ພິທີປະກາດຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກຄອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍການນໍາພັກ-ລັດ, ການນໍາບັນດາກະຊວງ, ບັນດາແຂວງ ຂອງສອງປະເທດ ລາວ-ຫວຽດນາມ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົຕ ວົງສອນ ອິນປານພິມ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຍົກໃຫ້ເຫັນຜົນສຳເລັດການເຄື່ອນໄຫວລົງສຳຫລວດ ແລະ ສ້າງເປັນເອກະສານມູນເຊື້ອຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ເຊິ່ງຄະນະຮັບຜິດຊອບ ການສຳຫລວດ ລາວ-ຫວຽດນາມ ໄດ້ເລີ່ມລົງສຳຫລວດ, ເກັບກຳຂໍ້ມູນຮອງຮອຍປະຫວັດສາດ ຕາມເສັ້ນທາງ ໂຮ່ຈີມິງ ຜ່ານດິນແດນເບື້ອງລາວ ແຕ່ທ້າຍປີ 2023, ນັບແຕ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື, ເຊິ່ງສາມາດລວບລວມ ແລະ ບັນທຶກໄດ້ທັງໝົດ 18 ຈຸດ ທີ່ສາມາດຮັບຮອງເອົາເປັນມໍລະດົກທາງປະຫວັດສາດ ຮ່ວມສຳພັນສູ້ຮົບ, ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງ 2 ຊາດ ລາວ-ຫວຽດນາມ. ພາຍຫລັງສຳເລັດການສໍາຫລວດຂໍ້ມູນ ຄະນະຝ່າຍຫວຽດນາມ ໄດ້ຄົ້ນຄວ້າ ແລະ ສ້າງເປັນເອກະສານປື້ມຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ເບື້ອງດິນລາວ ແລະ ຈັດພິມເປັນປຶ້ມສອງສະບັບຄື: ສະບັບພາສາລາວ ແລະ ພາສາຫວຽດນາມ, ຫລັງຈາກນັ້ນ, ກະຊວງປ້ອງກັນປະເທດ ໄດ້ຕົກລົງ ຈັດພິມເປັນປຶ້ມຂັ້ນພື້ນຖານ ຈໍານວນ 6 ຊຸດ, ລວມມີ 18 ຫົວ ຄື: ປຶ້ມຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ຈຳນວນ 6 ຫົວ; ປຶ້ມຮູບພາບບັນລະຍາຍ ຈຳນວນ 6 ຫົວ ແລະ ປຶ້ມແຜນທີ່, ຈຸດທີ່ຕັ້ງຊີ້ບອກເສັ້ນທາງເຂົ້າຫາ ຮ່ອງຮອຍຈໍານວນ 6 ຫົວ.

ສະຫາຍ ພົຕ ວົງສອນ ອິນປານພິມ ໃຫ້ຮູ້ອີກວ່າ: ເສັ້ນທາງ ໂຮ່ຈີມິງ ຜ່ານດິນລາວ ບໍ່ພຽງແຕ່ມີພາລະບົດບາດອັນສໍາຄັນ ເປັນເສັ້ນທາງລຳລຽງ ຂົນສົ່ງຍຸດທະສາດທາງດ້ານການທະຫານ, ພະລາທິການເທົ່ານັ້ນ ແຕ່ຍັງມີບົດບາດອັນສໍາຄັນ ກາຍເປັນທີ່ໝັ້ນຍຸດທະສາດ, ເປັນບ່ອນອີງປະກອບສ່ວນຊ່ວຍໜູນອັນສໍາຄັນໃຫ້ແກ່ການຕໍ່ສູ້ຂອງລາວ, ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນພາກໃຕ້ຫວຽດນາມ ແລະ ຂະບວນການຕໍ່ສູ້ ປະຕິວັດຂອງປະຊົນກຳປູເຈຍ, ຕີເອົາຊະນະສັດຕູຜູ້ຮຸກຮານ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ເສັ້ນທາງ ໂຮ່ຈີມິງ ຜ່ານດິນລາວ ຍັງຖືວ່າເປັນເສັ້ນທາງຮັບໃຊ້ສະໜາມຮົບລວມ ຂອງ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ, ກາຍເປັນມໍລະດົກໜຶ່ງຂອງການຮ່ວມສຳພັນສູ້ຮົບ ແລະ ຄວາມສາມັກຄີພິເສດ ອັນບໍລິສຸດຜຸດຜ່ອງຂອງປະຊາຊົນສອງຊາດລາວ-ຫວຽດນາມ. ເມື່ອເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານ ລາວ ແລະ ຫວຽດນາມ ຈຶ່ງໄດ້ຕົກລົງມອບໝາຍໃຫ້ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມກັນ ລົງສໍາຫລວດ, ເກັບກຳບັນດາຮ່ອງຮອຍທາງປະຫວັດສາດ ຕາມແລວເສັ້ນທາງ ສາຍພູຫລວງ-ເສັ້ນທາງໂຮ່ຈີມິງ ຜ່ານດິນລາວ ເລີ່ມມາແຕ່ ປີ 2023-2024 ຈຶ່ງສໍາເລັດ.
———————————
ພາບ: ກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ
ບົດຂ່າວ: ທະນູທອງ