Friday, August 1, 2025
Homeຂ່າວໜ້າໜຶ່ງສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກເພື່ອສັນຕິພາບ ແລະ ການພັດທະນາ

ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກເພື່ອສັນຕິພາບ ແລະ ການພັດທະນາ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດຣັດເຊຍ ຜ່ານສຳນັກຂ່າວສານຕາສ (TASS), ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງຣັດເຊຍ.

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດຣັດເຊຍ ຜ່ານສຳນັກຂ່າວສານຕາສ (TASS), ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງຣັດເຊຍ.

ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ໄດ້ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີສະຫະພາບໂຊວຽດ ສະໜັບສະໜູນຊ່ວຍເຫລືອພາລະກິດປະຕິວັດຂອງລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມືຂອງພວກເຮົາມາຈົນເຖິງທຸກມື້ນີ້.

ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນ ລາວ–ຣັດເຊຍ ນັ້ນແມ່ນການສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງລະຫວ່າງ ລາວ ແລະ ສະຫະ ພາບໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫລັງ ສປປ ລາວ ໄດ້ຮັບການສະຖາປະນາໃນປີ 1975 ສະຫະພາບໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອຢ່າງຫລວງຫລາຍໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫລັງສົງຄາມທຳລາຍອັນໜັກໜ່ວງ, ຊ່ວຍເຫລືອລາວໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ. ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ສະຫະພັນຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງຈາກສະຫະພາບໂຊຫວຽດ, ຫລັງຈາກນັ້ນ, ໄດ້ລົງນາມສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມືໃນໄລຍະໃໝ່. ຮອດປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ–ປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ່ ຢູ່ນະຄອນຫລວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນ ລາວ ແລະ ຣັດເຊຍ. ພວກເຮົາມີຄວາມເພິ່ງພໍໃຈທີ່ເຫັນວ່ານັບແຕ່ ປີ 2014 ເປັນຕົ້ນມາການພົວພັນຮ່ວມມື ລາວ-ຣັດເຊຍ ໄດ້ຮັບການເປີດກວ້າງໄປສູ່ເກືອບທຸກຂະແໜງການຮ່ວມມືທີ່ສອງຝ່າຍມີທ່າແຮງ.

ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ສອງຝ່າຍໄດ້ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບ ແລະ ຂົງເຂດວຽກງານ ນັບແຕ່ລະດັບວິຊາການ ຈົນເຖິງການນໍາລະດັບສູງຂອງສອງປະເທດ; ການພົວພັນໃນຂອບວຽກງານສາຍພັກ, ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນໃນຂົງເຂດຕ່າງໆ ລວມທັງຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ ສປປ ລາວ. ນອກຈາກນັ້ນ, ສ ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫລືອລາວ ທາງດ້ານການສຶກສາ, ສາທາລະນະສຸກ. ຊຸມປີຫລັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງມາແຕ່ສະໄໝສົງຄາມຈາກການຖິ້ມລະເບີດຂອງກອງທັບອາກາດ ສະຫະລັດອາເມຣິກາ ຊຶ່ງຖືວ່າເປັນຮ່ອງຮອຍເສດເຫລືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ່ປະຊາຊົນລາວ ແລະ ເຮັດໃຫ້ຄົນລາວ ຍັງສືບຕໍ່ປະສົບກັບຄວາມຫາຍະນະຈົນເທົ່າທຸກວັນນີ້. ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທາງດ້ານມະນຸດສະທຳທີ່ຣັດເຊຍ ມີໃຫ້ແກ່ປະຊາຊົນລາວຂອງພວກຂ້າພະເຈົ້າ ແລະ ຂົງເຂດສຳຄັນອື່ນໆອີກ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ຢ່າງບໍ່ມີວັນຫລົງລືມໄດ້.

ປີນີ້ ຢູ່ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມຂອງຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນ ໃນປະຫວັດສາດຂອງປະຊາຊາດຣັດເຊຍ ແລະ ຂອງມວນມະນຸດໃນທົ່ວໂລກ. ສປປ ລາວ ໄດ້ຮັບກຽດເປັນຢ່າງສູງທີ່ກອງທັບລາວ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ.

ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ.

ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີຜົນສຳເລັດຫລາຍປະການ. ຕະຫລອດຫລາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນຂະແໜງການກໍ່ສ້າງຊັບພະຍາກອນມະນຸດທີ່ເປັນມູນເຊື້ອແຫ່ງການສະໜັບສະໜູນຈາກຣັດເຊຍ ໃຫ້ແກ່ລາວມາແລ້ວນັ້ນ, ໄດ້ສ້າງ ແລະ ສືບຕໍ່ສ້າງໃຫ້ລາວ ມີຊັບພະຍາກອນບຸກຄົນທີ່ເປັນກຳລັງແຮງອັນໃຫຍ່ຫລວງໃນການພັດທະນາປະເທດຊາດຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ.

ເວົ້າເຖິງການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວຈາກຣັດເຊຍ ໄປ ສປປ ລາວ ເພີ່ມຂຶ້ນທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າເທື່ອຄົນ ແລະ ຫວັງວ່າຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກຣັດເຊຍ ເພື່ອນມິດນັບມື້້ນັບຫລາຍຂຶ້ນ.

ສຳລັບການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງສະເໝີຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫລາຍບັນຫາ, ສະໜັບສະໜູນບັນດາຫລັກການພື້ນຖານຂອງການພົວພັນສາກົນ, ສົ່ງເສີມລັດທິຫລາຍຝ່າຍ ແລະ ການສ້າງລະບຽບໂລກຫລາຍຂົ້ວທີ່ມີຄວາມເປັນທຳ. ຂ້າພະເຈົ້າຊື່ນຊົມຕໍ່ບົດບາດຂອງຣັດເຊຍ ທີ່ເປັນໜຶ່ງໃນເສົາຄ້າຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກທີ່ກຳລັງປັ່ນປ່ວນນີ້.

ໃນຂອບອາຊຽນ, ຣັດເຊຍ ເປັນໜຶ່ງໃນບັນດາຄູ່ເຈລະຈາທີ່ສໍາຄັນຂອງອາຊຽນ, ສປປ ລາວ ຕີລາຄາສູງການພົວພັນຮ່ວມມືຢ່າງມີໝາກຜົນລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫລອດໄລຍະຫລາຍກວ່າ 3 ທົດສະວັດທີ່ຜ່ານມາ. ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເປັນປະທານຮ່ວມກັບທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ. ໃນຖານະທີ່ ອາຊຽນ-ຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີທີ່ເຫັນວ່າ ຣັດເຊຍ ມີການປະກອບສ່ວນທີ່ສຳຄັນເຂົ້າໃນການສະໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກຮ່ວມມືຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດ ແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງນີ້, ພວກເຮົາຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ.

ເພື່ອນມິດຣັດເຊຍ ທີ່ນັບຖືຮັກແພງທັງຫລາຍ,

ການຢ້ຽມຢາມຣັດເຊຍ ຂອງຂ້າພະເຈົ້າ ໃນຄັ້ງນີ້ ພໍດີກັບໂອກາດທີ່ມີຄວາມສຳຄັນເປັນພິເສດຄືເປັນປີສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະຂອງສົງຄາມປົກປ້ອງປິຕຸພູມຂອງຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ (7/10/1960 – 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງເປັນໂອກາດດີທີ່ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ວາລາດີເມຍ ປູຕິນ ຈະໄດ້ຮ່ວມກັນທົບທວນມູນເຊື້ອຂອງມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງໃຫ້ແກ່ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

ໂດຍເປັນໜຶ່ງໃນຈຳນວນອະດີດນັກສຶກສາ, ນັກຄົ້ນຄວ້າລາວ ຈຳນວນ ຫລາຍຮ້ອຍຫລາຍພັນຄົນທີ່ໄດ້ສຶກສາຮໍ່າຮຽນ ແລະ ດຳລົງຊີວິດຢູ່ ສ ຣັດເຊຍ, ຂ້າພະເຈົ້າມີໂອກາດໄດ້ກັບມາປະເທດຣັດເຊຍ ທີ່ສວຍງາມຄັ້ງໃດກໍຮູ້ສຶກພາກພູມໃຈຕໍ່ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາ ແລະ ກ້າວໜ້າຢ່າງມະຫັດສະຈັນ ຂອງປະເທດຣັດເຊຍ ເພື່ອນມິດ. ຂ້າພະເຈົ້າມາຢ້ຽມຢາມຣັດເຊຍ ຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂໍຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງທີ່ຜືນແຜ່ນດິນທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ຄູອາຈານ ແລະ ເພື່ອນສະຫາຍຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງໄດ້ໃຫ້ການອຸປະຖໍາ ຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີແກ່ຂ້າພະເຈົ້າ ແລະ ຄົນລາວທຸກຄົນຢ່າງບໍ່ມີວັນຈະຫລົງລືມໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments