Wednesday, July 30, 2025
Homeຂ່າວຕ່າງປະເທດຜົນການສຶກສາພົບວ່າ ການໃຊ້ສາຍຕາ ຄືກຸນແຈສຳລັບການສື່ສານ

ຜົນການສຶກສາພົບວ່າ ການໃຊ້ສາຍຕາ ຄືກຸນແຈສຳລັບການສື່ສານ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: HAVIC Lab, ຫ້ອງທົດລອງຢູ່ມະຫາວິທະຍາໄລ Flinders ໃນປະເທດອົສຕຣາລີ ເປີດເຜີຍວ່າ, ການຄົ້ນຄວ້າທີ່ນໍາພາໂດຍນັກວິທະຍາສາດອົສຕຣາລີໄດ້ເປີດເຜີຍໃຫ້ເຫັນວ່າ “ຈັງຫວະຂອງການເບິ່ງຕາ” ແມ່ນປັດໄຈສໍາຄັນໃນການສື່ສານລະຫວ່າງມະນຸດ ແລະ ຫຸ່ນຍົນ.

ນອກຈາກການເບິ່ງຕາທີ່ມີຄວາມສຳຄັນແລ້ວ, ຈັງຫວະເວລາ ແລະ ວິທີການເບິ່ງຕາຍັງສົ່ງຜົນຕໍ່ຄວາມໝາຍຂອງການສື່ສານດ້ວຍເຊັ່ນກັນ. ໂດຍ ທ່ານ ນາທານ ຄາຣູອານາ ນັກວິທະຍາສາດດ້ານລະບົບປະສາດສະຕິປັນຍາ ແລະ ຫົວໜ້າຫ້ອງທົດລອງ ເປີດເຜີຍວ່າ: ການຄົ້ນພົບດັ່ງກ່າວຊ່ວຍຖອດລະຫັດໜຶ່ງໃນພຶດຕິກໍາທີ່ເປັນທຳມະຊາດຂອງມະນຸດ ແລະ ວິທີການໃຊ້ສາຍຕາເຊື່ອມຕໍ່ກັບຄົນອື່ນໄດ້ດີຂຶ້ນ, ບໍ່ວ່າຈະເປັນເພື່ອນຮ່ວມງານ, ຫຸ່ນຍົນ ຫຼື ຄົນທີ່ມີຮູບແບບການສື່ສານທີ່ແຕກຕ່າງກັນ.

ໃນການທົດລອງກັບຜູ້ເຂົ້າຮ່ວມ 137 ຄົນ ພົບວ່າ: ລຳດັບການເບິ່ງທີ່ມີປະສິດທິຜົນທີ່ສຸດໃນການຕິດຕໍ່ສື່ສານຄວາມຕ້ອງການການຊ່ວຍເຫຼືອທີ່ບໍ່ໃຊ້ຄໍາເວົ້າຄືການເບິ່ງວັດຖຸ, ເບິ່ງຕາ, ແລ້ວກັບໄປເບິ່ງວັດຖຸ. ໂດຍ ທ່ານ ຄາຣູອານາ ອະທິບາຍວ່າ: ຄວາມໝາຍຂອງການແນມເບິ່ງແມ່ນຂຶ້ນກັບບໍລິບົດ ແລະ ລຳດັບ, ບໍ່ແມ່ນຄວາມຖີ່ຂອງການແນມເບິ່ງຢ່າງດຽວ ແລະ ທີ່ໜ້າສົນໃຈ, ຄືຜູ້ເຂົ້າມີປະຕິກິລິຍາຄ້າຍຄືກັນ ບໍ່ວ່າຈະກັບມະນຸດ ຫູື ຫຸ່ນຍົນ.

ທ່ານ ຄາຣູອານາ ກ່າວຕື່ມວ່າ: ມະນຸດມີທ່າອ່ຽງທີ່ຈະຕອບສະໜອງຕໍ່ສັນຍານທາງສັງຄົມ, ເຖິງແມ່ນວ່າຈະມາຈາກເຄື່ອງຈັກ ແລະ ຄວາມເຂົ້າໃຈເຫຼົ່ານີ້ສາມາດຊ່ວຍເພີ່ມການເຊື່ອມຕໍ່ລະຫວ່າງຄົນ ແລະ ເຕັກໂນໂລຊີ.

ການຄົ້ນຄວ້າດັ່ງກ່າວໄດ້ຈັດພິມໃນວາລະສານ Royal Society Open Science ຍັງສະເໜີວ່າການໃສ່ລັກສະນະການເບິ່ງແບບມະນຸດລົງໃນຫຸ່ນຍົນ ຫຼື ຜູ້ຊ່ວຍສະເໝືອນຈິງ ອາດຊ່ວຍໃຫ້ພວກເຂົາສື່ສານໄດ້ຢ່າງມີປະສິດທິຜົນ ແລະ ເຂົ້າໃຈງ່າຍຂຶ້ນ.

ນອກຈາກນີ້, ຜົນການສຶກສາຍັງອາດຖືກນໍາໄປໃຊ້ກັບສະຖານະການທີ່ສໍາຄັນອື່ນໆ ເຊັ່ນ: ກິລາ, ການປ້ອງກັນ ຫຼື ສະຖານທີ່ເຮັດວຽກທີ່ມີສຽງລົບກວນ ລວມທັງຊ່ວຍເຫຼືອຜູ້ທີ່ເພິ່ງພາສັນຍານໃນການສື່ສານເຊັ່ນ: ຜູ້ທີ່ມີອາການອໍທີສຕິກ ຫຼື ຜູ້ພິການທາງການໄດ້ຍິນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments