Thursday, August 7, 2025
Homeທຸລະກິດຟາມຣ໋ອກຄີມ ຈຳໜ່າຍໄກ່ຄຸນນະພາບອອກສູ່ສັງຄົມ

ຟາມຣ໋ອກຄີມ ຈຳໜ່າຍໄກ່ຄຸນນະພາບອອກສູ່ສັງຄົມ

ຟາມຮ໋ອກຄີມ ຕັ້ງຢູ່ບ້ານນາຕາດ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນອີກຟາມໜຶ່ງທີ່ໄດ້ຜະລິດໄກ່ພັນຊີ້ນອອກຈໍາໜ່າຍສູ່ສັງຄົມຕັ້ງແຕ່ປີ 2023 ເປັນຕົ້ນມາ ເຊິ່ງໄດ້ຮັບຜົນຕອບຮັບດີຫລາຍ ເນື່ອງຈາກວ່າ ໄກ່ຈາກຟາມຮ໋ອກຄີມ ມີຄຸນນະພາບດີ, ຊີ້ນແຊບ ແລະ ໄກ່ກໍມີຫລາຍຂະໜາດໃຫ້ເລືອກໃນລາຄາບໍ່ແພງ. ສະນັ້ນ, ຈຶ່ງເຮັດໃຫ້ລູກຄ້າທັງພາຍໃນ ແລະ ຕ່າງແຂວງໄດ້ກາຍມາເປັນຂາປະຈໍາ ໂດຍສະເພາະແມ່ນແຂວງບໍລິຄໍາໄຊ ເປັນຕະຫລາດຈຳໜ່າຍທີ່ໃຫຍ່ສຳລັບຟາມ ຮ໋ອກຄີມ.
ທ່ານ ຮ໋ອກຄີມ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາລ້ຽງໄກ່ ຍ້ອນຢາກເຮັດທຸລະກິດໃດໜຶ່ງທີ່ສາມາດສ້າງລາຍຮັບ ແລະ ເຫັນວ່າຄວາມຕ້ອງການຂອງຕະຫລາດຍັງມີຫລາຍຈຶ່ງຕັດສິນໃຈລ້ຽງໄກ່ພັນຊີ້ນ ໃນປີ2023 ເປັນຕົ້ນມາເນື່ອງຈາກວ່າການລ້ຽງໄກ່ບໍ່ຫຍຸ້ງຍາກຫລາຍ,ໃຊ້ເວລາບໍ່ດົນກໍ່ຈໍາໜ່າຍໄດ້ແລ້ວ.

ສໍາລັບແນວພັນໄກ່ທີ່ລ້ຽງຢູ່ໃນຟາມແມ່ນໄກ່ພັນຊີ້ນທີ່ນໍາມາຈາກນະຄອນຫລວງວຽງຈັນ ເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ, ໂດຍການລ້ຽງແມ່ນໃຊ້ເວລາ 2 ເດືອນ ກໍ່ສາມາດຈໍາໜ່າຍໄດ້ , ປີໜຶ່ງ ຈໍາໜ່າຍໄດ້ 6 ເທື່ອ, ເທື່ອໜຶ່ງກໍ່ປະມານ 40.000-60.000 ໂຕແລ້ວແຕ່ຄວາມຕ້ອງການຂອງຕະຫລາດ, ສໍາລັບໄກ່ຢູ່ພາຍໃນຟາມຂອງພວກເຮົາ ແມ່ນສຸຂະພາບດີເນື່ອງຈາກວ່າມີສະຕະວະແພດ ມາຕິດຕາມເບິ່ງແຍງເລື່ອງການໃຫ້ອາຫານ, ນໍ້າ, ຢາ ແລະ ສັກວັກຊິນຢູ່ຕະຫລອດ. ພ້ອມດຽວກັນ, ເພື່ອປ້ອງກັນພະຍາດຕ່າງໆທີ່ອາດຈະເກີດຂຶ້ນຕາມລະດູການ ຢູ່ພາຍໃນຟາມກໍ່ມີການປ້ອງກັນກ່ອນເຂົ້າຄອກໄກ່ ເປັນຕົ້ນການສີດຂ້າເຊື້ອ.

ແນວໃດກໍດີ, ພາຍຫລັງທີ່ເຮັດຟາມໄກ່ມາເຫັນວ່າໄດ້ຮັບຜົນດີຫລາຍລູກຄ້າກໍເພີ່ມຂຶ້ນເລື້ອຍໆ. ສະນັ້ນ,ການລ້ຽງໄກ່ກໍ່ເພີ່ມຂຶ້ນ ໃນແຕ່ລະປີໂດຍ ໃນປີ 2025 ແມ່ນ 600.000ໂຕ. ສໍາລັບການຈໍາໜ່າຍແມ່ນຈໍາໜ່າຍພາຍໃນເມືອງທ່າແຂກ,ບົວລະພາ, ສ່ວນຕ່າງແຂວງແມ່ນສົ່ງໄປແຂວງສະຫວັນນະເຂດ ແລະ ບໍລິຄໍາໄຊ. ນອກນີ້ແລ້ວ, ຍັງສົ່ງໄປຂາຍຢູ່ຫວຽດນາມອີກດ້ວຍ.ສໍາລັບລາຄາຂາຍໄກ່ພາຍໃນຟາມແມ່ນ 35.000-45.000 ກີບຕໍ່ກິໂລ ແລ້ວແຕ່ນໍ້າໜັກຂອງໄກ່ແຕ່ລະໂຕ, ແຕ່ລາຄາທີ່ເວົ້າມານີ້ ກໍ່ບໍ່ຄົງທີ່ແລ້ວແຕ່ລະດູການເປັນຕົ້ນຍາມຝົນນີ້ ລາຄາຈະບໍ່ສູງຫລາຍຈຶ່ງເຮັດໃຫ້ມີຄວາມສ່ຽງຫລາຍບາງທີກໍ່ມີກໍາໄລ, ບາງເທື່ອກໍ່ບໍ່ມີກຳໄລ ເນື່ອງຈາກວ່າມີຄ່າໃຊ້ຈ່າຍຫລາຍເປັນຕົ້ນຄ່າແຮງງານກໍາມະກອນເດືອນລະ 4.000.000 ກີບ, ມີຄ່າກິນເຂົ້າມື້ລະ 50.000 ກີບ, ມີບ່ອນພັກເຊົາໃຫ້ພ້ອມທັງລາຍຈ່າຍອື່ນໆໃນແຕ່ລະເດືອນ. ເຖິງແນວໃດກໍດີ, ຟາມຮ໋ອກຄີມ ເປັນອີກຟາມໜຶ່ງທີ່ສ້າງວຽກເຮັດງານທໍາໃຫ້ປະຊາຊົນແຂວງຄໍາມ່ວນ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃກ້ຄຽງໃຫ້ມີອາຊີບ ແລະ ມີລາຍຮັບທີ່ໝັ້ນຄົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments