Thursday, August 7, 2025
Homeຂ່າວການເມືອງຫວນຄືນມູນເຊື້ອການກຳເນີດຂອງແນວລາວສ້າງຊາດ

ຫວນຄືນມູນເຊື້ອການກຳເນີດຂອງແນວລາວສ້າງຊາດ

(ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ 13/8/1950-13/8/2025) *ໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ)

ໃນຕົ້ນສະຕະວັດທີ 19 ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດເຊັ່ນ: ຂະບວນການຕໍ່ສູ້ຢູ່ແຂວງສະຫວັນນະເຂດ ໃຕ້ການນໍາພາຂອງພໍ່ກະດວດ (1901-1902);ຢູ່ເຂດດົງບໍລະເວນ ໃຕ້ການນໍາພາຂອງອົງແກ້ວ-ອົງກົມມະດໍາ (1902-1937); ຂະບວນການຕໍ່ສູ້ຢູ່ພາກເໜືອໃຕ້ການນໍາພາຂອງເຈົ້າຟ້າປັດໄຈ (1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ. ແຕ່ຂະບວນການຕໍ່ສູ້ເຫລົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນຫລາຍສາເຫດ. ໃນນັ້ນ, ອັນຕົ້ນຕໍຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ ບໍ່ທັນມີພັກປະຕິວັດນໍາພາ; ດໍາເນີນໄປແບບກະແຈກກະຈາຍ, ເກີດຢູ່ທ້ອງຖິ່ນໃຜມັນ, ຂາດການບັນຊາລວມສູນ, ບໍ່ສາມາດເຕົ້າໂຮມກໍາລັງແຮງສັງລວມຂອງໝົດທັງຊາດ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າບໍ່ທັນເປັນອັນໜຶ່ງອັນດຽວ; ໝາຍຄວາມວ່າບໍ່ທັນມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍການດໍາເນີນການປະຕິວັດຢູ່ອິນດູຈີນ ໂດຍເຫັນຄວາມສໍາຄັນຂອງວຽກງານແນວໂຮມ ປີ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ.
ວັນທີ 1 ທັນວາ 1941 ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໄດ້ມີຄໍາສັ່ງກ່ຽວກັບການສ້າງຕັ້ງສໍາພັນທະມິດອ້າຍລາວເອກະລາດ ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ມີຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ, ຂະບວນການຕໍ່ສູ້ເກີດຂຶ້ນຢູ່ເຂດຕ່າງໆ ແລະ ຢູ່ໃນຕົວເມືອງກ້າວໄປສູ່ການຍຶດອໍານາດ 23 ສິງຫາ 1945 ແລະ ປະກາດເອກະລາດ 12 ຕຸລາ 1945 ເປັນການເປີດໜ້າປະຫວັດສາດໜ້າໃໝ່ໃຫ້ແກ່ການປະຕິວັດ.
ປີ 1946-1950 ຂະບວນການຕໍ່ຕ້ານຂອງປະຊາຊົນລາວບັນດາເຜົ່າ ໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ການປະຕິວັດລາວມີເຂດຕໍ່ຕ້ານ ແລະ ກຳລັງປະກອບອາວຸດຢູ່ທຸກພາກຂອງປະເທດ. ພ້ອມກັນນັ້ນ, ຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຢູ່ທົ່ວສະໜາມຮົບອິນດູຈີນ ກໍມີບາດກ້າວກະໂດດຂຶ້ນຢ່າງໄວວາ. ເດືອນມັງກອນ ປີ 1950 ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູ ນິດອິນດູຈີນໄຂຂຶ້ນກອງປະຊຸມໄດ້ກຳນົດໜ້າທີ່ສະເພາະໜ້າຂອງການປະຕິວັດຄື ກໍ່ສ້າງສະຖານທີ່ໝັ້ນຕໍ່ຕ້ານໃຫ້ຕິດລ່ຽນ, ຂະຫຍາຍກຳລັງປະກອບອາວຸດ ເພື່ອດຳເນີນການສູ້ຮົບປະສານສົມທົບກັບ ສະໜາມຮົບລວມ, ກໍ່ສ້າງ ແລະ ເປີດກວ້າງແນວໂຮມເອກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ.
ປະຕິບັດທິດຊີ້ນໍາຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ແລະ ເພື່ອຜົນປະໂຫຍດຂອງການປະຕິວັດ, ຂອງປະເທດຊາດ ແລະ ຂອງມະຫາຊົນກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຊາດ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ກໍ່ສ້າງ, ປັບປຸງວຽກງານແນວໂຮມໂດຍໄດ້ວາງແຜນນະໂຍບາຍ ແລະ ຮູບການຈັດຕັ້ງແນວໂຮມເພື່ອເພີ່ມຕື່ມ ເຊິ່ງກັນ ແລະ ກັນ, ປະສານສົມທົບນໍາກັນ, ເປີດກວ້າງການເຕົ້າໂຮມກໍາລັງຂອງການປະຕິວັດ, ເປີດກວ້າງກ້ອນກໍາລັງມະຫາສາມັກຄີວົງຄະນາຍາດແຫ່ງຊາດ.
ພາຍໃຕ້ການຊີ້ນຳຂອງພັກກອມມູນິດອິນດູຈີນ ມາຮອດວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢູ່ເມືອງອຽນເຊີນ, ແຂວງຕວຽນກວາງ, ສສ ຫວຽດນາມ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ຈໍານວນ 105 ທ່ານ ຊຶ່ງເປັນຕົວແທນຂອງກໍາລັງປະກອບອາວຸດທຸກພາກ, ຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ອົງການຈັດຕັ້ງສັງຄົມ, ສາສະໜາ, ເພດ-ໄວໃນທົ່ວປະເທດ. ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃສ່ຊື່ວ່າ: “ແນວລາວອິດສະຫລະ”. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກເລືອກຕັ້ງເປັນປະທານສູນກາງແນວລາວອິດສະຫລະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments