ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດີຈີຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID – ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ໃນພິທີ, ທ່ານ ວັນໄຊ ຕະວິນຍານ ກ່າວວ່າ: ກ່ອນອື່ນຂ້າພະເຈົ້າ ຂໍຂອບໃຈມາຍັງລັດຖະບານ ກໍຄືສະຖານທູດອົສຕຣາລີ ປະຈໍາລາວ ທີ່ໃຫ້ການສະໜັບສະໜູນດ້ານງົບປະມານໃຫ້ ສຳນັກຂ່າວເອບີຊີ (ABC) ໂດຍສົມທົບກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດຊຸດຝຶກອົບຮົມໃຫ້ນັກຂ່າວລາວ ຊຶ່ງເຫັນວ່າມີຄວາມສໍາຄັນ ແລະ ສອດຄ່ອງກັບຍຸກສະໄໝ, ໂດຍມີວິທະຍາກອນທີ່ເປັນຊ່ຽວຊານສະເພາະດ້ານຈາກປະເທດອົສຕຣາລີ, ລາວ ແລະ ໄທ ມາແລກປ່ຽນບົດຮຽນ ແລະ ນັກຂ່າວຜູ້ທີ່ຜະລິດຂ່າວວິດີໂອໃສ່ເວັບໄຊ ແລະ ສື່ອອນລາຍ ຈໍານວນ 25 ຄົນ ຈາກອົງການສື່ຕ່າງໆທັງພາກລັດ ແລະ ພາກສັງຄົມ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆເຂົ້າຮ່ວມ.

ປະເທດອົສຕຣາລີ ແລະ ລາວ ແມ່ນມີຄວາມສໍາພັນກັນຢ່າງເຂັ້ມແຂງ ແລະ ພັດທະນາຢ່າງຕໍ່ເນື່ອງ, ໂດຍມີການຮ່ວມມືແບບຄູ່ຮ່ວມງານທີ່ຄົບຖ້ວນ ແລະ ການຮ່ວມມືທີ່ເພີ່ມຂຶ້ນໃນຫຼາຍຂະແໜງການ. ຄູ່ຮ່ວມງານນີ້, ໄດ້ສ້າງຂຶ້ນ ດ້ວຍຄວາມໄວ້ວາງໃຈ ແລະ ຄວາມເຄົາລົບ, ປະກອບມີການຮ່ວມມືດ້ານການພັດທະນາເສດຖະກິດ, ຄວາມສະຫງົບ, ຄວາມໝັ້ນຄົງ, ແລະ ນະໂຍບາຍການຕ່າງປະເທດ, ໂດຍສຸມໃສ່ການພັດທະນາຊັບພະຍາກອນມະນຸດ.
ນອກນັ້ນ, ລັດຖະບານອົສຕຣາລີ ຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດໃນລາວ, ໂດຍໃຫ້ທຶນການສຶກສາ, ຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ, ການຝຶກອົບຮົມໃນຄັ້ງນີ້ກໍມີຫຼາຍຫົວຂໍ້ມາເປັນບົດຮຽນໃຫ້ແກ່ນັກຂ່າວລາວເປັນຕົ້ນ: ການຫັນໄປສູ່ດີຈີຕອນ, ຄວາມຍືນຍົງຂອງສື່ມວນຊົນ, ການຜະລິດເນື້ອໃນດີຈີຕອນ ແລະ ການເຮັດຂ່າວຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ດ້ານປັນຍາປະດິດ ແລະ ການວິເຄາະສື່ສັງຄົມອອນລາຍ ແລະ ສື່ຊະນິດອື່ນໆ.

ພ້ອມນັ້ນ, ທີມງານຈັດຝຶກອົບຮົມຍັງນໍາເອົາອຸປະກອນຈໍານວນໜຶ່ງມາໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ນໍາເຂົ້າໄປປະຕິບັດຕົວຈິງໃນໄລຍະຝຶກອົບຮົມ ແລະ ເອົາໄປໃຊ້ເຂົ້າໃນວິຊາສະເພາະຢູ່ອົງການສື່ຂອງຕົນທີ່ສັງກັດ ຊຶ່ງຈະຊ່ວຍໃຫ້ນັກຂ່າວໄດ້ຍົກລະດັບຄວາມຮູ້ຄວາມສາມາດກ້າວຂຶ້ນໄປທັນກັບຍຸກທັນສະໄໝ ແລະ ອອກຂ່າວຕາມການເວລາ. ການເປັນນັກຂ່າວຕ້ອງເປັນຜູ້ຮອບຮູ້, ເປັນຄົນສະດຸ້ງໄວ, ເປັນຄົນກັ່ນຕອງບັນຫາຢ່າງຮອບຄອບ, ເພາະວ່າເປັນຜູ້ນຳເອົາຂໍ້ມູນຂ່າວສານທີ່ເກີດຂຶ້ນໃນແຕ່ລະວັນທັງຢູ່ໃນລາວ ແລະ ຕ່າງປະເທດ ທີ່ຖືກຕ້ອງຊັດເຈນ, ທັນກັບກາລະເວລາ ມາເຜີຍແຜ່ຜ່ານຫຼາຍຊ່ອງທາງ ແລະ ຫຼາຍລະບົບສື່ສານໃຫ້ທຸກໆຊັ້ນຄົນໃນສັງຄົມໄດ້ບໍລິໂພກ.
ຂ້າພະເຈົ້າໄດ້ຍິນວ່າ: ປີນີ້ ແລະ ຊຸມປີຜ່ານມາ ສະມາຄົມນັກຂ່າວໄດ້ຮ່ວມກັບສະຖານທູດອົສຕຣາລີ ຈັດຝຶກອົບຮົມໃຫ້ນັກຂ່າວລາວ ໃນຂອບເຂດທົ່ວປະເທດ ທັງຊ້ອງໜ້າ ແລະ ຜ່ານອອນລາຍຫຼາຍຄັ້ງ ໂດຍສະເພາະແມ່ນການນໍາໃຊ້ເອໂອມາຊ່ວຍນັກຂ່າວດ້ານວິຊາຊີບຂອງຕົນ. ທ່ານຍິງ ແລະ ທ່ານຊາຍທີ່ຮັກແພງ, ປີນີ້ແມ່ນປີສໍາຄັນຫຼາຍສໍາລັບ ສປປ ລາວ ເພາະເປັນປີຄົບຮອບໃຫຍ່ຂອງຊາດ ແລະ ຫຼາຍອົງການ ໃນນີ້ລວມທັງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສນປ ລາວ ວັນທີ 2 ທັນວາ ຄົບຮອບ 50 ປີ, ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 75 ປີ. ຫວັງວ່ານັກຂ່າວທັງໝົດເຫຼົ່ານີ້ຈະຕັ້ງໃຈຮັບເອົາບົດຮຽນໄປນໍາໃຊ້ເຂົ້າໃສ່ວິຊາສະເພາະຂອງຕົນໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ອົງການຂອງຕົນຕາມການມອບໝາຍຂອງຂັ້ນເທິງ.