ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950 – 13/8/2025) ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາການນໍາ, ອະດີດການນໍາ, ແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກ່າວເປີດ ການວາງສະແດງຢ່າງເປັນທາງການວ່າ: ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳ ໜ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ. ງານໃນຄັ້ງນີ້ບໍ່ພຽງແຕ່ເປັນສັນຍາລັກແຫ່ງຄວາມສໍາເລັດ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງການເຕີບ ໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງຂອງຂະແໜງການຂອງພວກເຮົາ.

ຕະຫຼອດ 75 ປີທີ່ຜ່ານມາ, ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ໄດ້ຜ່ານຜ່າເສັ້ນ ທາງແຫ່ງການພັດທະນາອັນຍາວນານ, ກ້າວຈາກຍຸກແຫ່ງການພິມດັ່ງເດີມສູ່ຍຸກດີຈີຕອນທີ່ທັນສະໄໝ, ວຽກງານຂອງພວກເຮົາ ບໍ່ໄດ້ເປັນພຽງແຕ່ການນໍາສະເໜີຂໍ້ມູນຂ່າວສານ, ແຕ່ຍັງເປັນ “ພາຫະນະ” ທີ່ສໍາຄັນໃນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ການສຶກສາ, ພ້ອມທັງເປັນກະບອກ ສຽງທີ່ສ້າງຄວາມສາມັກຄີປອງດອງພາຍໃນຊາດ. ຜະລິດຕະພັນທີ່ນໍາມາວາງສະແດງໃນຄັ້ງນີ້ຄືບົດພິສູດ ທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ, ຄວາມມຸ່ງໝັ້ນ ແລະ ການເຕີບໂຕທີ່ບໍ່ຢຸດຢັ້ງຂອງບັນດາຜູ້ ປະກອບການ ແລະ ນັກສື່ມວນຊົນຂອງພວກເຮົາ.
ທ່ານກ່າວຕື່ມວ່າ: ໃນໂອກາດອັນສະຫງ່າລາສີນີ້, ຂໍສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ ຮ່ວມກັນສ້າງສາ ແລະ ພັດທະນາຂະແໜງການນີ້ຈົນມີທຸກວັນນີ້. ຫວັງຢ່າງຍິ່ງວ່າງານວາງສະແດງຄັ້ງນີ້ ຈະເປັນເວທີແຫ່ງການແລກປ່ຽນ, ສ້າງແຮງບັນດານໃຈ ແລະ ຊຸກຍູ້ການຮ່ວມມືກັນ ເພື່ອສືບຕໍ່ພັດທະນາ ຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍຂອງພວກເຮົາໃຫ້ກ້າວໜ້າຍິ່ງໆຂຶ້ນ.
ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ຄັ້ງນີ້ມີ 31 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ສື່ເອເລັກໂຕຣນິກ 19 ພາກສ່ວນ ແລະ ສື່ສິ່ງພິມ 12 ພາກສ່ວນ.