Thursday, August 7, 2025
Homeຂ່າວພາຍໃນສື່ມວນຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນແຕ່ລະໄລຍະ

ສື່ມວນຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນແຕ່ລະໄລຍະ

ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ພິມຈໍາໜ່າຍ ເພາະເປັນວັນທີ່ພວກເຮົານັກຮົບສື່ມວນຊົນ ຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.

ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ, ຫລາຍຄົນເຂົ້າໃຈດີວ່າ ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງພັກ-ລັດ ມີໜ້າທີ່ເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ-ລັດຖະບານ ກໍຄື ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ແຕ່ກໍຍັງມີຫລາຍຄົນທີ່ຍັງບໍ່ທັນເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງສື່ມວນຊົນ ໃນໄລຍະທີ່ປະເທດຊາດຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດລ່າງເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຫລາຍທົດສະຫວັດກ່ອນໜ້ານີ້ ນັກສື່ມວນຊົນໄດ້ອາໄສປາກາ, ເຈ້ຍ, ສໍ, ອາໄສສຽງຂີດຂຽນ ແລະ ປ່າວປະກາດຜ່ານເຄື່ອງມືສື່ສານທີ່ມີໃນຍຸກສະໄໝນັ້ນ ໂຈມຕີພວກສັດຕູ, ໄປພ້ອມໆກັບການປຸກລະດົມປະຊາຊົນ ຍົກສູງຄວາມສາມັກຄີພາຍໃນຊາດ ລຸກຂຶ້ນຕໍ່ຕ້ານການຮຸກຮານຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມືຂອງເຂົາ ບໍ່ຕ່າງຫຍັງກັບອ້າຍນ້ອງທະຫານຜູ້ໜຶ່ງ; ທະຫານຈັບປືນຕໍ່ສູ້ ແຕ່ນັກຂ່າວ ຈັບປາກກາຂີດຂຽນຂ່າວປຸກລະດົມການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ.

ທ່ານ ວັນນະສິນ ສິມມະວົງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະໜຶ່ງປີຜ່ານມາ ພັກເຮົາໄດ້ສືບຕໍ່ເອົາໃຈ ໃສ່ນໍາພາ-ຊີ້ນໍາວຽກງານສື່ມວນຊົນຢ່າງເດັດດ່ຽວ ແລະ ມີຫົວຄິດປະດິດສ້າງ, ຖືສໍາຄັນການສຶກສາອົບ ຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານສື່ມວນຊົນ, ຮັບປະກັນໃຫ້ມວນຊົນເຮັດສໍາເລັດໜ້າທີ່ຂອງຕົນຢ່າງຖືກຕ້ອງຕາມແນວທາງຂອງພັກ-ລັດ, ຮັບປະກັນໃຫ້ສື່ມວນຊົນເປັນນັກຕໍ່ສູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຫົວຄິດປະດິດສ້າງ ສາມາດປະກອບສ່ວນ ແລະ ຜັກດັນການສ້າງສາພັດທະນາປະ ເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ສ້າງສະພາບເງື່ອນໄຂທີ່ເອື້ອອໍານວຍຕໍ່ການເຕີບໃຫຍ່ ຂະ ຫຍາຍຕົວຂອງສື່ມວນຊົນ. ແຕ່ເຖິງຢ່າງໃດກໍຕາມ, ສື່ມວນຊົນຂອງພວກເຮົາຍັງຜະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ບໍ່ວ່າຈະເປັນບຸກຄະລາກອນ ແລະ ງົບປະມານທີ່ຍັງມີຈໍາກັດ. ຂະນະດຽວກັນ, ບັນ ຫາທີ່ກຸ່ມຄົນບໍ່ຫວັງດີ ນໍາໃຊ້ສື່ສັງຄົມອອນລາຍປ່ອຍຂ່າວປອມ, ຂ່າວບິດເບືອນ, ນໍາໃຊ້ເອໄອເສກສັນປັ້ນແຕ່ງເລື່ອງລາວຂຶ້ນ ເພື່ອສ້າງຄວາມປັ່ນປ່ວນໃນບ້ານເມືອງ. ສິ່ງດັ່ງກ່າວ, ມັນຮຽກຮ້ອງໃຫ້ສື່ມວນຊົນຕ້ອງຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ໃຫ້ທັນຍຸກ, ທັນສະໄໝ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີສະຕິ ແລະ ເຄົາລົບຈັນຍາບັນ, ຈັນຍາທໍາຂອງຕົນ ຮູ້ໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ໃໝ່ໆຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ສົມກັບວ່າ ສື່ມວນຊົນເປັນກະບອກສຽງ ແລະ ເຄື່ອງມືອັນແຫລມຄົມຂອງພັກ-ລັດຢ່າງແທ້ຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments