ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 5 ສິງຫານີ້ ຢູ່ທຳນຽບ ປະທານາທິບໍດີ ທີ່ນະຄອນຫລວງ ໄຄໂຣ(Cairo), ທ່ານ ແອບເດລ ຟາຕາ ເອລ ຊີຊີ(Abdel Fattah El-Sisi) ປະທານາທິບໍດີ ເອຢິບ ໄດ້ຕ້ອນຮັບ ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດ ການຢ້ຽມຢາມ ທາງລັດຖະກິດ. ໃນໂອກາດນີ້, ຜູ້ນຳສອງປະເທດ ໄດ້ອອກຖະແຫລງການຮ່ວມ ເພື່ອຍົກລະດັບ ການພົວພັນສອງຝ່າຍ ລະຫວ່າງ ສສ ຫວຽດນາມ ແລະ ເອຢິບ ຂຶ້ນເປັນຄູ່ຮ່ວມມື ຮອບດ້ານ. ພ້ອມທັງ ເຫັນດີ ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ຜັນຂະຫຍາຍ ບັນດາມາດຕະການ ເພີ່ມທະວີ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ, ເປີດກວ້າງ ການຮ່ວມມື ສູ່ບັນດາ ຂົງເຂດໃໝ່ຄື: ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການເຕີບໂຕ ສີຂຽວ, ຫັນເປັນດີຈີຕອນ. ສ່ວນທ່ານ ປະທານາທິບໍດີ ເອຢິບ ໄດ້ຢືນຢັນວ່າ ເອຢິບ ພ້ອມແລ້ວທີ່ ຈະເປັນຂົວຕໍ່ ໃຫ້ວິສາຫະກິດ, ສິນຄ້າຫວຽດນາມ ເຂົ້າເຖິງຕະຫລາດຕາເວັນອອກກາງ ແລະ ອາຟຣິກາ, ເຫັນດີ ເປັນເອກະພາບ ຈະປຶກສາຫາລື ກ່ຽວກັບຄວາມອາດສາມາດ ສ້າງຂອບ ການຮ່ວມມື ດ້ານການຄ້າ ສອງຝ່າຍໃໝ່, ຜ່ານນັ້ນ ປະກອບສ່ວນຍົກສູງ ວົງເງິນການຄ້າ ໃນໄລຍະ ຈະມາເຖິງ. ທັງ2ຝ່າຍ ໄດ້ເຫັນດີ ສ້າງຕັ້ງຫນ່ວຍງານ ສຶກສາ ຄວາມສາມາດ ເຈລະຈາ ສັນຍາ ການຄ້າເສລີ ຫວຽດນາມ-ເອຢິບ, ຊຸກຍູ້ການຮ່ວມມື ດ້ານການສຶກສາ, ພົວພັນແລກປ່ຽນ ປະຊາຊົນ, ເພີ່ມທະວີ ການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວ, ໂຄສະນາສະຖານທີ່ ທ່ອງທ່ຽວ, ວັດທະນະທຳ ແລະ ປະຊາຊົນ ສອງປະເທດ. ຈາກນັ້ນ ທ່ານ ປະທານ ປະເທດ ຫວຽດນາມ ໄດ້ສະເໜີ ຜັນຂະຫຍາຍ ການຮ່ວມມື ດ້ານການສຶກສາ, ແລກປ່ຽນນັກສຶກສາໃນຂົງເຂດໃໝ່, ປາດຖະໜາວ່າ ເອຢິບ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກ ໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ,ຮ່ຳຮຽນ ແລະ ເຮັດວຽກຢູ່ ອີຢິບ ຢ່າງເປັນປົກກະຕິ.ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ.ນອກນີ້ ຍັງຕີລາຄາສູງ ຕໍ່ບົດບາດຂອງ ເອຢິບ ໃນຖານະເປັນກາງ ໄກ່ເກ່ຍ ໃນການຊອກຫາວິທີ ແກ້ໄຂຄວາມຂັດແຍ່ງ ໃນພາກພື້ນ. ໃນໂອກາດນີ້ ທ່ານ ປະທານາທິບໍດີ ເອຢິບ ຊົມເຊີຍ ຫລັກໝັ້ນ ຂອງ ສສ ຫວຽດນາມ ກ່ຽວກັບ ການຕໍ່ສູ້ອັນຊອບທຳ ຂອງຊາວ ປາແລັດສະໄຕ ແລະ ຢືນຢັນ ຊຸກຍູ້ ວິທີການແກ້ໄຂ 2 ລັດ ແມ່ນຈຸດໝາຍສຳຄັນ ເພື່ອບັນລຸສັນຕິພາບ ແບບຍືນຍົງ ແລະຍາວນານຢູ່ຕາເວັນອອກກາງ. ກ່ຽວກັບ ບັນຫາ ທະເລຈີນໃຕ້, ການນຳທັງ 2 ປະເທດ ຍັງໄດ້ຢືນຢັນ ສະໜັບ ສະໜູນ ການແກ້ໄຂການຂັດແຍ່ງກັນ ໂດຍສັນຕິວິທີ ບົນພື້ນຖານເຄົາລົບ ກົດໝາຍສາກົນ, ກົດບັດສະຫະ ປະຊາຊາດ ແລະ ສົນທິສັນຍາ ສະຫະ ປະຊາ ຊາດ ກ່ຽວກັບ ກົດໝາຍທະເລປີ 1982 (UNCLOS) ເພື່ອຮັບປະກັນ ສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະ ການບິນຢູ່ທະເລ ຈີນໃຕ້. ຈາກນັ້ນ ການນຳທັງສອງຝ່າຍ ໄດ້ເປັນສັກ ຂີພິຍານ ພິທີລົງນາມ ໃນເອກະສານຮ່ວມມື ສຳຄັນຫລາຍສະບັບ, ໃນນັ້ນ ມີບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງແຜນການ, ພັດທະນາເສດຖະກິດ ແລະ ການ ຮ່ວມມືສາກົນ ຂອງເອຢິບ ກ່ຽວກັບ ການຮ່ວມມື ດ້ານເສດຖະກິດ; ບົດບັນທຶກຄວາມ ເຂົ້າໃຈ ລະຫວ່າງ ກະຊວງພາຍໃນ ຫວຽດນາມ ແລະ ກະຊວງ ພັດທະນາທ້ອງຖິ່ນ ເອຢິບ ກ່ຽວກັບ ການຮ່ວມມືໃນຂົງເຂດ ພັດທະນາທ້ອງຖິ່ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ