ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະເຖລາ-ນຸເຖລະ, ບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຂຶ້ນລາຍງານກ່ຽວກັບປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດບາງຕອນສໍາຄັນວ່າ: ເມື່ອຫວນຄືນປະຫວັດສາດ ແລະ ຄວາມເປັນມາອັນຍາວນານຂອງຊາດລາວ, ປະເທດຊາດຂອງພວກເຮົາໄດ້ຜ່ານຍຸກສະໄໝທີ່ມີທັງຄວາມຮຸ່ງ ເຮືອງສີວິໄລ ແລະ ໄລຍະສູນເສຍເອກະລາດ, ຕົກເປັນເມືອງສ່ວຍ-ເມືອງຂຶ້ນຂອງຕ່າງຊາດ ແລະ ລະບອບການປົກ ຄອງທີ່ເຕັມໄປດ້ວຍການກົດຂີ່ຂົ່ມເຫັງມາເປັນເວລາຫຼາຍສະຕະວັດ, ແຕ່ຊົນຊາດລາວເປັນຊົນຊາດໜຶ່ງທີ່ເຕັມໄປດ້ວຍຄວາມຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມສາມັກຄີປອງດອງ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນ, ເດັດດ່ຽວຕໍ່ສູ້ບໍ່ຍອມຈໍານົນຕ້ານການຮຸກຮານ, ການຢຶດຄອງຂອງສັກດີນາຕ່າງດ້າວ ແລະ ຈັກກະພັດລ່າເມືອງຂຶ້ນ, ເກີດມີຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າຕ່າງໆຢ່າງເນື່ອງນິດລຽນຕິດ, ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນບໍ່ທັນມີການຈັດຕັ້ງແນວໂຮມຂອງປະເທດຊາດ ທີ່ມີຄັນທຸງອັນແຂງແຮງໜັກແໜ້ນທີ່ສາມາດເຕົ້າໂຮມກໍາລັງແຮງໄດ້ຢ່າງກວ້າງຂວາງ, ບໍ່ທັນມີພັກປະຕິວັດນໍາພາ ແລະ ບໍ່ທັນສ້າງກໍາລັງປະກອບອາວຸດທີ່ເຂັ້ມແຂງຂຶ້ນໄດ້.

ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໜັກຕໍ່ວຽກງານແນວໂຮມ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ, ແນວລາວຮັກຊາດໂດຍສະເພາະມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດ ຊອບຂອງຄົນລາວຕໍ່ຊາຕາກໍາຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທໍາລາຍໄດ້; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການເຄື່ອນໄຫວເຮັດວຽກຂອງແນວລາວສ້າງຊາດໃຫ້ກວ້າງຂວາງ, ກວມລວມ, ສອດຄ່ອງກວ່າເກົ່າ; ຄະນະພັກ, ອໍານາດການປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນໍາພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ຂອງແນວລາວສ້າງຊາດໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມືກັບກະຊວງ, ອົງການສູນກາງ, ອົງການປົກຄອງທ້ອງຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມເພື່ອຊ່ວຍໜູນຊຶ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາຊົນລາວເຮົາຮູ້ທໍາມາຫາກິນ, ດໍາລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນນະພາບການ ເຄື່ອນໄຫວຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆໃຫ້ມີຫຼາຍຮູບຫຼາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຕ້ອງຢຶດໝັ້ນ ແລະ ເສີມຂະຫຍາຍຄຸນລັກສະນະສະເພາະຂອງກໍາມະການ ແລະ ພະນັກງານແນວລາວສ້າງຊາດຕາມເນື້ອໃນ 4 ເສີມສ້າງທີ່ບັນດາສະຫາຍວາງອອກຄື: 1) ເສີມສ້າງຄວາມສາມັກຄີ, 2) ເສີມສ້າງຄຸນງາມຄວາມດີ, 3) ເສີມສ້າງຄຸນວຸດທິ ແລະ 4) ເສີມສ້າງຄຸນນະທໍາ. ນີ້ແມ່ນມູນເຊື້ອຕົວຈິງທີ່ມີຊີວິດຊີວາຂອງອົງການແນວລາວສ້າງຊາດ; ເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ໂດຍສະເພາະແມ່ນຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ປຸກລະດົມປະຊາຊົນສ້າງວິຖີຊີວິດ, ແບບແຜນການດໍາລົງຊີວິດແບບໃໝ່, ຮູ້ທໍາມາຫາກິນ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນຂອງແຕ່ລະຄອບຄົວ; ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫຼືຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງຄົມເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫຼີກທີ່ຍັງມີຄວາມຫຍຸ້ງຍາກ; ແນວລາວສ້າງຊາດແຕ່ລະຂັ້ນຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາສຽງສະທ້ອນຂອງສັງຄົມກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄືຕໍ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຫຼາຍຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຊອບທໍາ” ໃນຂະນະດຽວກັນນັ້ນ, ຕ້ອງເພີ່ມທະວີບົດບາດຂອງສື່ມວນຊົນລາວໃນການເຮັດໜ້າທີ່ຕິດຕາມ, ກວດກາ ການປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ບັນດາກົດໝາຍຂອງອົງການຈັດຕັ້ງໃນລະບົບການເມືອງ, ການຈັດຕັ້ງສັງຄົມ, ພະນັກງານ, ສະມາຊິກພັກໃຫ້ແຂງແຮງ, ຊັດເຈນ, ວ່ອງໄວ ແລະ ສ້າງສັນ ຈຶ່ງເຮັດໃຫ້ວຽກງານມະຫາຊົນຂອງພັກເຮົາມີຊີວິດຊີວາ, ໜັກແໜ້ນ ແລະ ຖືກທິດ; ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ ກໍຄືເປີດກວ້າງການຮ່ວມມືສາກົນ ໂດຍສະເພາະອົງການແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນບ້ານເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວຢູ່ຕ່າງປະເທດທີ່ມີຈິດໃຈຮັກເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ພ້ອມກັນນັ້ນ, ເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ ຊາວຕ່າງປະເທດທີ່ດຳລົງຊີວິດ, ທໍາມາຫາກິນ ແລະ ປະຕິບັດໜ້າທີ່ຢູ່ສປປ ລາວໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນ ດາເຜົ່າ ທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສປປ ລາວໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພັກເຮົາຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືວຽກງານແນວໂຮມ ເປັນພື້ນຖານໃນການເຄື່ອນໄຫວນໍາພາຂອງຕົນ, ດັ່ງທັດສະນະທີ່ວ່າ: “ພາລະກິດປະຕິວັດ ຍາມໃດກໍແມ່ນພາລະກິດຂອງມະຫາຊົນ, ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ເປັນເປົ້າໝາຍວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ”. ເພື່ອສືບຕໍ່ເສີມຂະຫຍາຍພາລະກຳປະ ຫວັດສາດອັນຍິ່ງໃຫຍ່, ມູນເຊື້ອອັນສະຫງ່າລາສີຂອງ “ແນວລາວອິດສະຫຼະ”, “ແນວລາວຮັກຊາດ” ແລະ “ແນວລາວສ້າງຊາດ”, ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ທຸກສາສະໜາ, ທຸກສາຂາອາຊີບ ແລະ ທຸກເພດ, ໄວ ແລະ ອື່ນໆຈົ່ງເຊີດຊູຈິດໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່, ຕື່ນຕົວເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.