Thursday, August 7, 2025
Homeຂ່າວພາຍໃນເຈລະຈາ ຮ່າງສັນຍາ ການປະຕິບັດວຽກກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ

ເຈລະຈາ ຮ່າງສັນຍາ ການປະຕິບັດວຽກກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ

ກອງປະຊຸມເຈລະຈາຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ-2 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈ້າວ ລີ້ຈ່ຽນ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໂດຍເຫັນຄວາມສໍາຄັນຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມຊາຕາກໍາສອງຊາດ ລາວ-ຈີນ, ຍົກລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະ ດວກໃນການຜ່ານດ່ານຂອງຜູ້ໂດຍສານ ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປ-ມາຫາສູ່ກັນຂອງປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍ ການຂົນສົົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021. ທັງສອງຝ່າຍ ຈຶ່ງໄດ້ສ້າງສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ມີການປຶກສາຫາລືແລກປ່ຽຄວາມຄິດເຫັນນຳກັນ ກ່ຽວກັບເນື້ອໃນຂອງສັນຍາສະບັບນີ້, ຜ່ານມາຄະນະວິຊາການທັງສອງຝ່າຍ ກໍໄດ້ຈັດກອງປະຊຸມເຈລະຈາກັນຄັ້ງທີ 1 ມາແລ້ວ ໃນວັນທີ 3-4 ມິຖຸນາ 2025 ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ສປ ຈີນ ແລະ ໃນກອງປະຊຸມຄັ້ງທີ 2 ນີ້, ສອງຝ່າຍໄດ້ເອກະພາບບັນດາເນື້ອໃນຂອງສັນຍາ ແລະ ໄດ້ເຊັນຮ່ວມກັນໃສ່ສັນຍາດັ່ງກ່າວ ເພື່ອກຽມໃຫ້ແກ່ການນໍາ ຂັ້ນສູງຂອງສອງປະເທດລົງນາມໃນໂອກາດພົບປະຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນໄລເວລາອັນໃກ້ນີ້.

ພາຍຫລັງການນໍາຂັ້ນສູງຂອງທັງສອງຝ່າຍ ໄດ້ລົງນາມໃນສັນຍາດັ່ງກ່າວນີ້ແລ້ວ, ຈະເປັນການປະກອບສ່ວນສຳຄັນໃນການອໍານວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄື ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະ ເປັນປະເທດເຊື່ອມໂຍງພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ມີຄວາມສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ. ສັນຍາສະບັບນີ້, ມີອາຍຸນໍາໃຊ້ 10 ປີ ແລະ ສາມາດຕໍ່ໄດ້ອີກ ໂດຍອັດ ຕະໂນມັດ. ຖ້າກໍລະນີຝ່າຍໃດຝ່າຍໜຶ່ງຢາກຍົກເລີກສັນຍາ ກໍຕ້ອງໄດ້ແຈ້ງໃຫ້ອີກຝ່າຍຊາບກ່ອນລ່ວງໜ້າ 6 ເດືອນກ່ອນອາຍຸສັນຍາຈະຊິ້ນສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments