Thursday, August 7, 2025
Homeຂ່າວຕ່າງປະເທດອິນເດຍ ເລັ່ງກູ້ໄພແຜນດິນເຈື່ອນຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 4ຄົນ

ອິນເດຍ ເລັ່ງກູ້ໄພແຜນດິນເຈື່ອນຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 4ຄົນ

ຕາມຂ່າວຈາກ ນີວແດນລີ,ວັນທີ6 ສິງຫານີ້, ລັດອຸດຕາຣາຂັນ ໃນເຂດພູ ຫິມະໄລ ທາງພາກເໜືອ ຂອງອິນເດຍ ເລັ່ງການປະຕິບັດ ການຄົ້ນຫາ ແລະ ກູ້ໄພ ເຫດນ້ຳຖ້ວມ ກະທັນຫັນ ແລະ ດິນເຈື່ອນ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 4 ຄົນ ແລະ ສູນຫາຍ ລະຫວ່າງ 50-100ຄົນ. ສຳລັບ ການປະຕິບັດ ການຄົ້ນຫາ ແລະ ກູ້ໄພ ໄດ້ປະຕິບັດ ຢ່າງລຳບາກ ເນື່ອງຈາກ ດິນເຈື່ອນ ກິດຂວາງ ການຈະລາຈອນ ເທິງທາງດ່ວນ ສາຍຫລັກ ແລະ ຖະໜົນ ຫລາຍສາຍ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ. ນອກນີ້ ຍັງເກີດຝົນຕົກໜັກ ຢ່າງຕໍ່ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments