Thursday, August 14, 2025
Homeຂ່າວໜ້າໜຶ່ງທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອິດສະລາມ ອີຣານ

ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອິດສະລາມ ອີຣານ

ໃນຕອນເຊົ້າວັນທີ 10 ສິງຫາ 2025, ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫລວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດອິນເດຍ.

ໃນໂອກາດດັ່ງກ່າວ, ທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລາມ ອີຣານ ແລະ ເຊື່ອໝັ້ນວ່າ ທ່ານທູດ ຈະຊ່ວຍເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບການສືບຕໍ່ເສີມຂະ ຫຍາຍ ຍິ່ງໆຂຶ້ນໃນອະນາຄົດ. ພ້ອມກັນນັ້ນ, ທ່ານກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ມາຊຸດ ເປແຊັສກຽນ, ປະທານາທິບໍດີ ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ອິດສະລາມ ອີຣານ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີ ສາທາລະນະລັດ ອິດສະລາມ ອີຣານ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ທ່ານສະດວກ. ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ອີຣານ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1967 ເປັນຕົ້ນມາ. ໃນຂະນະດຽວກັນ, ທ່ານທູດ ໄດ້ອວຍພອນໄຊໃຫ້ ທ່ານປະທານາທິບໍດີ ມາຊຸດ ເປແຊັສກຽນ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ.

ກ່ອນນັ້ນ ຕາມປະເພນີປະຕິບັດ ຂອງ ອີຣານ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Seyyed Abbas Araghchi ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ເພື່ອຍື່ນສຳເນົາສານຕາຕັ້ງ, ແນະນຳຕົວ ແລະ ແລກປ່ຽນຄຳຄິດຄຳເຫັນ ເຖິງການສົ່ງເສີມພົວພັນສອງຝ່າຍ. ພາຍຫລັງສໍາເລັດການຍື່ນສານຕາຕັ້ງ, ທ່ານທູດໄດ້ເຂົ້າພົບ Mr. Ali Asghar Mohammadi, ຫົວໜ້າກົມອາຊີຕາເວັນອອກ ແລະ ໂອເຊຍເນຍ/East Asia and Oceania/, ກະຊວງການຕ່າງປະ ເທດອີຣານ ແລກປ່ຽນຄຳຄິດເຫັນເຖິງການສົ່ງເສີມການພົວພັນ, ທ່າແຮງໃນການຮ່ວມມືສອງຝ່າຍ ລາວ-ອີຣານ ໃນອະນາຄົດ ໂດຍສະເພາະການຮ່ວມມືສອງກະຊວງ ແລະ ດ້ານການຄ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments