ຕອນເຊົ້າຂອງວັນທີ 6 ສິງຫານີ້ ທີ່ສຳນັກງານສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)ວ່າດ້ວຍ ຈັດສ້າງຕັ້ງກອງປະຊຸມປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ສາທາລະນະລັດ ປະຊາຊົນບັງກະລາເທດ. ຕາງໜ້າລົງນາມຝ່າຍລາວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ຕາງໜ້າລົງນາມຝ່າຍ ບັງກະລາເທດ ໂດຍ ທ່ານ ລຸດເຟີ ຣາມານ(Md. Lutfor Rahman) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ບັງກະລາເທດ ປະຈໍາ ສປປ ລາວ ໂດຍມີພະນັກງານນັກການທູດທັງສອງສະຖານທູດເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແມ່ນເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງກະຊວງການຕ່າງປະເທດ, ເປັນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດທີ່ເປັນເອກະພາບກັນເຊັ່ນ: ດ້ານການເມືອງ, ເສດຖະກິດ-ສັງຄົມ ລະ ຫວ່າງສອງປະເທດ; ແລະ ທັງເປັນການສ້າງຕັ້ງກົນໄກ ເພື່ອການຈັດຕັ້ງການປຶກສາຫາລືລະດັບສູງໃຫ້ເປັນປະຈຳ ແລະ ເປັນຮູບປະທຳຍິ່ງຂຶ້ນ ຊຶ່ງເປັນການບົ່ງບອກ ແລະ ຢືນຢັນວິໄສທັດໃນການເຊື່ອມໂຍງຮ່ວມກັນ ເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ກໍຄືພາກພື້ນ ແລະ ສາກົນ.

ພ້ອມກັນນັ້ນ, ລາວ ແລະ ບັງກະລາເທດເຊື່ອໝັ້ນວ່າຈະສາມາດປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ, ພ້ອມທັງຊຸກຍູ້ຄວາມເຂົ້າໃຈ ແລະ ຄວາມສາມັກ ຄີ ລະຫວ່າງ ສອງປະເທດໃຫ້ນັບມື້ນັບດີຂຶ້ນ. ການລົງນາມບົດບັນທຶກຄວາມເຂົ້າໃຈນີ້ ຍັງຈະເປັນເວທີແລກປ່ຽນປະສົບການ, ຖອດຖອນບົດຮຽນ ແລະ ແລກປ່ຽນທັດສະນະໃນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຄຽງຄູ່ກັນນີ້, ກໍເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ, ເປັນເອກະສານອ້າງອີງໃຫ້ແກ່ລາວ ແລະ ບັງກະລາເທດ ໃນການພົວພັນຮ່ວມມືໃນອະນາຄົດ.

ສປປ ລາວ ແລະ ສປ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ມາເປັນເວລາ 37 ປີ ຄືໃນປີ 1988. ປັດຈຸບັນແມ່ນນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ ການສະໜັບສະໜູນເຊິ່ງກັນແລະກັນ ແລະ ໄດ້ມີການເຊັນສັນຍາຍົກເວັ້ນວີຊາໃຫ້ການທູດ ແລະ ທາງລັດຖະການລະຫວ່າງສອງປະເທດໃນປີ 2013.
(ຂ່າວ-ພາບ: ສະຖານທູດລາວປະຈຳຫວຽດນາມ)