ວັນທີ 6 ສິງຫາ 2025 ນີ້, ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຜົນສໍາເລັດ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ພາຍຫລັງດຳເນີນມາເປັນເວລາວັນເຄິ່ງ.
ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ສິງຫາ 2025 ແລະ ມີຜົນສໍາເລັດດັ່ງນີ້: ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ດໍາເນີນເປັນ ເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ; ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 305 ສະຫາຍ. ໃນນັ້ນ, ມີແຂກຮັບເຊີນ 40 ສະຫາຍ, ຜູ້ແທນສົມບູນ 265 ສະຫາຍ, ຍິງ 21 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 10.473 ສະຫາຍ ຍິງ 2.460 ສະຫາຍ. ກອງປະຊຸມຄັ້ງນີ້, ເປັນກຽດຢ່າງສູງໄດ້ຂໍ່ານັບຮັບຕ້ອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ.
ກອງປະຊຸມໃຫຍ່ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສະໝານສາ ມັກຄີເປັນເອກະພາບສູງ, ມີຄວາມຮັບຜິດຊອບອັນເຕັມປ່ຽມ ຂອງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສະໝານສາມັກຄີເປັນເອກະພາບສູງ, ມີຄວາມຮັບຜິດຊອບອັນເຕັມປ່ຽມ ຂອງບັນດາສະຫາຍຜູ້ແທນກອງປະຊຸມ ໃນການຄົ້ນຄວ້າຕົກ ລົງບັນຫາສໍາຄັນຕ່າງໆ ເພື່ອສືບຕໍ່ນໍາພາປັບປຸງກຳລັງ ແລະ ວຽກງານປ້ອງກັນຄວາມສະຫງົບໃນຕໍ່ໜ້າ; ກອງປະຊຸມໄດ້ຮັບຮອງເອົາຮ່າງລາຍງານການເມືອງ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ V ແລະ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະ ຊວງ ສະໄໝທີ VI ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 31 ສະຫາຍ, ເລືອກຕັ້ງເອົາ 27 ສະຫາຍ, ຄະນະປະຈຳພັກກະຊວງ 9 ສະຫາຍ, ເລືອກຕັ້ງເອົາຜູ້ແທນສົມບູນ 20 ສະຫາຍ ແລະ ຜູ້ແທນສໍາຮອງ 4 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ກອງປະຊຸມ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມຈຸດປະສົງລະດັບຄາດໝາຍທີ່ໄດ້ກຳນົດໄວ້.
ພ້ອມກັນນີ້, ສະຫາຍ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມາເປັນຄໍາສັ່ງແນະນໍາຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຈັດຕັ້ງ ເຜີຍແຜ່ຄໍາສັ່ງດັ່ງກ່າວຢ່າງທົ່ວເຖິງ; ໄດ້ສ້າງແຜນການ, ແຕ່ງຕັ້ງຄະນະຮັບຜິດຊອບກະກຽມດ້ານຕ່າງໆ ແລະ ປະສານສົມທົບກັບຄະນະຮັບຜິດຊອບ ຕິດຕາມຊຸກຍູ້ກອງປະຊຸມໃຫຍ່ຂັ້ນສູນກາງ; ເພື່ອກ້າວເຂົ້າສູ່ການກະກຽມດໍາເນີນກອງປະຊຸມໃຫຍ່ ແຕ່ລະຂັ້ນໃນທົ່ວກຳລັງປ້ອງກັນຄວາມສະຫງົບ, ຄະນະບໍລິຫານງານພັກກະຊວງ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ໃນການສ້າງຂະບວນການດ້ານຕ່າງໆຢ່າງແຂງ ແຮງ ແລະ ຕໍ່ເນື່ອງ, ອັນພົ້ນເດັ່ນ ແມ່ນໄດ້ເປີດບັ້ນດໍາເນີນຊີວິດການເມືອງ ຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວອົງຄະນະພັກກະຊວງ ຕິດພັນກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານການເມືອງ, ເນື້ອໃນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກໍາລັງປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ, ພ້ອມນັ້ນ ຍັງໄດ້ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນຂອງອົງການຈັດຕັ້ງມະຫາຊົນໃນດ້ານຕ່າງໆມີຄວາມຕັ້ງໜ້າ ແລະ ຟົດຟື້ນເປັນຢ່າງດີ.
ພ້ອມກັນນີ້, ຂະບວນການປະຕິບັດໜ້າທີ່ການເມືອງ, ທຸກເຫລົ່າວິຊາສະເພາະ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂບັນຫາອາຊະຍາກຳປະເພດຕ່າງໆ ເປັນຕົ້ນ ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ຄະດີປຸ້ນຈີ້, ຊີງຊັບ, ຄ້າມະນຸດ, ສໍ້ໂກງຊັບທາງໂທລະຄົມ ແລະ ອື່ນໆ, ໄດ້ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງໂດຍສະເພາະແມ່ນຢູ່ນະຄອນຫລວງວຽງຈັນ, ເຂດໃຈກາງ ແລະ ແຂວງລຽບຊາຍແດນ, ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າ ປະກອບສ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ ຢູ່ທ້ອງຖິ່ນຮາກຖານ ສາມາດແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ໄດ້ເປັນຢ່າງດີ. ນອກນັ້ນ, ຍັງໄດ້ຍູ້ແຮງ ຂະບວນການປັບປຸງບູລະນະ, ປະດັບປະດາສຳນັກງານຫ້ອງການ, ຈັດຕັ້ງຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ແລະ ອອກແຮງງານ ຢ່າງເປັນຂະບວນຟົດຟື້ນ.