ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ດໍາເນີນພາຍໃຕ້ ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ” ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນໝາກຜົນ ຂອງການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນໄລຍະ 5 ປີຜ່ານມາ ໄດ້ດໍາເນີນໃນສະພາບແວດລ້ອມ ຂອງໂລກມີການຜັນແປໄປຢ່າງສັບສົນ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ໄດ້ສົ່ງຜົນກະທົບ ແລະ ເປັນອຸປະສັກຕໍ່ການພົວພັນ ຂອງບັນດາປະເທດໃນໂລກ ໄລຍະດຽວກັນນັ້ນ, ປະເທດຂອງພວກເຮົາ ໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ, ບາງໄລຍະເກີດມີສະພາບຂາດແຄນນໍ້າມັນເຊື້ອໄຟ, ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ, ລາຄາສິນຄ້າ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ, ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ກໍເກີດຂຶ້ນຫຼາຍ, ບັນຫາໄພພິບັດທາງທໍາມະຊາດນັບມື້ມີຄວາມຮຸນແຮງ, ກຸ່ມຄົນບໍ່ຫວັງດີ ຍັງບໍ່ລົດລະກົນອຸບາຍມ້າງເພທຳລາຍລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ ເຊິ່ງສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສະພາບແນວຄິດຈິດໃຈຂອງສະມາຊິກພັກ, ພະນັກງານ ແລະ ນັກຮົບ, ທັງເປັນສິ່ງທ້າທາຍທົດສອບຕໍ່ບົດບາດການນໍາພາ ຂອງຄະນະພັກ ກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງປະຕິບັດມະຕິ ສະໄໝທີ V ໃນທົ່ວກອງທັບ ບໍ່ໜ້ອຍ, ແຕ່ດ້ວຍການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ, ບວກໃສ່ຄວາມເປັນເອກະພາບສູງ ຂອງຄະນະພັກກະຊວງ, ຄວາມພະຍາຍາມບຸກບືນ ຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການປົກຄອງທ້ອງຖິ່ນ, ບັນດາອົງການອ້ອມຂ້າງສູນກາງ, ປະຊາຊົນລາວບັນດາເຜົ່າ ແລະ ບັນດາກອງທັບປະເທດເພື່ອນມິດ ເຮັດໃຫ້ບັນດາຄາດໝາຍສູ້ຊົນທີ່ໄດ້ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າຫຼາຍດ້ານ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ; ກອງທັບ ຍັງຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ເປັນຫຼັກແຫຼ່ງໃນການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ປົກປັກຮັກສາອຳນາດອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງ ເຊິ່ງມີຜົນສໍາເລັດທີ່ພົ້ນເດັ່ນແຕ່ລະດ້ານດັ່ງນີ້:

1. ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ
ປະຕິບັດຕາມແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ: ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ຕິດພັນກັບການພັດທະນາຊົນນະບົດຢ່າງແຂງແຮງ ມີ 19 ກອງປະຕິບັດງານ, ປະຈຳຢູ່ 28 ຈຸດ 210 ບ້ານ, 25 ເມືອງ, ໃນ 15 ແຂວງ ແລະ ນະຄອນຫຼວງວຽງຈັນ; ມີກຳລັງກໍ່ສ້າງຮາກຖານການເມືອງທັງໝົດ 405 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 204 ກຸ່ມບ້ານ; ໄດ້ຊີ້ນໍາການປັບປຸງ, ກໍ່ສ້າງກໍາລັງກອງຫຼອນ-ກອງປ້ອງກັນຕົວໄດ້ 1.223 ກອງຮ້ອຍ, 16 ກອງກໍາລັງໄຟ, 3.976 ໝວດ, ກຳລັງປ້ອງກັນຕົວ ມີ 17 ກອງຮ້ອຍ, 45 ໝວດ; ນອກນີ້, ກອງທະຫານຕັ້ງທັບຢູ່ບ່ອນໃດ ກໍເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ປຸກລະດົມ ຂົນຂວາຍປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນເຂົ້າຮ່ວມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງກວ້າງຂວາງ ໄປຄຽງຄູ່ກັບການຈັດຕັ້ງກໍາລັງເຄື່ອນໄຫວແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ, ເຄື່ອນໄຫວກຳເປົ້າໝາຍ, ເລີກຮື້ກຳລັງໃຕ້ດິນນັກສືບສອດແນມ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການເຂົ້າອອກເມືອງຜິດກົດໝາຍ ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ.
ການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດທຳມະຊາດ: ໄດ້ປະຕິບັດລະບອບປະຈຳການ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ລາຍງານສ່ອງແສງໃຫ້ສູນບັນຊາເປັນປົກກະຕິ, ເຜີຍແຜ່ຂໍ້ກຳນົດ ວ່າດ້ວຍການກຽມພ້ອມສູ້ຮົບ ແລະ ລົງກວດກາການກຽມພ້ອມສູ້ຮົບຂອງບັນດາກົມກອງ; ພ້ອມນັ້ນ, ອອກຄໍາສັ່ງແຈ້ງເຕືອນກົມກອງທ້ອງຖິ່ນຕິດຕາມສະພາບດິນຟ້າອາກາດ, ຈັດຕັ້ງກໍາລັງ ແລະ ພາຫະນະກຽມພ້ອມກອບກູ້, ຊ່ວຍເຫຼືອ ແລະ ຟື້ນຟູຜົນກະທົບຈາກໄພພິບັດທາງທຳມະຊາດ.
ການກໍ່ສ້າງແນວຫຼັງຍຸດທະສາດ ແລະ ກິດຈະການປ້ອງກັນຊາດ: ໄດ້ສຳເລັດການພັດທະນາ ແລະ ມອບ-ຮັບ 2 ກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ກຸ່ມບ້ານຄັງວຽງ, ສາມກຸ່ມບ້ານ ແຂວງໄຊສົມບູນ, ກິດຈະການປ້ອງກັນຈັ້ງທ່າເຂດພູຜາແດງ, ຜາມົນ, ປ້ອມພູສາມເສົ້າ, ປ້ອມປ່າກ້ວຍ ຈັດວາງກຳລັງປ້ອງກັນເຂດຍຸດທະສາດສາມແຈເມືອງຂອງ 3 ແຂວງ (ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ).

2. ໜ້າທີ່ປັບປຸງກໍ່ສ້າງກໍາລັງ
ເວລາໃດ ກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນ 5 ປີຜ່ານມາ, ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆ ກັນ; ກໍ່ສ້າງພັກດ້ານການເມືອງ-ແນວຄິດ ໂດຍໄດ້ຈັດຕັ້ງເຝິກອົບຮົມ, ເປີດຊຸດບຳລຸງໄລຍະສັ້ນດ້ານທິດສະດີການເມືອງໃຫ້ພະນັກງານ, ສະມາຊິກພັກ ໄດ້ 12 ຊຸດ, ມີຜູ້ເຂົ້າຮ່ວມ 1.105 ສະຫາຍ; ການປັບປຸງກໍ່ສ້າງພັກ ດ້ານການຈັດຕັ້ງ ໄດ້ສຸມໃສ່ຊີ້ນໍາຈັດຕັ້ງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ ສະໄໝທີ XI ຢ່າງກວ້າງຂວາງໃຫ້ທຸກອົງຄະນະພັກໃນທົ່ວກອງທັບ ພ້ອມທັງຍູ້ແຮງການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ຕິດພັບກັບການຂະຫຍາຍພັກ ເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກມີຈຳນວນເພີ່ມຂຶ້ນ; ປັດຈຸບັນທົ່ວກອງທັບ ມີ 71 ຄະນະພັກ, 657 ຄະນະພັກຮາກຖານ, 3.258 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 74 ຄະນະພັກຮາກຖານ, 408 ໜ່ວຍພັກ; ມີສະມາຊິກພັກທັງໝົດ 77.564 ສະຫາຍ, ຍິງ 13.021 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 10.512 ສະຫາຍ, ຍິງ 1.410 ສະຫາຍ; ສະເພາະກຳລັງຫຼວງ ມີ 53 ຄະນະພັກ, 337 ຄະນະພັກຮາກຖານ, 1.812 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 20 ຄະນະ ພັກຮາກຖານ, 144 ໜ່ວຍພັກ, ມີສະມາຊິກພັກ 43.115 ສະຫາຍ, ຍິງ 8.885 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 6.442 ສະຫາຍ, ຍິງ 1.323 ສະຫາຍ; ທົ່ວກອງທັບໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ: ປະເພດແຂງ 2.740 ໜ່ວຍພັກ, ປະເພດກາງ 446 ໜ່ວຍພັກ, ບໍ່ໄດ້ຈັດປະເພດ 49 ໜ່ວຍພັກ; ສະເພາະກຳລັງຫຼວງ: ປະເພດແຂງ 1.385 ໜ່ວຍພັກ, ປະເພດກາງ 401 ໜ່ວຍພັກ, ບໍ່ໄດ້ແບ່ງປະເພດ 16 ໜ່ວຍພັກ; ຊີ້ນໍາອົງການຈັດຕັ້ງມະຫາຊົນໃນກອງທັບ ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ຈັດຕັ້ງຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ, ຮຽນການເມືອງ-ການທະຫານ, ວິຊາສະເພາະດ້ານຕ່າງໆ ແລະ ເປັນເຈົ້າການສ້າງຂະບວນການວຽກງານງານຢູ່ກົມກອງໃຫ້ມີບັນຍາກາດຟົດຟື້ນຢູ່ສະເໝີ.

3. ໜ້າທີ່ຮັບປະກັນດ້ານພະລາທິການ-ເຕັກນິກ ແລະ ອາວຸດ-ກະສຸນ
ການຮັບປະກັນດ້ານສະບຽງອາຫານ ແລະ ການລ້ຽງດູທັບ: ໄດ້ຊີ້ນໍາປັບປຸງລະບຽບການເກັບຊື້, ການເບີກຈ່າຍເຂົ້າກິນໃຫ້ກົມກອງກຳລັງຫຼວງ-ທ້ອງຖິ່ນ ຕາມລະບອບອັດຕາໄດ້ 100% ພ້ອມນັ້ນ, ໄດ້ປັບປຸງກໍ່ສ້າງລະບົບເຮືອນຄົວ, ເຮືອນກິນໃນທົ່ວກອງທັບໄດ້ໃນລະດັບຖາວອນ-ເຄິ່ງຖາວອນ ມີອຸປະກອນຮັບໃຊ້ຄົບຖ້ວນຕາມຈໍານວນພົນຕົວຈິງ.
ວຽກງານການເງິນ ແລະ ນໍ້າມັນເຊື້ອໄຟ: ເອົາໃຈໃສ່ຊີ້ນໍາການຄຸ້ມຄອງ, ເບີກຈ່າຍຖືກຕ້ອງ ຕາມລະບຽບຫຼັກການ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ກຽມພ້ອມສູ່ຮົບ, ເຝິກແອບຮໍ່າຮຽນ ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ອື່ນໆ ຢ່າງສົມເຫດສົມຜົນ.
ວຽກງານຂົນສົ່ງ: ເອົາໃຈໃສ່ຊີ້ນໍາການຄຸ້ມຄອງ, ບົວລະບັດປົກປັກຮັກສາພາຫະນະເຕັກນິກ ທີ່ມີໃນການປະກອບສາມາດຮັບໃຊ້ເຂົ້າໃນການລໍາລຽງຂົນສົ່ງ, ການເຝິກແອບຮໍ່າຮຽນ, ການເຄື່ອນໄຫວປະຕິບັດໜ້າທີ່, ກຽມພ້ອມສູ້ຮົບ, ກອບກູ້ໄພພິບັດທຳມະຊາດ ໄດ້ທັນກັບສະພາບການ.
ວຽກງານເບິ່ງແຍງຮັກສາສຸຂະພາບ: ໄດ້ປັບປຸງພື້ນຖານໂຄງລ່າງ ຂອງບັນດາໂຮງໝໍໃນທົ່ວ ກອງທັບ ເຂົ້າສູ່ລະບົບ ຕິດພັນກັບການບຳລຸງ-ກໍ່ສ້າງຖັນແຖວພະນັກງານ, ວິຊາການແພດ, ສຶກສາອົບຮົມແພດໝໍ ມີຈັນຍາບັນແພດປະຕິວັດ; ໄດ້ປະກອບອຸປະກອນການແພດທີ່ທັນສະໄໝ, ຢາປົວພະຍາດໃຫ້ແກ່ໂຮງໝໍຕ່າງໆ.
ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ສະຖານທີ່ຄ້າຍຄູ, ສຳນັກງານອົງການຂອງກົມກອງກຳລັງຫຼວງ-ທ້ອງຖິ່ນ ໂດຍສົມທົບທຶນຂອງກົມກອງ ເຮັດໃຫ້ຫຼາຍກົມກອງມີການຫັນປ່ຽນໂສມໜ້າໃໝ່ ປັດຈຸບັນທົ່ວກອງທັບ ມີລະບົບຄ້າຍຄູແບບຖາວອນກວມເອົາ 63,78%, ເຄິ່ງຖາວອນ 23,22%, ນໍາ ໃຊ້ໄຟຟ້າກວມ 98%, ມີນໍ້າສະອາດໃຊ້ 65%, ທົ່ວກອງທັບ ມີໃບອະນຸຍາດນໍາໃຊ້ທີ່ດິນແລ້ວ 45% ໄດ້ຊີ້ນໍາໃນການສໍາຫຼວດພື້ນທີ່ທຳການຜະລິດກະສິກຳຂອງກະຊວງ, ຂອງກົມກອງ-ທ້ອງຖິ່ນ ໃນນັ້ນ, ມີຫຼາຍກົມກອງມີເນື້ອທີ່ດິນປູກຝັງ-ລ້ຽງສັດ ສາມາດຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ກົມກອງ, ເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໄດ້ຮັບການປັບປຸງດີຂຶ້ນ, ປັດຈຸບັນທົ່ວກອງທັບ ມີສັດລ້ຽງປະເພດງົວ-ຄວາຍ 13.973 ໂຕ, ໝູ 21.990 ໂຕ, ແກະ-ແບ້ 12.998 ໂຕ, ສັດປີກ 2.578.441 ໂຕ, ຜົນຜະລິດສັດນໍ້າ 3.674 ໂຕນ.

+ ດ້ານພາຫານະເຕັກນິກ ແລະ ອາວຸດ-ກະສຸນ
ການກໍ່ສ້າງ ແລະ ປັບປຸງຂະແໜງການເຕັກນິກ: ໄດ້ຄົ້ນຄວ້າ, ກຳນົດໂຄງປະກອບການຈັດຕັ້ງຈໍານວນພົນຂົງເຂດເຕັກນິກ ນັບແຕ່ອົງການ, ກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ; ສໍາເລັດການປັບປຸງຄືນທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງ, ຈໍານວນພົນ ປີ 2021-2025 ທົ່ວອົງການກົມໃຫຍ່ ແລະ ກົມກອງທີ່ຂຶ້ນກັບ, ສຳເລັດປັບປຸງການຈັດຕັ້ງເຕັກນິກຂັ້ນຫ້ອງ, ພະແນກການ ແລະ ຂະແໜງ ຢູ່ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ.
ການອົບຮົມ ແລະ ກໍ່ສ້າງກໍາລັງເຕັກນິກ: ໄດ້ປັບປຸງຫຼັກສູດ ການຮຽນ-ການສອນ ການຂັບຂີ່ ການຄຸ້ມຄອງອາວຸດ-ກະສຸນ, ເຕັກນິກສ້ອມແປງອາວຸດ, ສ້ອມແປງລົດ.
ການຮັບປະກັນເຕັກນິກ ແລະ ກໍ່ສ້າງພື້ນຖານເຕັກນິກ: ຊຸມປີຜ່ານມາ, ບັນດາໂຮງງານ ແລະ ກົມກອງ ສາມາດບົວລະບັດສ້ອມແປງພາຫະນະອາວຸດ, ຍຸດໂທປະກອນເຕັກນິກມີຄຸນນະພາບດີຂຶ້ນ ກວ່າເກົ່າ.
4. ໜ້າທີ່ພົວພັນ ແລະ ຮ່ວມມືກັບຕ່າງປະເທດບົນພື້ນຖານເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ, ຄະນະພັກກະຊວງໄດ້ ເອົາໃຈໃສ່ຊີ້ນໍາການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືສາກົນ ດ້ວຍຫຼາຍຮູບແບບ ແລະ ຫຼາຍລະດັບ, ສ້າງໄດ້ບັນຍາກາດອັນດີ, ຍາດແຍ່ງເອົາການສະໜັບສະໜູນ ຮ່ວມມື ແລະ ຊ່ວຍເຫຼືອ ໂດຍສະເພາະກັບປະເທດເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ) ໃນການກໍ່ສ້າງກໍາລັງຂອງບັນດາເຫຼົ່າຮົບ, ການແລກປ່ຽນຄະນະຜູ້ແທນ-ຄະນະວິຊາການ, ການບຳລຸງກໍ່ສ້າງພະນັກງານວິຊາການ, ການຊ່ວຍເຫຼືອດ້ານເຕັກນິກການທະຫານ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ການຊອກຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະຕໍ່ສູ້ປົດປ່ອຍຊາດ, ການກວດກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມຢູ່ລາວ ແລະ ການແລກປ່ຽນດ້ານອື່ນໆ ເຂົ້າສູ່ລວງເລິກ.
ສັງລວມແລ້ວ: ຕະຫຼອດ 5 ປີຜ່ານມາ, ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ຮອບດ້ານ ຂອງພັກ, ກອງທັບປະຊາຊົນລາວ ຍັງເປັນກຳລັງຫຼັກແຫຼ່ງໃຫ້ແກ່ພັກ-ລັດ ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ກໍາລັງປະກອບອາວຸດກອງທັບປະຊາຊົນລາວ ໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່, ເຂັ້ມແຂງຂຶ້ນ ນັບທັງກໍາລັງພົນ ກໍຄືພາຫານະເຕັກນິກການທະຫານ ຂອງບັນດາເຫຼົ່າຮົບ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງຄະນະພັກທຸກຂັ້ນ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ, ມີແບບແຜນ, ແຫຼມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ປະເທດຊາດມີຄວາມສະຫງົບຢ່າງໜັກແໜ້ນ.
ໂດຍ: ຈິດ+ແສງເດືອນ