ໃນວັນທີ 5 ສິງຫາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂິພະຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ເຊິ່ງກ່າວມອບໂດຍທ່ານ ມາສຸຍ ຮາວ ແມັດທິວ (Mashui hao Mathew) ປະທານບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະການຄຸ້ມຄອງໄພພິບັດສູນກາງ, ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ກໍຄືປະຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍຄືຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸ ວິພາ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ, ລວມທັງ ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງການຕ່າງໆ ຂອງ ສປປ ລາວ, ລວມທັງ ນະໂຍບາຍຊຸກຍູ້ສົ່ງເສີມການຜະລິດ ແລະ ຊົມໃຊ້ພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ຕະຫຼອດຮອດ ນະໂຍບາຍສົ່ງເສີມການນຳໃຊ້ພາຫະນະ-ກົນຈັກ ທີ່ນຳໃຊ້ພະລັງງານໄຟຟ້າ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ປະທານບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ສະແດງຄວາມຂອບໃຈ ຕໍ່ການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ມອບ-ຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການດຳເນີນທຸລະກິດ ຂອງບໍລິສັດດັ່ງກ່າວ ທັງຢູ່ ສປ ຈີນ ແລະ ຕ່າງປະເທດຈຳນວນໜຶ່ງ, ລວມທັງ ຄວາມສົນໃຈມາລົງທຶນຢູ່ ສປປ ລາວ ໃນຂະແໜງການ ທີ່ ສປປ ລາວ ມີທ່າແຮງ ແລະ ສົ່ງເສີມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.