ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະ ຊວງສາທາລະນະສຸກຮ່ວມກັບອົງການກອຍກາປະຈຳລາວ ໃນການຈັດຕັ້ງປະຕິບັດໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ແລະ ປະຫວັດຄວາມເປັນມາກ່ຽວກັບໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ຈັດຂຶ້ນວັນທີ 22 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ຄຳໃສ ເດດລືໄຊ ຫົວໜ້າກົມປີ່ນປົວ ແລະ ຟື້ນຟູຫນ້າທີ່ການ ກະຊວງສາທາລະສະສຸກ ແລະ ທ່ານ ຊົງຊູ ໂອ ປະ ທານອົງການກອນຫາປະຈຳລາວ ມີ ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະສະສຸກ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນແຕ່ປີ 2025 ຫາ 2029 ງົບປະມານ 8.800.000 ໂດລາ ເຊິ່ງໄດ້ກຳນົດການຈັດຕັ້ງປະຕິບັດຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ 4 ແຂວງພາກເໜືອຄື ແຂວງອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ຈຸດປະສົງຂອງໂຄງການແມ່ນເພື່ອ ກໍ່ສ້າງ ແລະ ປະກອບສິ່ງອໍານວຍຄວາມສະດວກໃໝ່ໃຫ້ແກ່ສູນການແພດຟື້ນຟູໜ້າທີ່ການ (CMR) ນະຄອນຫຼວງວຽງຈັນ ແລະ ສາຂາສູນແຂວງອຸດົມໄຊ ເສີມສ້າງລະບົບການຟື້ນຟູທາງການແພດແຫ່ງຊາດ ລວມທັງລະບົບການສົ່ງຕໍ່ ແລະ ກົນໄກການປະສານງານ ເສີມຂະຫຍາຍຄວາມເປັນມືອາຊີບ ແລະ ຄວາມສາມາດທາງດ້ານການບົ່ງມະຕິຂອງບຸກຄະລາກອນທາງດ້ານການຟື້ນຟູທາງການແພດໂດຍຜ່ານໂຄງການເຝິກອົບຮົມຮອບດ້ານ ຂະຫຍາຍການເຂົ້າເຖິງການບໍລິການການຟື້ນຟູໂດຍຜ່ານການດໍາເນີນງານ ແລະ ຈັດຕັ້ງປະຕິບັດຂອງໜ່ວຍບໍລິການການຟື້ນຟູໜ້າທີ່ການ.
ກິດຈະກຳຫຼັກຂອງໂຄງການຄື ສ້າງໂຄງລ່າງພື້ນຖານທີ່ປອດໄພສຳລັບສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊ ທັງນີ້ກໍເພື່ອອອກແບບ ແລະ ກໍ່ສ້າງອາຄານໃໝ່ຢູ່ສູນການແພດຟື້ນຟູໜ້າທີ່ການ ແລະ ສາຂາສູນແຂວງອຸດົມໄຊ ສໍາລັບສູນການແພດຟື້ນຟູໜ້າທີ່ການແມ່ນປຸກສ້າງຕຶກກວດເຂດນອກ 2 ຊັ້ນ ປະກອບມີຫ້ອງກວດເຂດນອກ ຫ້ອງຊ່ອງໄຟຟ້າ ຫ້ອງວິເຄາະ ການຢາ ຫ້ອງຜ່າຕັດ ແລະ ຫ້ອງເຝິກອົບຮົມ ຫ້ອງການອົງການກ໋ອຍກ້າ ພ້ອມນັ້ນຍັງປະກອບດ້ວຍອຸປະກອນການແພດຟື້ນຟູໜ້າທີ່ການ ອົງຄະທຽມ ແລະ ເຄື່ອງຄໍ້າ ຊູ ສໍາລັບສາຂາສູນການແພດຟື້ນຟູໜ້າທີ່ການແຂວງອຸດົມໄຊແມ່ນປຸກສ້າງຕຶກອາຄານຊັ້ນດຽວ ແລະ ປະກອບອຸປະກອນຜະລິດອົງຄະທຽມ ເຄື່ອງຄໍ້າຊູ ແລະ ອຸປະ ກອນອື່ນທີ່ກຳນົດໄວ້ ການຈັດຕັ້ງປະຕິບັດໜ່ວຍງານບໍລິການເຄື່ອນທີ່ດ້ານອົງຄະທຽມ ແລະ ເຄື່ອງຄ້ຳຊູຈະມີການທົດລອງການເຄື່ອນໄຫວຟື້ນຟູໜ້າທີ່ການໃນ 4 ແຂວງພາກເໜືອ ຄື ແຂວງ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ຮັບ ປະກັນໃຫ້ສັງຄົມມີສ່ວນຮ່ວມການເຂົ້າເຖິງການບໍລິການຟື້ນຟູໂດຍສະເພາະຄົນເຈັບພິການ ເສຍອົງຄະ ຜູ້ສູງອາຍຸ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ໃນ ສປປ ລາວ ລວມທັງເດັກນ້ອຍຜູ້ໃຫ່ຍໄດ້ເຂົ້າຮັບການບໍລິການທີ່ມີຄຸນນະພາບທົ່ວເຖິງໂດຍບໍ່ເສຍຄ່າ.