ໃນຍຸກ 4.0 ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫຼມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.
ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ກ່າວໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 12 ສິງຫາ ຜ່ານມາວ່າ:ຕະຫຼອດໄລຍະ 75 ປີ ຜ່າມມາ, ວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫຼມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າກໍຄືການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ.
ໃນໄລຍະຜ່ານມາ, ສະພາບການສາກົນມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບ. ຢ່າງໃດກໍຕາມ, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ກໍໄດ້ມີຄວາມພະຍາຍາມໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະໄດ້ເຮັດບົດບາດສໍາຄັນ ຢຶດໝັ້ນໃນແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ, ໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານບັນດາຖ້ອຍທໍານອງໃສ່ຮ້າຍປ້າຍສີ ແລະ ທັດສະນະຜິດພາດ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃນສັງຄົມ, ປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ເປັນເຈົ້າການສຸມໃສ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ດໍາເນີນພາລະກິດປ່ຽນແປງໃໝ່ ເພື່ອຈຸດໝາຍປະເທດຊາດມັ່ງຄັງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ຕາມທິດສັງຄົມນິຍົມ; ໃນນັ້ນ, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ຍັງໄດ້ມີການພັດທະນາຕົນເອງທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ວິທະຍາສາດທີ່ກ້າວໜ້າ ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ.
ປັດຈຸບັນ, ສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ເຄື່ອນໄຫວເຮັດໜ້າທີ່ຕາມຫຼັກຈັນຍາບັນວິຊາຊີບ, ເນື້ອໃນທີ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນດີຂຶ້ນກວ່າເກົ່າ, ພື້ນຖານວັດຖຸເຕັກນິກ ໄດ້ຄ່ອຍໆຫັນປ່ຽນໄປສູ່ຄວາມທັນສະໄໝເທື່ອລະກ້າວ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ. ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.
ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ໂດຍສະເພາະໃນຍຸກ 4.0, ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ກ່າວວ່າ: ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວສູ່ຄຸນນະພາບຕາມທິດຫັນເປັນທັນສະໄໝ ເພື່ອເປັນເຄື່ອງມືອັນແຫຼມຄົມ ແລະ ມີໝາກຜົນໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເພື່ອປຸກລະດົມຊຸກຍູ້ ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ, ເປັນແຫຼ່ງຂໍ້ມູນ-ຂ່າວສານ, ໃຫ້ສາລະຄວາມຮູ້ ແລະ ຄວາມບັນເທິງໃຫ້ມະຫາຊົນ ຕອບຕ້ານຖ້ອຍທໍານອງຂອງຄົນບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກ ໃຫ້ທັນການ.
ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ແລະ ກົດໝາຍວ່າດ້ວຍການພິມຈຳໜ່າຍ ຢ່າງເຂັ້ມງວດ ແລະ ມີໝາກຜົນຕົວຈິງ. ໃນຂະນະດຽວກັນ, ຕ້ອງເພີ່ມທະວີບຳລຸງຍົກລະດັບ ແລະ ກໍ່ສ້າງພະນັກງານຖັນແຖວສື່ມວນຊົນ ໃຫ້ມີລະດັບຄວາມຮູ້ທາງດ້ານວິຊາການ, ເປັນມືອາຊີບທີ່ຊໍານິຊໍານນານ, ມີຄວາມຫ້າວຫັນ, ເປັນເຈົ້າການ ແລະ ມີສະຕິຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ ແລະ ມີປະສິດທິຜົນ. ສິ່ງສໍາຄັນຕ້ອງລົງທຶນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ-ເຕັກໂນໂລຊີທີ່ທັນສະໄໝ, ການນໍາໃຊ້ເຕັກນິກໃໝ່ທີ່ກ້າວໜ້າທັນສະໄໝ ຢ່າງເປັນລະບົບຄົບຊຸດສາມາດເຊື່ອມໂຍງຂໍ້ມູນ-ຂ່າວສານກັບສາກົນຢ່າງກົມກືນ ແລະ ສອດຄ່ອງ, ເພີ່ມທະວີການຮ່ວມມືກັບສາກົນ ເພື່ອພັດທະນາວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ທຽບທັນກັບ ບັນດາປະເທດໃນພາກພື້ນ ແລະ ໃນໂລກ.