ລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ ຍັງສືບຕໍ່ເຄື່ອນທີ່ຢູ່ທາງພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢຸ່ເກືອບທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢຸ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.