ວີທະຍຸ ສາກົນແຫ່ງ ສປ ຈີນ, ອີງຕາມ ຜົນການຄົ້ນຄວ້າ ສະບັບຫລ້າສຸດ ຈາກຫ້ອງທົດລອງ ງົບປະມານ ຂອງມະຫາວິທະຍາໄລ ເຢລ ອາເມລິກາ ສະແດງໃຫ້ເຫັນວ່າ: ມາຮອດ ວັນທີ 31 ກໍລະກົດທີ່ຜ່ານມາ, ອັດຕາພາສີ ສະເລ່ຍ ທີ່ມີຜົນບັງຄັບໃຊ້ຂອງ ສ.ອາເມລິກາ ຕໍ່ສິນຄ້ານຳເຂົ້າສູງເຖິງ 18,3% ເຊິ່ງເປັນລະດັບສູງສຸດ ນັບແຕ່ປີ 1934 ເປັນຕົ້ນມາ. ອັດຕາພາສີສະເລ່ຍ ທີ່ມີຜົນບັງຄັບໃຊ້ ບໍ່ແມ່ນຕົວເລກຄົງທີ່, ຫາກແມ່ນສາມາດປັບປຸງໄດ້ ໂດຍອີງຕາມການປ່ຽນແປງ ຂອງນະໂຍບາຍ ແລະ ສະຖານະການເສດຖະກິດ ຂອງປະເທດ ກໍຄືສະພາບແວດລ້ອມການຄ້າສາກົນ. ຫ້ອງທົດລອງງົບປະມານດັ່ງກ່າວເຫັນວ່າ: ນະໂຍບາຍພາສີ ຈະເຮັດໃຫ້ອັດຕາເຕີບໂຕ ຂອງລວມຍອດ ຜະລິດ ຕະພັນ ພາຍໃນ ຫລື GDP ຂອງ ສ.ອາເມລິກາ ໃນປີ 2025 ແລະ 2026 ຫລຸດລົງ 0,5% ຕໍ່ປີ. ພ້ອມກັນນັ້ນ, ພາສີ ຍັງຈະເຮັດໃຫ້ ອັດຕາວ່າງງານ ຂອງ ສ.ອາເມລິກາ ເພີ່ມຂຶ້ນ 0,3% ເມື່ອຮອດທ້າຍປີ 2025 ແລະ ຈະເພີ່ມຂຶ້ນ 0,7 ເມື່ອຮອດທ້າຍປີ 2026.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ