ໃນລະຫວ່າງວັນທີ 4-8 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມລະດັບສູງ ສະຫະປະຊາຊາດ (ສປຊ) ວ່າດ້ວຍ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 (Third United Nations Conference on Landlocked Developing Countries – LLDCs) ທີ່ເມືອງ ອາວາຊາ ປະເທດ ຕວັກເມນິດສະຖານ. ໃນພິທີຕ້ອນຮັບ, ທ່ານ Gurbanguly Berdimuhamedow ຜູ້ນຳແຫ່ງ ປະຊາຊົນ ຕວັກເມນິດສະຖານໄດ້ໃຫ້ກຽດກ່າວສູນທອນພົດ ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບຜູ້ແທນຂັ້ນສູງຈາກບັນດາປະເທດ LLDCs ຈຳນວນ 32 ປະເທດ ແລະ ປະເທດ ສະມາຊິກ ສປຊ ທີ່ເຂົ້າຮ່ວມ ໂດຍໄດ້ຢ້ຳຄືນຄວາມສຳຄັນຂອງກອງປະຊຸມ ພ້ອມທັງຂໍ້ລິເລີ່ມຂອງ ຕວັກເມນິດສະຖານ ແລະ ອົງການ ສປຊ ໃນການກຳນົດເອົາປີ 2025 ເປັນປີແຫ່ງຄວາມເຊື່ອໝັ້ນ ແລະ ສັນຕິພາບ ຂອງສາກົນ. ຈາກນັ້ນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງສາກົນ ໂດຍສະເພາະບັນດາປະເທດ LLDCs ເປັນຕົ້ນແມ່ນ ສິ່ງທ້າທາຍດ້ານພູມສັນຖານ, ຕົ້ນທຶນໃນການຂົນສົ່ງສິນຄ້າທີ່ສູງ ແລະ ບັນດາສິ່ງກີດຂວາງທາງດ້ານການຄ້າ, ໂດຍທ່ານໄດ້ເນັ້ນຢໍ້າວ່າ: “ພູມສັນຖານ ຈະບໍ່ສາມາດຕັດສິນຊະຕາກຳຂອງປະເທດ”ໝາຍຄວາມວ່າ ຄວາມຫຍຸ້ງຍາກທາງດ້ານພູມສັນຖານທີ່ບໍ່ມີຊາຍແດນຕິດທະເລ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີທາງອອກໃນການແກ້ໄຂບັນຫາ ຫຼື ບໍ່ມີໂອກາດໃນການພັດທະນາປະເທດ. ຫຼັງຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມພາກພິທີເປີດກອງປະຊຸມຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ Serdar Berdimuhamedow, ປະທານາທິບໍດີ ແຫ່ງ ຕວັກເມນິດສະຖານ ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາປະເທດຕ່າງໆ ຫຼາຍກວ່າ 100 ປະເທດສະມາຊິກ ສປຊ, ບັນດາອົງການຈັດຕັ້ງສາກົນ, ຊາວໜຸ່ມ, ສະມາຊິກລັດຖະສະພາ, ພາກທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລະດັບສູງສະຫະປະຊາຊາດ ວ່າດ້ວຍປະເທດ LLDCs ຄັ້ງທີ 3 ເປັນກອງປະຊຸມທີ່ສຳຄັນ ໂດຍຈັດຂຶ້ນໃນຮອບວຽນ 10 ປີ ຊຶ່ງຄັ້ງທີ 1 ແລະ 2 ໄດ້ຈັດຂຶ້ນທີ່ ເມືອງ ອານມາຕີ, ປະເທດ ກາຊັກສະຖານ ໃນປີ 2003 ແລະ ເມືອງ ວຽນນາ, ປະເທດ ໂອຕຣິດ ໃນປີ 2014 ຕາມລຳດັບ. ສຳລັບກອງປະຊຸມລະດັບສູງຄັ້ງນີ້ ໄດ້ດຳເນີນການເປັນ 2 ພາກຫຼັກ ຄື: ພາກອະພິປາຍທົ່ວໄປ ແລະ ກອງປະຊຸມໂຕະມົນລະດັບສູງ 5 ຫົວຂໍ້ສະເພາະ, ພ້ອມທັງມີບັນດາກອງປະຊຸມປິ່ນອ້ອມຈຳນວນໜຶ່ງ. ຈຸດປະສົງໂດຍລວມແມ່ນເພື່ອທົບທວນຄືນແຜນດຳເນີນງານສຳລັບປະເທດ LLDCs ສະບັບທີ 2 ກໍຄື ແຜນດຳເນີນງານວຽນນາ ສົກປີ 2014-2024 ລວມທັງ ເພື່ອປຶກສາຫາລືທິດທາງການຮ່ວມມືໂດຍສະເພາະການຈັດຕັ້ງປະຕິບັດແຜນດຳເນີນງານສະບັບໃໝ່ ຫຼື ແຜນດຳເນີນງານອາວາຊາ ສົກປີ 2024-2034 (AWAZA Programme of Action – APOA). ໃນນັ້ນ, ແຜນດຳເນີນງານອາວາຊາໄດ້ກຳນົດ 5 ຂົງເຂດວຽກງານບຸລິມະສິດ ໄດ້ແກ່: (1) ການຫັນປ່ຽນດ້ານໂຄງສ້າງ ແລະ STI; (2) ການຄ້າ, ການອຳນວຍຄວາມສະດວກ ແລະ ເຊື່ອມໂຍງພາກພື້ນ; (3) ການຜ່ານທາງ, ຂົນສົ່ງ ແລະ ເຊື່ອມຈອດ; (4) ການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງສຳລັບວຽກງານດິນຟ້າອາກາດ ແລະ ໄພພິບັດ; ແລະ (5) ແນວທາງການຈັດ ຕັ້ງປະຕິບັດ.

ໃນພາກບ່າຍຂອງວັນທີ 5 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວປາໄສຢູ່ໃນພາກອະພິປາຍທົ່ວໄປ ໂດຍໄດ້ຍົກໃຫ້ເຫັນເຖິງກາລະໂອກາດໃນການຍົກລະດັບການຮ່ວມມື ເພື່ອເສີມຂະຫຍາຍທ່າແຮງດ້ານການພັດທະນາຂອງ LLDCs ໂດຍຜ່ານການຈັດຕັ້ງປະຕິບັດແຜນດຳເນີນງານ ອາວາຊາ ສຳລັບ LLDCs. ສຳລັບ ສປປ ລາວ ໃນນາມທີ່ເປັນທັງ ປະເທດດ້ອຍພັດທະນາ (LDCs) ແລະ LLDCs ໄດ້ສືບຕໍ່ປະເຊີນກັບສິ່ງທ້າທາຍດ້ານໂຄງສ້າງ ເຊັ່ນ: ເສັ້ນທາງອອກສູ່ທະເລທີ່ຈຳກັດ, ຕົ້ນທຶນການຂົນສົ່ງທີ່ສູງ, ສິ່ງທ້າທາຍດ້ານພື້ນຖານໂຄງລ່າງ ແລະ ຄວາມບອບບາງຕໍ່ກັບຜົນກະທົບພາຍນອກ ເປັນຕົ້ນ ການປ່ຽນແປງດິນຟ້າອາກາດ ແລະ ຄວາມບອບບາງທາງດ້ານເສດຖະກິດ. ສະນັ້ນ, ສປປ ລາວ ຈຶ່ງຈຳເປັນຕ້ອງເຊື່ອມສານເອົາເນື້ອໃນແຜນດຳເນີນງານ ອາວາຊາ ເຂົ້າໃນແຜນພັດທະນາແຫ່ງຊາດຂອງຕົນ ແນໃສ່ການພັດທະນາພື້ນຖານໂຄງລ່າງ, ການອຳນວຍຄວາມສະດວກດ້ານການຄ້າ, ການຍົກລະດັບສະມັດຕະພາບທາງການຜະລິດ ແລະ ການພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ສປປ ລາວ ໄດ້ຮຽກຮ້ອງໃຫ້ LLDCs ສາມາດເຂົ້າເຖິງທຶນຮອນໃນການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມຈອດດິຈິຕອນ, ສະໜັບສະໜູນດ້ານການອຳນວຍຄວາມສະດວກທາງກ້ານຄ້າ ແລະ ສ້າງຕ່ອງໂສ້ມູນຄ່າເພີ່ມ, ຍົກລະດັບການສະໜອງການເງິນສຳລັບວຽກງານການປ່ຽນແປງດິນຟ້າອາກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມື ໃຕ້-ໃຕ້ ແລະ ສາມຝ່າຍ ກໍຄືໃນລະບົບຂອງອົງການ ສປຊ.
ໃນວັນທີ 6 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ໄດ້ສືບຕໍ່ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມລັດຖະມົນຕີ ວ່າດ້ວຍ ການຮ່ວມມື ໃຕ້-ໃຕ້, ໂດຍໄດ້ຍົກໃຫ້ເຫັນເຖິງ ບົດບາດທີ່ພົ້ນເດັ່ນຂຶ້ນມາຂອງຂອບການຮ່ວມມື ໃຕ້-ໃຕ້ ຫຼື ການຮ່ວມມືລະຫວ່າງບັນດາປະເທດກຳລັງພັດທະນາ. ສປປ ລາວ ຢູ່ໃນຂອບຂອງ ອາຊຽນ ແລະ ການຮ່ວມມື ໃຕ້-ໃຕ້ ຍາດໄດ້ຜົນປະໂຫຍດໃນຫຼາຍດ້ານ ໂດຍຜ່ານການເພີ່ມຂຶ້ນຂອງການລົງທຶນໂດຍກົງຂອງຕ່າງປະເທດ, ການຄ້າ ແລະ ການຊ່ວຍເຫຼືອດ້ານການພັດທະນາ. ພ້ອມນັ້ນ, ການຮ່ວມມື ໃຕ້-ໃຕ້ ໄດ້ສະໜັບສະໜູນການພັດທະນາພື້ນຖານໂຄງລ່າງ ດ້ານການຂົນສົ່ງ, ພະລັງງານ ແລະ ການອຳນວຍຄວາມສະດວກດ້ານການຄ້າ ຊຶ່ງອັນພົ້ນເດັ່ນ ກໍຄື ເສັ້ນທາງລົດໄຟ ລາວ-ຈີນ, ທ່າເຮືອສາກົນ ລາວ-ຫວຽດນາມ ແລະ ເຄືອຂ່າຍການຂົນສົ່ງທາງອາກາດສາມປະເທດ ລະຫວ່າງ ລາວ-ຈີນ-ໄທ ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ.
ສປປ ລາວ ຈະຜັນຂະຫຍາຍຜົນຂອງກອງປະຊຸມ ແລະ ຈະສືບຕໍ່ນຳເອົາ ແຜນດຳເນີນງານ ອາວາຊາ ສຳລັບ LLDCs ສະບັບນີ້ ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອຂົນຂວາຍການຮ່ວມມື ແລະ ການສະໜັບສະໜູນທີ່ຈຳເປັນ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນດຳເນີນການດ້ານການພັດທະນາຂອງສາກົນ ໃຫ້ເກີດໝາກຜົນສູງສຸດ.
(ຂ່າວ: ກຕທ)