Saturday, August 2, 2025
Homeຂ່າວໜ້າໜຶ່ງສອງກອງທັບ ຈີນ-ລາວ ຮ່ວມກັນປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ

ສອງກອງທັບ ຈີນ-ລາວ ຮ່ວມກັນປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ

ຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ທັງສອງປະເທດ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ການປົດ ປ່ອຍປະເທດຊາດ, ມີການຮຽນຮູ້ ແລະ ແລກປ່ຽນບົດຮຽນໃນການປະຕິຮູບເປີດກວ້າງແບບໃໝ່, ຈິ່ງເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ນັບມື້ນັບເຂັ້ມແຂງຍືນຍາວຍິ່ງໆ ຂຶ້ນ. ປະຊາຊົນທັງສອງປະເທດ ໄດ້ສ້າງມິດຕະພາບອັນເລິກເຊິ່ງນີ້ໄວ້ ເປັນຂີດໝາຍໃນໜ້າປະຫວັດສາດອັນງົດງາມ ຂອງການເປັນມິດສະຫາຍບ້ານໃກ້ເຮືອນຄຽງທີ່ດີ.

ຜ່ານມາ, ທັງສອງປະເທດ ຕ່າງກໍໄດ້ຜ່ານຄວາມຫຍຸ້ງຍາກລໍາບາກ, ເຄີຍຖືກຮຸກຮານຈາກປະເທດ ມະຫາອໍານາດ ແລະ ຖືກປົກຄອງ ຫຼື ແຊກແຊງກິດຈະການພາຍໃນຈາກພວກລ່າເມືອງຂຶ້ນ, ພ້ອມກັນ ນັ້ນ ກໍໄດ້ຕໍ່ສູ້ຢ່າງກ້າຫານເພື່ອເອກະລາດແຫ່ງຊາດ. ຫຼັງຈາກສົງຄາມຝິ່ນໃນປີ 1840, ປະເທດ ຈີນ ຄ່ອຍໆ ກາຍເປັນສັງຄົມແບບເຄິ່ງອານານິຄົມ-ເຄິ່ງສັກດິນາ, ພວກລ່າເມືອງຂຶ້ນໄດ້ບັງຄັບໃຫ້ປະເທດຈີນເຊັນສັນຍາທີ່ບໍ່ສະເໝີພາບ ເພື່ອແບ່ງແຍກແຜ່ນດິນ ແລະ ເອົາຄ່າທົດແທນ, ເຮັດໃຫ້ຊາດຈີນຕົກຢູ່ໃນສະພາບທຸກຍາກລໍາບາກຢ່າງໜັກໜ່ວງ; ສ່ວນປະເທດລາວ ໃນປີ 1893 ຝຣັ່ງໄດ້ບັງຄັບໃຫ້ສະຫຍາມເຊັນ “ສົນທິສັນຍາຝຣັ່ງ-ສະຫຍາມ” ເຮັດໃຫ້ປະເທດລາວ ໄດ້ຖືກລວມເຂົ້າເປັນສະຫະພັນ ອິນດູຈີນຂອງຝຣັ່ງ, ນັບຕັ້ງແຕ່ນັ້ນມາ ປະຊາຊົນລາວໄດ້ຖືກຂູດເກັບພາສີອາກອນ ແລະ ໃຊ້ແຮງງານຢ່າງໜັກ ແລະ ໄດ້ຮັບການສຶກສາເປັນລະບົບຂ້າທາດ, ບາດແຜຄວາມເຈັບປວດນີ້ ຍັງຝັງເລິກຢູ່ໃນຈິດໃຈ ຂອງປະຊາຊົນລາວ. ແຕ່ຍິ່ງການກົດຂີ່ຮ້າຍແຮງຂຶ້ນເທົ່າໃດ, ການມີໃຈລຸກຂຶ້ນຕໍ່ສູ້ຍິ່ງແຂງແກ່ນຂຶ້ນເທົ່ານັ້ນ. ພັກກອມມູນິດຈີນໄດ້ສ້າງຕັ້ງກອງທັບປະຊາຊົນ ເຕົ້າໂຮມນໍາພາປະຊາຊົນຈີນ ຕໍ່ສູ້ຢ່າງບໍ່ຍອມຈໍານົນ, ໄດ້ຮັບຊະນະຢ່າງຕໍ່ເນື່ອງ ໃນການຕໍ່ຕ້ານສັດຕູຜູ້ເຂົ້າຮຸກຮານ ນອກນັ້ນ, ຍັງໄດ້ຮັບໄຊຊະນະອັນຍິ່ງໃຫຍ່ໃນສົງຄາມປະຕິວັດທີ່ດິນ, ສົງຄາມຕ້ານຟາຊິດຍີ່ປຸ່ນ ແລະ ສົງຄາມປົດປ່ອຍ; ໃນທີ່ສຸດກໍໄດ້ສະຖາປະນາສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນປີ 1949. ສ່ວນພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ລຸກຮືຂຶ້ນລົບລ້າງລະບອບອານານິຄົມ, ໄດ້ຮັບເອກະລາດປົດປ່ອຍຊາດ, ໄຊຊະນະໃນສົງຄາມຕ້ານຈັກກະພັດອະເມຣິກາທີ່ແສນຫຍຸ້ງຍາກລໍາບາກ ດ້ວຍການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ເຊັ່ນ ສປ ຈີນ ເປັນຕົ້ນ, ຈົນສາມາດປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975. ເພາະສະນັ້ນ, ແຕ່ລະປີໃນໂອກາດບຸນໄຫວ້ບັນພະບູລຸດ, ຈີນ ແລະ ລາວ ຈະໄດ້ສົ່ງຜູ້ແທນໄປໄຫວ້ອາໄລສຸສານນັກຮົບທີ່ເສຍສະຫຼະ ເພື່ອເປັນການສະແດງຄວາມເຄົາລົບຕໍ່ຜູ້ເສຍສະຫຼະຊີວິດເພື່ອຊາດ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ການປະຕິວັດ ແລະ ເປັນການຫວນຄືນຄວາມຫຍຸ້ງຍາກລໍາບາກໃນການຕໍ່ສູ້ຍາດແຍ່ງໄດ້ຄວາມສັນຕິພາບ. ເສັ້ນທາງການກ້າວໄປສູ່ເອກະລາດແຫ່ງຊາດຂອງຈີນ ແລະ ລາວ ແມ່ນບົດກະວີທີ່ຂຽນດ້ວຍເລືອດ ແລະ ໄຟ. ປະຫວັດສາດດັ່ງກ່າວ ບໍ່ພຽງແຕ່ໄດ້ເສີມຂະຫຍາຍນໍ້າໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ ຂອງສອງປະເທດເທົ່ານັ້ນ, ຫາກຍັງເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ຮ່ວມມືກັນສ້າງອະນາຄົດທີ່ດີງາມຕໍ່ໄປອີກ.

ບົດຮຽນປະຫວັດສາດທີ່ຄ້າຍຄືກັນຂອງສອງຊາດນັ້ນ ໄດ້ເຊື່ອມຕໍ່ນໍ້າໃຈ ຂອງປະຊາຊົນ ຈີນ-ລາວ ຢ່າງໃກ້ຊິດ, ເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ. ນັບ ຕັ້ງແຕ່ສ້າງສາຍພົວພັນທາງການທູດໃນວັນທີ 25 ເມສາ 1961 ໂດຍສະເພາະຫຼັງຈາກສ້າງເປັນຄູ່ຮ່ວມ ຍຸດທະສາດຮອບດ້ານໃນປີ 2009, ພາຍໃຕ້ການນໍາພາດ້ານຍຸດທະສາດ ຂອງຜູ້ນໍາສູງສຸດ ຂອງສອງພັກ- ສອງປະເທດ, ສາຍພົວພັນ ຈີນ-ລາວ ໄດ້ກ້າວໜ້າຢ່າງວ່ອງໄວ, ການຮ່ວມມືໃນທຸກຂົງເຂດ ລ້ວນ ແລ້ວແຕ່ໄດ້ປະສົບຜົນສໍາເລັດອັນໃຫຍ່ຫຼວງ, ການກໍ່ສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໄດ້ກ້າວເຂົ້າສູ່ລວງ ເລິກ ແລະ ປະກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເປັນແບບຢ່າງທີ່ດີ ໃຫ້ແກ່ການກໍ່ສ້າງປະຊາຄົມຮ່ວມ ກັນຂອງມວນມະນຸດ. ສປ ຈີນໄດ້ກາຍເປັນປະເທດຜູ້ລົງທຶນຕ່າງປະເທດ ອັນດັບ 1 ແລະ ຄູ່ຄ້າຫຼັກຂອງ ລາວ ຕິດຕໍ່ກັນຫຼາຍປີ. ໃນປີ 2024 ມູນຄ່າການຄ້າ ຈີນ-ລາວ ໄດ້ບັນລຸ 8.231 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 15,9% ເມື່ອທຽບໃສ່ປີກ່ອນ, ສ້າງສະຖິຕິສູງສຸດໃນສັງກາດໃໝ່. ຫຼາຍກວ່າ 80% ຂອງ ຜະລິດຕະພັນກະສິກໍາຂອງລາວ ໄດ້ສົ່ງອອກໄປຈໍາໜ່າຍຢູ່ປະເທດຈີນ ເຊິ່ງສະແດງໃຫ້ເຫັນວ່າ ຄວາມ ເຊື່ອມໂຍງທາງເສດຖະກິດ ລະຫວ່າງ ສອງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ນອກນັ້ນ, ການເປີດນໍາໃຊ້ຢ່າງເປັນທາງການຂອງທາງລົດໄຟ ລາວ-ຈີນ ກໍເປັນຂີດໝາຍສໍາຄັນທາງປະຫວັດສາດ, ຊ່ວຍໃຫ້ປະເທດ ລາວ ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດ. ນັບຕັ້ງແຕ່ການເປີດນໍາໃຊ້ໃນເດືອນທັນວາ 2021 ຈົນເຖິງເດືອນມິຖຸນາ 2025, ທາງລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 54 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 62,8 ລ້ານໂຕນ, ແຜ່ຂະຫຍາຍໄປຍັງ 18 ປະເທດ ແລະ ບັນດາເຂດແຄວ້ນ ລວມທັງປະເທດໄທ ແລະ ສິງກະໂປ, ໄດ້ສ້າງ “ເສັ້ນທາງທອງຄໍາ” ສາກົນ ອັນສະດວກສະບາຍ ຢ່າງມີປະສິດທິຜົນ. ນອກຈາກນັ້ນ, ກໍຍັງມີການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ລາວ-ຈີນ, ໄຟຟ້າ, ພະລັງງານ, ບໍ່ແຮ່ ແລະ ຂົງເຂດ ອື່ນໆໄດ້ສືບຕໍ່ກ້າວເຂົ້າສູ່ລວງເລິກ. ໂຄງການຊີວິດການເປັນຢູ່ຂອງປະຊາຊົນຈໍານວນໜຶ່ງເຊັ່ນ: ໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ ແລະ ວິທະຍາໄລເຕັກນິກວິຊາຊີບການລົດໄຟ ກໍໄດ້ຮັບການເປີດນໍາໃຊ້ ເຊິ່ງໄດ້ມີບົດບາດອັນຕັ້ງໜ້າເຂົ້າໃນການຮັດແໜ້ນ ສາຍພົວພັນມິດຕະພາບ ຈີນ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ນໍາເອົາຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.

ການຮ່ວມມືດ້ານການທະຫານ ກໍມີຜົນສໍາເລັດຢ່າງສະຫງ່າຜ່າເຜີຍ. ໃນຊຸມປີຜ່ານມານີ້, ພາຍໃຕ້ ການຊີ້ນໍາດ້ານຍຸດທະສາດ ຂອງການນໍາຂັ້ນສູງ ຂອງສອງພັກ ແລະ ສອງປະເທດ, ການຮ່ວມມື ລະຫວ່າງ ກອງທັບ ຈີນ-ລາວ ໄດ້ພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີລະດັບສູງຂຶ້ນເລື້ອຍໆ ໂດຍສະເພາະໄດ້ຮັບໝາກຜົນຢ່າງຕັ້ງໜ້າໃນການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດການຊ້ອມຮົບ ຮ່ວມ, ການບໍລິການດ້ານການແພດ, ການກໍ່ສ້າງບຸກຄະລາກອນ ແລະ ການໂຄສະນາຂ່າວການທະຫານ. ການຊ້ອມຮົບຮ່ວມກັນ ພາຍໃຕ້ຫົວຂໍ້: “ຂະບວນລົດໄຟແຫ່ງສັນຕິພາບ” ແລະ “ໂລ້ກໍາລັງມິດຕະພາບ” ລະຫວ່າງ ກອງທັບສອງປະເທດ ໄດ້ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນທາງຍຸດທະສາດແລະ ການຮ່ວມມືທີ່ແທ້ຈິງ ລະຫວ່າງກອງທັບສອງປະເທດ, ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ຈະສົ່ງຜົນກະທົບໃນໄລຍະຍາວ ໃນການຍົກລະດັບຄວາມສາມາດຂອງການສູ້ຮົບຮ່ວມກັນເພື່ອປ້ອງກັນປະເທດ ແລະ ປົກປັກຮັກສາຄວາມປອດໄພສະຫງົບ ແລະ ສະຖຽນລະພາບຂອງພາກພື້ນ.

ປີນີ້ ແມ່ນຄົບຮອບ 80 ປີ ແຫ່ງໄຊຊະນະໃນສົງຄາມຕໍ່ສູ້ຕ້ານຟາຊິດຍີ່ປຸ່ນ ຂອງປະຊາຊົນຈີນ ແລະ ຊະນະການຕໍ່ສູ້ຕ້ານຟາຊິດທົ່ວໂລກ, ລັດຖະບານຈີນ ຈະຈັດພິທີລະນຶກຢ່າງສະຫງ່າຜ່າເຜີຍ. ການຈັດພິທີໃນຄັ້ງນີ້ ແມ່ນເພື່ອຮ່ວມແຮງຈິດແຮງໃຈເພື່ອສັນຕິພາບ, ສະທ້ອນໃຫ້ເຫັນເຖິງພະລັງອໍານາດແຫ່ງສັນຕິພາບ, ສະແດງໃຫ້ເຫັນເຖິງການທຸ່ມເທປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຊົນຈີນ ໃນການຕໍ່ສູ້ຈົນຊະນະການຕ້ານຟາຊິດທົ່ວໂລກ ແລະ ເປັນການປະກາດໃຫ້ເຫັນເຖິງຈຸດຢືນ ແລະ ຄວາມມຸ່ງໝັ້ນ ຂອງປະຊາຊົນຈີນ ໃນການກ້າວເດີນຕາມເສັ້ນທາງການພັດທະນາຢ່າງສັນຕິ ແລະ ປົກປັກຮັກສາສັນຕິພາບຂອງໂລກຢ່າງເດັດດ່ຽວ. ບົດຮຽນອັນລໍ້າຄ່າຈາກສົງຄາມໂລກຄັ້ງທີສອງ ຍັງບໍ່ໄກ, ປະຫວັດສາດບໍ່ຄວນຖອຍຫຼັງ ແຕ່ຄວນກ້າວໜ້າ, ໂລກບໍ່ຄວນແຕກແຍກ ແຕ່ຄວນສາມັກຄີກັນ. ປະຊາຊົນທົ່ວໂລກຜູ້ຮັກສັນຕິພາບ ຕ້ອງຈື່ຈໍາປະຫວັດສາດທີ່ຂຽນດ້ວຍເລືອດ ແລະ ການເສຍສະຫຼະຊີວິດ, ຕັ້ງໜ້າປົກປັກຮັກສາຜົນງານ ຂອງໄຊຊະນະການຕ້ານຟາຊິດ ແລະ ລະບົບສາກົນຫຼັງສົງຄາມ. ສປ ຈີນ ຢຶດໝັ້ນແນວຄິດໃນການກໍ່ສ້າງປະຊາຄົມຮ່ວມກັນຂອງມວນມະນຸດ, ປະຕິບັດຂໍ້ສະເໜີດ້ານຄວາມປອດໄພໂລກຢ່າງຮອບດ້ານ, ມຸ່ງໝັ້ນໃນການຮັກສາສັນຕິພາບຂອງໂລກ ຜ່ານຄວາມສາມັກຄີ ແລະ ການຮ່ວມມື ໃນການສະແຫວງຫາຄວາມປອດໄພຮ່ວມກັນ ແລະ ຈະສືບຕໍ່ຮ່ວມມືກັບທຸກປະເທດໃນການສ້າງໂລກທີ່ສວຍງາມ ທີ່ມີສັນຕິພາບຢ່າງຍືນຍົງ ແລະ ມີຄວາມປອດໄພແກ່ທຸກຄົນ. ແຕ່ແນວໃດກໍດີ, ໃນຂະນະທີ່ທົ່ວໂລກພວມມີການປ່ຽນແປງຢ່າງໄວວາ ແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີ, ການປະທະກັນດ້ວຍຂໍ້ຂັດແຍ້ງ ແລະ ຄວາມບໍ່ສະຫງົບຢູ່ທ້ອງຖິ່ນໄດ້ເກີດຂຶ້ນເລື້ອຍໆ ແລະ ສະພາບແວດລ້ອມດ້ານຄວາມປອດໄພອ້ອມຂ້າງກໍມີຄວາມສັບສົນຍິ່ງຂຶ້ນ. ສອງກອງທັບ ຈີນ-ລາວ ພວກເຮົາຄວນສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງລະຫວ່າງສອງກອງທັບ ແລະ ເພີ່ມທະວີການພົວພັນຢ່າງແໜ້ນແຟ້ນໃນການສື່ສານດ້ານຍຸດທະສາດ.ຄວນນໍາໃຊ້ກົນໄກການປະຊຸມ ຂອງຄະນະກໍາມະການປະສານງານການຮ່ວມມືດ້ານການທະຫານໃຫ້ເກີດມີຜົນປະໂຫຍດສູງສຸດ ເພື່ອວາງແຜນລວມ ແລະ ປະສານງານກ່ຽວກັບການແລກປ່ຽນຮ່ວມມືໃນຂົງເຂດຕ່າງໆ ລະຫວ່າງສອງກອງທັບ. ຄວນລົງເລິກການແລກປ່ຽນຕົວຈິງໃນຂົງເຂດວຽກງານການເມືອງລະຫວ່າງກອງທັບສອງປະເທດ, ເພີ່ມທະວີການຊ້ອມຮົບຮ່ວມ ແລະ ການເຝິກອົບຮົມ ລະຫວ່າງສອງກອງທັບ. ຈັດຕັ້ງການພົບປະແລກປ່ຽນມິດຕະພາບກ່ຽວກັບການປ້ອງກັນປະເທດຢູ່ເຂດຊາຍແດນ ແລະ ຮ່ວມກັນຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ລຽບຊາຍແດນ. ສືບຕໍ່ດໍາເນີນການຮ່ວມມືໃນຂົງເຂດການແລກປ່ຽນ ລະຫວ່າງສະຖາບັນການສຶກສາ, ການພັດທະນາບຸກຄະລາກອນ, ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ນາຍທະຫານໄວໜຸ່ມ-ໄວກາງ ລວມທັງການຄົ້ນຄວ້າດ້ານວິຊາການ. ການຮ່ວມມືທີ່ເລິກເຊິ່ງຂຶ້ນ ແລະ ເສີມສ້າງມິດຕະພາບດັ້ງເດີມ ລະຫວ່າງກອງທັບຂອງສອງປະເທດ ໃຫ້ນັບມື້ນັບແ ໜ້ນແຟ້ນຍິ່ງຂຶ້ນ, ສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງກອງທັບ ຈີນ-ລາວ ໃນການຮັກສາຄວາມປອດໄພ ແລະ ສະຖຽນລະພາບຂອງພາກພື້ນ.

ກອງທັບ ຈີນ-ລາວ ຕ່າງກໍແບກຫາບພາລະກິດອັນສູງສົ່ງ ໃນການປົກປັກຮັກສາຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຜົນປະໂຫຍດການພັດທະນາ ຂອງປະເທດພວກເຮົາທັງສອງ. ເສັ້ນທາງຂ້າງໜ້າ ແມ່ນຍາວໄກ ແລະ ເຕັມໄປດ້ວຍຄວາມທ້າທາຍ. ຂໍໃຫ້ພວກເຮົາຈື່ຈໍາປະຫວັດສາດ, ໃຫ້ຄວາມສໍາຄັນ ແກ່ໄລຍະເວລາປັດຈຸບັນ, ຈັບມືກັນກ້າວໄປຂ້າງໜ້າ ໂດຍບໍ່ຢ້ານກົວຕໍ່ອຸປະສັກໃດໆ. ຂໍໃຫ້ພວກເຮົາ ຮ່ວມມືກັນໃນດ້ານການທະຫານໃຫ້ແໜ້ນແຟ້ນຂຶ້ນຕື່ມ ເພື່ອປ້ອງກັນຄວາມໝັ້ນຄົງໃນພາກພື້ນ, ສືບຕໍ່ ປະກອບສ່ວນອັນໃໝ່ ໃນການຊຸກຍູ້ການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ໃຫ້ຍືນຍົງທະນົງແກ່ນ ກໍຄືໃນການຮັກສາສັນຕິພາບ ແລະ ສະຖຽນລະພາບ ທັງນີ້, ເພື່ອຮ່ວມກັນສ້າງອະນາຄົດອັນສີວິໄລ ໃຫ້ແກ່ສອງປະເທດ ຈີນ-ລາວ, ລາວ-ຈີນ.

(ໂດຍ: ພັນເອກພິເສດ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດທະຫານ ປະຈໍາສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments