Wednesday, August 6, 2025
Homeຂ່າວພາຍໃນວສລ ເຕີບໃຫຍ່ເຂັ້ມແຂງ ແລະ ເປັນກະບອກສຽງອັນແຫລມຄົມ ໃຫ້ ພັກ-ລັດ

ວສລ ເຕີບໃຫຍ່ເຂັ້ມແຂງ ແລະ ເປັນກະບອກສຽງອັນແຫລມຄົມ ໃຫ້ ພັກ-ລັດ

ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເປັນພາຫະນະສື່ມວນຊົນໜຶ່ງທີ່ສໍາຄັນໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວ ເຊິ່ງໃນເມື່ອກອນ ມີຊື່ເອີ້ນວ່າ: “ວິທະຍຸກະຈາຍສຽງຝ່າຍປະເທດລາວ” ເຊິ່ງກໍາເນີດເກີດຂຶ້ນໃນທາມກາງແປວໄຟແຫ່ງສົງ ຄາມທີ່ດຸເດືອດຂ້ຽວຂາດທີ່ສຸດ, ຫຍຸ້ງຍາກຂາດເຂີດວັດຖຸ-ອຸປະກອນ ແລະ ບຸກຄະລາກອນທີ່ສຸດ. ມາຮອດປັດຈຸບັນ, ໄດ້ປ່ຽນຊື່ມາເປັນ “ວິທະຍຸກະຈາຍສຽງແຫ່ງຊາດລາວ” ໂດຍໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຮັບການພັດທະນາຢ່າງວ່ອງໄວ, ທັນສະໄໝ ສາ ມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ, ທັງເປັນກະບອກສຽງອັນແຫລມຄົມ ໃຫ້ພັກ, ລັດຖະບານ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫດການ ສຳຄັນຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ໃຫ້ສຳພາດ ໃນວັນທີ 5 ສິງຫາ 2025 ເນື່ອງໃນໂອກາດກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວ ຄົບຮອບ 65 ປີ ທີ່ຈະມາເຖິງນີ້ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ, ຕົ້ນກໍາເນີດ, ການເຄື່ອນ ໄຫວ ເເລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເເຕ່ລະໄລຍະ ເຊິ່ງຕະຫລອດໄລຍະຜ່ານມາ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກໍຄື ວິທະຍຸກະຈາຍສຽງຝ່າຍປະ ເທດລາວ ໃນເມື່ອກ່ອນ ໄດ້ເຮັດໜ້າທີ່ການເມືອງຂອງຕົນຢ່າງເເຂງເເຮງ ເພື່ອປຸກລະດົມຂົນຂວາຍປະ ຊາຊົນ ລຸກຮືຂຶ້ນເຮັດການປະຕິວັດ ເພື່ອຕ້ານກັບຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ສາມາດເວົ້າໄດ້ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ ເປັນອາວຸດອັນແຫລມຄົມຂອງພັກ, ເປັນກະບອກສຽງໂຄສະນາແນວທາງການເມືອງຂອງພັກ, ເປັນໂຄສົກຂອງການ ຈັດຕັ້ງປະຕິວັດ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງປະຊາຊົນລາວຜູ້ຮັກຊາດ ຮັກບ້ານເກີດເມືອງນອນໃນທົ່ວປະເທດ, ທັງເຮັດໜ້າທີ່ປຸກລະດົມຂົນຂວາຍທຸກກໍາລັງເຂົ້າຮ່ວມ ສະໜາມຮົບຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ ດ້ວຍຄວາມສະໝັກໃຈຕື່ນຕົວສູງທີ່ສຸດ. ນັບເເຕ່ປະເທດຊາດໄດ້ຮັບການປົດປ່ອຍ, ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ປ່ຽນຊື່ມາ ເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ດ້ານເນື້ອໃນ ແລະ ເຕັກນິກຕ່າງໆ, ໄດ້ນໍາໃຊ້ລະບົບທັນສະໄໝ ເພື່ອເປັນພື້ນຖານໃນການຂະຫຍາຍສະຖານີວິທະຍຸ ຢູ່ແຕ່ລະທ້ອງຖິ່ນ. ຄຽງຄູ່ກັນນີ້, ວິທະຍຸກະຈາຍສຽງເເຫ່ງຊາດລາວ ນັບມື້ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວ ສານ, ສາລະໜ້າຮູ້ ແລະ ສາລະບັນເທີງຕ່າງໆ, ພ້ອມທັງນໍາສະເໜີຂໍ້ມູນຂ່າວສານເຫດການສໍາຄັນຕ່າງໆ ໃຫ້ສັງຄົມ ໄດ້ຮັບຮູ້ ເເລະ ອື່ນໆ.

ທ່ານ ບົວໄລ ພານຸວົງ ຍັງໃຫ້ຮູ້ອີກວ່າ: ໃນ 1 ປີ ຜ່ານມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ມີຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບກົດໝາຍຂອງພັກ, ລັດ ໃນແຕ່ລະໄລຍະ ດ້ວຍການເຮັດເປັນຂ່າວ, ເປັນບົດປະກອບສຽງ, ປະກອບພາບເຄື່ອນໄຫວ ແລະ ຜັນຂະຫຍາຍໃນລາຍການຕ່າງໆຢ່າງເໝາະສົມ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໂຄສະນາເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ການເຄື່ອນໄຫວການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ປະເພນີ ອັນດີງາມຂອງຊາດ ເຊິ່ງໄດ້ອັດລາຍການຕ່າງໆ ອອກອາກາດທັງໝົດ 1.421 ຊົ່ວໂມງ, ສົ່ງລາຍການອອກອາກາດໃນລະບົບ AM ແລະ FM ໄດ້ 12.700 ຊົ່ວໂມງ, ໄດ້ກະຈາຍສຽງອອກອາກາດ ຄື້ນ FM 93 MHz ວິທະຍຸກະຈາຍສຽງແຫ່ງປະເທດຈີນ (CMG ) ຈໍານວນ 6.935 ຊົ່ວໂມງ, ພ້ອມທັງ ຜະລິດວິດີໂອ, ສາລະຄະດີ, ຂ່າວ, ບົດຕ່າງໆ ອອກທາງເວັບໄຊ, ເຟສບຸກ ແລະ ຢູທູບ ຕື່ມອີກ.

ພ້ອມກັນນີ້, ທ່ານ ບົວໄລ ພານຸວົງ ຍັງໄດ້ໃຫ້ຍົກໃຫ້ເຫັນ ຄວາມເປັນມາ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ຕໍ່ການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະ ບອກສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments