ງານສັບປະດາສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ສຳເລັດດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍຂອງວັນທີ 11 ສິງຫາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ, ປະທານສວນບັນດາເຜົ່າພ້ອມດ້ວຍການນໍາພັກ-ລັດ, ບັນດາຊົນເຜົ່າຕ່າງໆທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ພູວົງ ພະມີສິດ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນງານສັບປະດາ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນຄັ້ງນີ້, ເຊິ່ງສາມາດບັນລຸໄດ້ເປົ້າໝາຍ ໂດຍສະເພາະ ການເຕົ້າໂຮມຄວາມສາມະຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ ສະແດງອອກໂດຍມີ 18 ຊົນເຜົ່າເຊິ່ງຕາງໜ້າຈາກ 50 ຊົນເຜົ່າໃນ ສປປ ລາວເຂົ້າຮ່ວມ, ສຳເລັດການຟື້ນຟູ, ສົ່ງເສີມ ແລະ ອະນຸລັກຮັກສາ ວັດທະນະທໍາຂອງທຸກໆເຜົ່າ ເປັນຕົ້ນ ການສະແດງສິລະປະ, ການເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ, ມີຜະລິດຕະພັນທີ່ເປັນເອກະລັກຂອງຊົນເຜົ່າມາວາງສະແດງ ພ້ອມທັງອາຫານທີ່ປຸງແຕ່ງດ້ວຍສີມື ຂອງພີ່ນ້ອງຊົນເຜົ່າຕົວຈິງມາໃຫ້ໄດ້ຊິມ.

ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກໍາລັງແຮງຂອງທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີີຜົນງານອັນໃຫຍ່ຫລວງ, ເຊິ່ງການຈັດງານສັບປະດາໃນຄັ້ງນີ້, ກໍເພື່ອເປັນການທົບທວນ-ຫວນຄືນ, ຮຽນຮູ້ ແລະ ເສີມຂະຫຍາຍມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງຂອງແນວລາວອິດສະລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ, ເຊິ່ງໃນ ໄລຍະ 4 ວັນຜ່ານມາ ຂອງການຈັດງານສັບປະດາ ໄດ້ມີຫລາຍກິດຈະກໍາເປັນຕົ້ນ ທ່ຽວຊົມສູູນຂໍ້ມູູນບັນດາເຜົ່າໃນລາວ, ວາງສະແດງຜະລິດຕະພັນຊົນເຜົ່າ, ອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍປະຈໍາວັນ, ການສະແດງສິິລະປະ-ວັດທະນະທໍາ, ຢ້ຽມຊົມເຮືອນຊົນເຜົ່າແຕ່ລະຫລັງ, ຟ້ອນລໍາວົງມວນຊົນສາມັກຄີີ, ເດີນແບບອາພອນ ແລະ ອື່ນໆ.