູ້ຢືມເກີນຂອບເຂດຂອງທຶນຊັ້ນໜຶ່ງ ທີ່ເປັນການລະເມີດຂໍ້ຫ້າມ ຈໍານວນ 13,653.78 ຕື້ກີບ, ການປ່ອຍເງິນໃຫ້ກູ້ຢືມເປັນເງິນຕາຕ່າງປະເທດ ທີ່ເປັນການລະເມີດກົດໝາຍ ຈໍານວນ 158.94 ລ້ານໂດລາ, 11.56 ລ້ານບາດ;

ຂົງເຂດວິສາຫະກິດ ສາມາດກວດສອບເຫັນ ບໍ່ໄດ້ສັງລວມຊັບສົມບັດຄົງທີ່ເຂົ້າໃນເອກະສານລາຍງານການເງິນ ຈໍານວນ 1,595.71 ຕື້ກີບ, ລາຍຮັບ ຈໍານວນ 500.54 ຕື້ກີບ ແລະ ລາຍຈ່າຍ 27.62 ຕື້ກີບ ລວມເຂົ້າກັນເປັນເງິນ 2,123.87 ຕື້ກີບ; ບໍ່ມອບພັນທະເຂົ້າງົບປະມານແຫ່ງລັດ ທັນຕາມກໍານົດເວລາ 11.94 ຕື້ກີບ; ສາມາດຊຸກຍູ້ແກ້ໄຂໄດ້ ຈໍານວນ 990 ລ້ານກີບ.

ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະສັນເລືອກເອົາຄະນະປະຈຳພັກ ອົງການກວດສອບແຫ່ງລັດ 3 ສະຫາຍ, ເລືອກເອົາສະຫາຍ ວຽງທະວີສອນ ເທບພະຈັນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ຕ້ອຍ ພົນທິລາດ ເປັນຮອງເລຂາ, ເລືອກເອົາສະຫາຍ ບຸນເລີດ ເທບວົງສາ ເປັນປະທານກວດກາ, ສະຫາຍ ໄພຍະເວດ ໂພທິສານ ເປັນຮອງປະທານກວດກາ ແລະ ເລືອກເອົາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ 13 ສະຫາຍ.

ໂອກາດທີ່ມີຄວາມໝາຍສຳຄັນ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ III ນີ້, ນອກຈາກ ພວກສະຫາຍ ຍັງໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ຢ່າງຖືກຕ້ອງຕາມລະບຽບຂອງພັກ ແລະ ແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ເຫັນວ່າໂຄງປະກອບຄະນະພັກຊຸດໃໝ່ ລ້ວນແຕ່ສ່ອງແສງໃຫ້ເຫັນເຖິງລັກສະນະສືບທອດຕໍ່ເນື່ອງ ລະຫວ່າງຮຸ່ນພະນັກງານຢ່າງເໝາະສົມ ເພື່ອເປັນຫົວຈັກຫຼັກແຫຼ່ງແກ່ນສານ ຊີ້ນຳ-ນຳພາ ອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຕໍ່ໜ້າ ຊຶ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງຜູ້ແທນກອງປະຊຸມ ກໍຄືຖັນແຖວພະນັກງານ, ສະມາຊິກພັກ ໃນທົ່ວຂະແໜງ ການ; ພ້ອມນັ້ນ, ຍັງເປັນການມອບໝາຍໜ້າທີ່ການເມືອງ ທີ່ສໍາຄັນທີ່ສຸດ ເພື່ອແບກຫາບພາລະອັນໃຫຍ່ຫຼວງໜັກໜ່ວງ ໃນເງື່ອນໄຂສະພາບການໃໝ່ ແລະ ຂ້າພະເຈົ້າ ຢາກເນັ້ນໜັກຕື່ມ ຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ດັ່ງນີ້:

ໜຶ່ງ: ໃຫ້ຕັ້ງໜ້າຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ນອນໃນການຄຸ້ມຄອງໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ, ການກະທຳ, ສາມາດຍູ້ຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ.

ສອງ: ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້.

ສາມ: ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ ທີ່ຈະນຳຜົນເສຍຫາຍມາສູ່ຕົນເອງ ແລະ ກົມກອງ.

ສີ: ຕ້ອງສືບຕໍ່ຕັ້ງໜ້າການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິດທໍາປະຕິວັດ, ເປັນແບບຢ່າງນໍາໜ້າ ດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ; ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງໃຈ ຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອ ກໍ່ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສຂາວສະອາດ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆຂອງຕົນ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຫ້າ: ສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ແລະ ຄວາມສາມັກຄີກັບທຸກພາກສ່ວນໃຫ້ແໜ້ນແຟ້ນ, ເຊີດຊູຊ່ວຍເຫຼືອ, ເຄົາລົບຊຶ່ງກັນ ແລະ ກັນ ບົນພື້ນຖານແນວທາງຂອງພັກ.

ສິ່ງສຳຄັນ ແມ່ນໃຫ້ຄະນະພັກຊຸດໃໝ່ຮີບຮ້ອນຈັດຕັ້ງຜັນຂະຫຍາຍວຽກງານຕ່າງໆເປັນໂຄງການ, ເປັນແຜນງານ ແລະ ສ້າງເປັນນິຕິກຳລະອຽດ ໂດຍເລີ່ມແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານ ອົງການກວດສອບແຫ່ງລັດ ລົງເຖິງຄະນະໜ່ວຍພັກຮາກຖານຂຶ້ນກັບ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບກັນທາງດ້ານທັດສະນະ ແລະ ການຈັດຕັ້ງປະຕິບັດຕົວຈິງ, ມີຄວາມເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ຢ່າງເປັນຂະບວນແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ; ພ້ອມດຽວກັນນັ້ນ, ກໍຮີບຮ້ອນໃຫ້ແບ່ງວຽກ-ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ຄະນະປະຈຳພັກໃຫ້ລະອຽດຈະແຈ້ງ; ເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ສິ່ງສຳຄັນການຖືກເລືອກເຂົ້າມາຢູ່ໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເພື່ອເຮັດໜ້າທີ່ອັນສຳຄັນ ຂອງພັກ, ຂອງລັດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍສະເພາະການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

ຂ່າວ-ພາບ: ອົງການກວດສອບແຫ່ງລັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments