ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນລະຫວ່າງ ວັນທີ 5-6 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຢ່າງມີປະສິດທິຜົນ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານພັກຊຸດໃໝ່ ທີ່ໄດ້ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ເພື່ອເປັນຫລັກແຫລ່ງແກ່ນສານ ສືບຕໍ່ນໍາພາຊີ້ນໍາ ໃນ 5 ປີຕໍ່ໜ້າ ເຊິ່ງໂຄງປະກອບຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແມ່ນໄດ້ສ່ອງແສງໃຫ້ເຫັນລັກສະນະສືບທອດຕໍ່ເນື່ອງ ລະຫວ່າງຮຸ່ນ ຂອງພະນັກງານ, ເພດ, ເຜົ່າ ຢ່າງເໝາະສົມ ແລະ ໄດ້ຕາມມາດຖານເງື່ອນໄຂ ຄົບຖ້ວນແລ້ວ, ພ້ອມທັງສະແດງຄວາມເຊື່ອໝັ້ນ ແລະ ໝັ້ນໃຈວ່າຄະນະພັກຊຸດໃໝ່ຈະຈັດຕັ້ງປະຕິບັດວຽກງານ ຢ່າງເຕັມປະສິດທິຜົນ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ຕື່ມບາງດ້ານ ຄື: ໜຶ່ງ. ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ, ສອດຄ່ອງກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກກະຊວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນຕໍາຫລວດ ຢູ່ແຕ່ລະຂັ້ນຢ່າງທົ່ງເຖິງ; ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ຍູ້ຂະບວນການ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານປ້ອງກັນຄວາມສະຫງົບ.
ສອງ. ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງ ເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ; ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະລະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້; ການເຂົ້າມາຢູ່ໃນຄະນະບໍລິຫານງານພັກ ບໍ່ແມ່ນເພື່ອມາເປັນອາດຍາ-ເຈົ້ານາຍ, ບໍ່ແມ່ນເພື່ອໃຫ້ມີຕໍາ ແໜ່ງ, ໜ້າທີ່ເທົ່ານັ້ນ, ແຕ່ຕ້ອງຖືວ່າແມ່ນເຂົ້າມາ ເພື່ອຮັບໃຊ້ພາລະກິດປະຕິວັດອັນສູງສົ່ງຂອງພັກ, ເຮັດທຸກສິ່ງທຸກຢ່າງເພື່່ອຄວາມສົມບູນພູນສຸກ ຂອງປະຊາຊົນ, ເພື່ອຄວາມສະຫງົບສຸກ ແລະ ຈະເລີນວັດທະນາ ຂອງປະເທດຊາດ.

ສາມ. ຄະນະບໍລິຫານງານພັກ ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຫລັກການ, ລະບອບແບບແຜນວິທີນຳພາຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ເດັດຂາດແກ້ໄຂແບບແຜນອາຍາສິດ, ສໍ້ລາດບັງຫລວງ, ເສື່ອມຄຸນປ່ຽນທາດ; ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ໃຫ້ນັບມື້ນັບສູງຂຶ້ນ.
ສີ່. ບັນດາສະຫາຍຄະນະພັກຊຸດໃໝ່ ຕ້ອງສືບຕໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າດ້ານຄວາມຈົງຮັກພັກດີ ແລະ ຄວາມສັດຊື່ບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຕໍ່ຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ, ສາມັກຄີຮັກແພງ ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫລືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ,ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ; ເປັນແບບຢ່າງປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຕິດຕາມ, ຊຸກຍູ້ ການຈັດຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ມີທັດສະນະ ແລະ ການກະທໍາທີ່ຖືກຕ້ອງ, ຕັ້ງໜ້າຕ້ານປະກົດການຫຍໍ້ທໍ້ ໃນສັງຄົມທຸກຮູບແບບ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ບໍ່ໃຫ້ເຮັດໃນສິ່ງທີ່ຈະນໍາເອົາຜົນເສຍຫາຍມາສູ່ໜ້າທີ່ວຽກງານ ກໍຄື ກະທົບຕໍ່ບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ, ຕໍ່ຄະນະ ແລະ ຕໍ່ສ່ວນລວມ ຂອງກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ ແລະ ຄວາມຮັບຜິດຊອບ ຕໍ່ພັກ-ລັດ ແລະ ປະຊາຊົນ ໂດຍກົງ; ຄະນະພັກ ຕ້ອງໄດ້ສືບຕໍ່ສ້າງຄວາມສໍາພັນທີ່ດີກັບເພື່ອນມິດ ແລະ ສາກົນ ເພື່ອພັດທະນາຂະ ແໜງການໃຫ້ໄດ້ດີ ກໍຄື ການພັດທະນາຕໍ່ໄປ ຕ້ອງເອົາໃຈໃສ່ຍາດແຍ່ງ ແລະ ດຶງດູດການຊ່ວຍເຫລືອ…ການເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ-ພາກພື້ນ ກໍ່ຕ້ອງໄດ້ເຮັດວຽກ ແລະ ປະ ຕິບັດໜ້າທີ່ຮ່ວມນຳເຂົາ ໃຫ້ລະອຽດ, ຊັດເຈນ ແລະ ມີສະຕິ ຕໍ່ທັດສະນະຕ່າງໆ ທີ່ສຳຄັນແມ່ນຕ້ອງໄດ້ຮຽນຮູ້ ແລະ ເອົາບົດຮຽນທີ່ເປັນປະໂຫຍດ ມາໝູນໃຊ້ໃນວຽກງານສະເພາະ ຂອງພວກເຮົາ; ສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ບໍ່ສະເພາະແຕ່ເວົ້າເລື່ອງເປັນເຈົ້າເສດຖະກິດ, ແຕ່ຖ້າເປັນເຈົ້າເສດຖະກິດ-ເປັນເອກະລາດ ໃຫ້ນັບມື້ນັບດີຂຶ້ນ ແມ່ນຈະສົ່ງຜົນຕໍ່ຄວາມເປັນເຈົ້າ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ, ກໍາລັງປ້ອງກັນຄວາມສະຫງົບເຮົາ ຕ້ອງຕັດສິນໃຈເຂົ້າຮ່ວມ ແລະ ປະກອບສ່ວນ ເພາະເນື້ອແທ້ແມ່ນການຍົກສູງຄວາມເປັນເຈົ້າ ຂອງທຸກພາກສ່ວນຢູ່ໃນສັງຄົມ, ຕິດພັນກັບບັນຫາຄວາມໝັ້ນຄົງຂອງປະເທດຊາດ (ເປັນເຈົ້າຕົນເອງ ໃນການຮັບເອົາການຊ່ວຍເຫລືອ, ການດຶງດູດ, ການຮ່ວມມືກັບຕ່າງປະເທດ ແລະ ອື່ນໆ).
ສະຫາຍ ທອງລຸນ ສີສຸລິດ ໄດ້ຖືໂອກາດນີ້, ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ສະນິດສະໜົມມາສູ່ກອງປະຊຸມ ແລະ ຝາກຜ່ານກອງປະຊຸມໄປເຖິງພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ຕະຫລອດເຖິງສະຫາຍສະມາຊິກພັກ, ພະນັກງານນັກຮົບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ພວມປະຕິບັດໜ້າທີ່ອັນໜັກໜ່ວງ ຢູ່ເຂດຫ່າງໄກສອກຫຼີກ.ພ້ອມທັງສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍຄະນະພັກກະຊວງ, ນາຍ ແລະ ພົນຕຳຫລວດ ທີ່ສາມາດເຮັດໄດ້ໃນໄລຍະຜ່ານມາ ເຊິ່ງຜົນງານດັ່ງກ່າວ ແມ່ນຍ້ອນມີການຊີ້ນຳ-ນໍາພາໂດຍກົງ, ເດັດ ຂາດ ແລະ ຮອບດ້ານ ຂອງພັກ ຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄວາມເອົາໃຈໃສ່ນໍາພາຢ່າງໃກ້ຊິດຕິດ ແທດຂອງຄະນະພັກແຕ່ລະຂັ້ນ ແລະ ຄວາມເປັນເຈົ້າການບຸກບືນຂອງສະມາຊິກພັກ, ນາຍ ແລະ ພົນ ຕໍາຫລວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ. ສັງລວມແລ້ວ, ກໍາລັງປ້ອງກັນຄວາມສະຫງົບ ຍັງສືບຕໍ່ເປັນກໍາລັງຫລັກແຫລ່ງປົກປ້ອງຄວາມສະຫງົບສຸກ ຂອງປະເທດໃຫ້ດີຂຶ້ນເລື້ອຍໆ, ທັງໄດ້ຜະ ເຊີນໜ້າການສະກັດກັ້ນ, ຕີຖອຍທຸກການທຳລາຍມ້າງເພ, ການກໍ່ຄວາມບໍ່ສະຫງົບ ຂອງຜູ້ບໍ່ຫວັງດີ ແລະ ຜູ້ຈົງໃຈລະເມີດກົດໝາຍໄດ້ທັນການກວ່າເກົ່າ; ປະຕິບັດພາລະໜ້າທີ່ສຳຄັນເຂົ້າໃນການຮັບປະ ກັນສະຖຽນລະພາບການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ເປັນຢ່າງດີ ແລະ ສ້າງເງື່ອນໄຂອໍານວຍໃຫ້ປະຊາຊົນ ສາມາດໄປມາຫາສູ່, ການດຳລົງຊີວິດ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຢ່າງສະຫງົບສັນຕິ.
ພາບ: ຫ້ອງວ່າການສູນກາງພັກ