ເພື່ອເປັນການລະນຶກເຖິງວັນດັ່ງກ່າວ, ປະຊາຊົນສປປເກົາຫຼີກຳລັງວາງພວງມາລາເພື່ອລະນຶກເຖິງຄຸນງາມຄວາມດີຂອງ ສະຫາຍ ກິມ ອິນ ຊູງ ແລະ ຫວນຄືນຄວາມຮູ້ສຶກອັນເລິກເຊິ່ງ ໃນການຄົ້ນຄວ້າອັນເປັນອະມະຕະຂອງເພິ່ນໃນການປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ສະຫາຍໄດ້ນໍາປະຊາຊົນໃນສົງຄາມຕໍ່ຕ້ານຍີ່ປຸ່ນທີ່ຫຍຸ້ງຍາກລໍາບາກໄປສູ່ໄຊຊະນະ, ບັນລຸເປົ້າຫມາຍປະຫວັດສາດຂອງການປົດປ່ອຍປະເທດຊາດ ແລະ ກໍ່ສ້າງປະເທດໃຫ້ເປັນລັດເອກະລາດອະທິປະໄຕ ແລະ ເປັນປະເທດສັງຄົມນິຍົມທີ່ໄດ້ຮັບໄຊຊະນະຂອງການປະຕິວັດຈູເຈ.
ການປະຕິວັດຕໍ່ສູ້ຕ້ານຍີ່ປຸ່ນໄດ້ຈັດຕັ້ງ ແລະ ນຳພາໂດຍສະຫາຍ ກິມ ອິນ ຊູງ ແມ່ນສົງຄາມປະຕິວັດເພື່ອແນໃສ່ເອົາຊະນະຈັກກະພັດຍີ່ປຸ່ນທີ່ມີຄວາມໂຫດຮ້າຍສາມານເພື່ອຍາດເອົາອຳນາດ ອະທິປະໄຕ ແລະ ກຽດສັກສີຂອງປະເທດຊາດ.
ໃນຕົ້ນຊຸມປີແຫ່ງການປະຕິວັດຂອງຕົນ, ສະຫາຍ ກິມ ອິນ ຊູງ, ຖືຫຼັກປັດຊະຍາທີ່ວ່າການເພິ່ງພາອາໄສກຳລັງຈາກຕ່າງປະເທດຈະບໍ່ນຳໄປສູ່ການປົດປ່ອຍປະເທດຊາດ, ຍຶດໝັ້ນແນວຄວາມຄິດເອກະລາດຂອງປະເທດຊາດ ແລະ ຄວາມມານະພະຍາຍາມຂອງພວກເຮົາເອງ – ແນວຄິດສຳເລັດການປະຕິວັດເກົາຫຼີ ດ້ວຍກຳລັງແຮງຂອງປະຊາຊົນເກົາຫຼີ. ສະຫາຍໄດ້ວາງເສັ້ນທາງອັນເປັນເອກະລັກສະເພາະຂອງການໂຮມປະເທດຊາດເປັນເອກະພາບຕ້ານຍີ່ປຸ່ນ ແລະ ການຕໍ່ຕ້ານຂອງທຸກຄົນໃນທົ່ວປວງຊົນ, ພ້ອມທັງໄດ້ປຸກລະດົມທົ່ວປວງຊົນລຸກຮືຂຶ້ນເປັນອັນໜຶ່ງອັນດຽວກັນດ້ວຍກຳລັງອາວຸດໃນການຕໍ່ຕ້ານຍີ່ປຸ່ນໃນທົ່ວປະເທດ, ດ້ວຍເຫດນີ້ຈື່ງເຮັດໃຫ້ເສັ້ນທາງປະຫວັດສາດແຫ່ງການປົດປ່ອຍປະເທດຊາດບັນລຸຜົນສຳເລັດ.
ອາດເວົ້າໄດ້ວ່າ ການປົດປ່ອຍປະເທດຊາດແມ່ນການຫວນຄືນການປະຕິວັດຕໍ່ສູ້ຍີ່ປຸ່ນທີ່ແກ່ຍາວມາເປັນເວລາ 20 ປີພາຍໃຕ້ການນຳພາຂອງສະຫາຍ ກິມ ອິນ ຊູງ ພ້ອມທັງເປັນການສະຫລຸບຂອງການຕໍ່ສູ້ຂອງວິລະຊົນໃນທົ່ວປວງຊົນ.
ດ້ວຍວິທີດັ່ງກ່າວນີ້, ການປົດປ່ອຍປະເທດໄດ້ນຳໄປສູ່ການກໍ່ສ້າງສັງຄົມນິຍົມທີ່ມີຈຸດໃຈກາງຂອງມະຫາຊົນ ແລະ ລັດສັງຄົມນິຍົມທີ່ເປັນອິດສະລະບໍ່ໄດ້ຮັບຜົນກະທົບຈາກການເຄື່ອນໄຫວໃດໆ.
ພາຍຫຼັງການປົດປ່ອຍ, ສະຫາຍ ກິມ ອິນ ຊູງໄດ້ສຳເລັດ 3 ວຽກງານກໍ່ສ້າງພັກ, ລັດ ແລະ ກອງທັບໃນໄລຍະເວລາອັນສັ້ນ ແລະ ພັດທະນາປະເທດສປປເກົາຫຼີຈາກລັດກະສິກອນທີ່ມີຄວາມຫລ້າຫລັງ, ເປັນປະເທດເອກະລາດ ແລະ ເປັນປະເທດສັງຄົມນິຍົມຈູເຈໃຫ້ໂລກມີຄວາມອິດສາ.
ປະຈຸບັນ, ສປປ ເກົາຫຼີ, ໄດ້ຮັບການຟື້ນຟູໂດຍ ສະຫາຍ ກິມ ອິນ ຊູງ ແລະ ພັດທະນາໂດຍ ສະຫາຍ ກິມ ເຈິງ ອິນ, ແມ່ນປະຕິບັດຕາມເສັ້ນທາງອັນສັກສິດຂອງການພັດທະນາຂອງຕົນພາຍໃຕ້ການນໍາພາຂອງສະຫາຍ ກິມ ເຈິງ ອຸນທີ່ເຄົາລົບເຊິ່ງກໍາລັງປະຕິບັດໃນພາລະກິດປະຕິວັດຂອງແບກດູທີ່ສະຫຼາດສ່ອງໃສ.
ຕາມຄວາມເປັນຈິງແລ້ວ, ຄວາມມຸ່ງມາດປາຖະໜາອັນຮັກຊາດທີ່ສະຫາຍ ກິມ ອິນ ຊູງແລະ ສະຫາຍ ກິມ ເຈິງ ອິນທີ່ເຄົາລົບນັບຖື, ສະຫາຍ ກິມ ເຈິງ ອຸນໄດ້ວາງແຜນການສ້າງມະຫາອຳນາດໂລກໃຫ້ເຂັ້ມແຂງ ແລະ ຮຸ່ງເຮືອງຕະຫຼອດໄປ ແລະ ໃນປະຈຸບັນ ພວມນຳພາການຕໍ່ສູ້ໄປເຖິງຈຸດໝາຍຄືສ້າງສາປະເທດຊາດໃຫ້ຊາວໂລກມີຄວາມອິດສາ.
ກຳລັງແຮງລວມແຫ່ງຊາດໄດ້ຮັບການເສີມຂະຫຍາຍຢ່າງສູງ ແລະ ສປປເກົາຫຼີໄດ້ຢືນຢູ່ແຖວໜ້າຂອງປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະຫານທີ່ບໍ່ມີໃຜສາມາດຮຸກຮານ.ພາລະບົດບາດຂອງສປປເກົາຫຼີນັບມື້ນັບສູງເດັ່ນຂຶ້ນກ່ວາເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສປປເກົາຫຼີ ແລະ ບັນດາປະເທດສັງຄົມນິຍົມໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກ່ວາເກົ່າ ແລະ ຮັບປະກັນໃຫ້ການປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີຢ່າງໝັ້ນຄົງ.
ສະຫາຍ ກິມ ເຈິງ ອຸນ ໄດ້ທັບມ້າງຄວາມອວດອ້າງຂອງການກະທໍາສົງຄາມຂອງພວກຈັກກະພັດ ແລະ ປະກອບສ່ວນອັນພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະລາດເພື່ອມະນຸດຊາດ, ໂດຍການໄດ້ຮັບການຍ້ອງຍໍສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ຂອງຄວາມຍຸດຕິທໍາ.
ຍ້ອນມີສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ, ຄຸນງາມຄວມດີອັນຍິ່ງໃຫ່ຍຂອງ ສະຫາຍ ກິມ ອິນ ຊູງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫຼອດໄປ.