Wednesday, August 13, 2025
Homeຂ່າວໜ້າໜຶ່ງສ້າງການຫັນປ່ຽນດ້ານເນື້ອໃນ-ວິທີປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຫລາຍຮູບຫລາຍສີ ແລະ ທັນຍຸກສະໄໝ

ສ້າງການຫັນປ່ຽນດ້ານເນື້ອໃນ-ວິທີປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຫລາຍຮູບຫລາຍສີ ແລະ ທັນຍຸກສະໄໝ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໃນວັນທີ 13 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໃຫ້ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈ ໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ໃຫ້ມີຫລາຍຮູບຫລາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການ ໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ນອກຈາກນີ້, ຕ້ອງຍຶດໝັ້ນ ແລະ ເສີມຂະຫຍາຍ ຄຸນລັກສະນະສະເພາະ ຂອງກຳມະການ ແລະ ພະນັກງານ ແນວລາວສ້າງຊາດ ຕາມເນື້ອໃນ 4 ເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນວຸທິ ແລະ ເສີມສ້າງຄຸນະທຳ; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການ ເຄື່ອນໄຫວເຮັດວຽກ ຂອງແນວລາວສ້າງຊາດໃຫ້ກວ້າງຂວາງ, ກວມລວມ, ສອດຄ່ອງກວ່າເກົ່າ, ຄະ ນະພັກ, ອຳນາດການປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນຳພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດ ໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມືກັບກະຊວງ, ອົງການສູນກາງ, ອົງການປົກຄອງທ້ອງ ຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມ ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະ ຕິບັດແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນລາວ ເຮົາຮູ້ທຳມາຫາກິນ, ດຳລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ເພີ່ມທະວີການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງ ແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫລື ຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງຄົມ ເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫລີກ ທີ່ຍັງມີຄວາມຫຍຸ້ງຍາກ.

ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາສຽງສະທ້ອນ ຂອງສັງຄົມ ກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄື ຕໍ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ຫລາຍຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະ ຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ”; ສືບຕໍ່ເພີ່ມທະວີການ ເຄື່ອນໄຫວ ການທູດປະຊາຊົນ ກໍຄື ເປີດກວ້າງການຮ່ວມມືສາກົນ ໂດຍສະເພາະ ອົງການແນວໂຮມ ຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນບ້ານ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ; ສົ່ງ ເສີມການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທຳ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວ ຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນພັດທະນາປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments