ຂ່າວຕ່າງປະເທດລາຍງານໃນວັນທີ 31 ກໍລະກົດ ຜ່ານມາວ່າ: ລັດຖະບານມາເລເຊຍໄດ້ຕັດສິນໃຈບໍ່ປະຕິບັດການເກັບພາສີຕໍ່ສິນຄ້າທີ່ມີມູນຄ່າສູງ. ແຕ່ຫຼັກການພື້ນຖານດັ່ງກ່າວໄດ້ຖືກລວມເຂົ້າໃນກອບພາສີການຂາຍສະບັບປັບປຸງແລ້ວ. ໂດຍສິນຄ້າຟຸ່ມເຟືອຍແລະ ສິນຄ້າ ທີ່ພິຈາລະນາຈາກຄວາມເປັນຈິງ ຈະຖືກເກັບພາສີໃນອັດຕາ 5% ຫຼື 10%
ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ: ພາສີສິນຄ້າມູນຄ່າຕໍ່າ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2024ສ້າງລາຍຮັບໄດ້ປະມານ 500 ລ້ານຣິງກິດໃນປີ 2025.
ນອກຈາກນີ້, ການທົບທວນອັດຕາພາສີການຂາຍແລະການຂະຫຍາຍຂອບເຂດອັດຕາພາສີບໍລິການຄັ້ງລ້າສຸດຂອງອຳນາດການປົກຄອງ ນະຄອນຫຼວງກົວລາລຳເປີ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ ຜ່ານມາ, ຄາດວ່າຈະເພີ່ມລາຍຮັບຂອງມາເລເຊຍ5 ຕື້ຣິງກິດໃນປີນີ້ ແລະ ເພີ່ມຂຶ້ນສອງເທົ່າເປັນ 10 ຕື້ຣິງກິດ ໃນປີ 2026.
ໃນການຕອບກັບທີ່ເປັນລາຍລັກອັກສອນຕໍ່ລັດຖະສະພາຂອງມາເລເຊຍໃນວັນທີ 29 ກໍລະກົດ ຜ່ານມານີ້, ທ່າ ອັນວາ ກ່າວວ່າ:ການຫຼຸດເງິນອຸດໜູນນ້ຳມັນກາຊວນຢ່າງຕໍ່ເນື່ອງໄດ້ເຮັດໃຫ້ອຳນາດການປົກຄອງນະຄອນຫຼວງກົວລາລຳເປີສາມາດປະຢັດເງິນໄດ້ເຖິງ 600 ລ້ານຣິງກິດຕໍ່ເດືອນ. ອີກທັງບັນດາມາດຕະການປະຕິຮູບການເງິນອື່ນໆກໍມີບົດບາດສຳຄັນໃນການຊຸກຍູ້ລາຍຮັບຂອງປະເທດ ລວມເຖິງການເກັບພາສີກຳໄລຈາກການຂາຍຊັບສິນ ສໍາລັບຮຸ້ນທີ່ບໍ່ໄດ້ລົງທະບຽນໃນຕະຫຼາດຫຼັກຊັບ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2024.
ທ່ານ ອັນວາ ກ່າວຕື່ມວ່າ: ເມື່ອພິຈາລະນາປະລິມານແລະມູນຄ່າຂອງທຸລະກໍາໃນປັດຈຸບັນທີ່ກ່ຽວຂ້ອງກັບຮຸ້ນທີ່ບໍ່ໄດ້ລົງທະບຽນໃນຕະຫຼາດຫຼັກຊັບ, ລັດຖະບານຄາດຄະເນວ່າຈະສາມາດເກັບລາຍຮັບໄດ້ປະມານ 800 ລ້ານຣິງກິດ ຕໍ່ປີ. ເຖິງຢ່າງໃດກໍຕາມ, ໂຕເລກຕົວຈິງຈະຖືກຢືນຢັນຫຼັງຈາກຜູ້ເສຍພາສີວິສາຫະກິດຍື່ນໃບແຈ້ງພາສີລາຍໄດ້ປະຈໍາປີແລ້ວເທົ່ານັ້ນ.