ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນ ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍລະກົດ 2025 ເພື່ອພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫ່ຍຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ມີເນື້ອໃນຈະແຈ້ງ, ເລິກເຊິ່ງ, ຖືກ ຕ້ອງ, ຄົບຖ້ວນສົມບູນ. ພ້ອມນີ້ ກໍເພື່ອຄັດເລືອກ-ເລືອກເຟັ້ນ ເອົາບຸກຄະລາກອນ ຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນໂຄງ ປະກອບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ໃຫ້ຖືກຕ້ອງຕາມາດຕະຖານ ມີເງື່ອນໄຂຄົບຖ້ວນ, ຮັບປະກັນລັກສະນະ ສືບທອດ-ປ່ຽນແທນ ເພື່ອຕອບສະໝອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ໄດ້ກ່າວວ່າ: ປັດຈຸບັນ, ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ນັບແຕ່ຂັ້ນຮາກຖານຮອດຂັ້ນ ກະຊວງ-ອົງການ, ແຂວງ, ນະຄອນ ຫລວງ ແມ່ນໄດ້ສຳເລັດໃນຂອບເຂດທົ່ວປະເທດ ສໍາລັບສະຫະພັນແມ່ຍິງ ພາກສ່ວນທີ່ຖືກໂຮມກົງຈັກ ບາງບ່ອນກໍໄດ້ ສຳເລັດການບົ່ງຕົວແຕ່ງຕັ້ງແລ້ວ. ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໂຮມເອົາວຽກງານສື່ມວນຊົນ (ວຽກງານຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສໍາເລັດຂັ້ນພື້ນຖານ ສະເພາະຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ ແລະ ຄະນະສະຫະພັນແມ່ຍິງ ຮາກຖານ ກໍຈະໄດ້ມີການປັບປຸງເຊັ່ນກັນ ໂດຍສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ຄະນະຮັບຜິດຊອບ ປັບປຸງກົງຈັກຂັ້ນສູນກາງ. ສຳລັບກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນ 2 ວາລະຄື: ປະກອບຄຳເຫັນ ຕໍ່ຮ່າງບັນດາເນື້ອໃນເອກະສານ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເພື່ອພິຈາລະນາ ແລະ ຮັບຮອງ, ໃນນີ້ ປະກອບມີ 3 ເອກະສານຕົ້ນຕໍ ຄື: ຮ່າງລາຍງານການເມືອງ; ຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030); ຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ). ນອກຈາກນີ້, ກໍໄດ້ທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ເຊິ່ງຜົນຂອງກອງປະຊຸມ ຈະກາຍເປັນບ່ອນອີງທີ່ສໍາຄັນ ເພື່ອໃຫ້ຄະນະຮັບຜິດຊອບຊີ້ນໍາ ການກະກຽມດຳເນີນກອງປະຊຸມໃຫຍ່ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງໃຫ້ຖືກຕ້ອງ, ສົມບູນ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ກໍຄື ຄວາມມຸ່ງມາດປາຖະໜາຕົວຈິງຂອງແມ່ຍິງລາວບັນດາເຜົ່າ ໃນໄລຍະ 5 ປີ ຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ ກອງປະຊຸມແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ຫລັງຈາກນີ້, ທ່ານ ນາງ ຈັນທະວົງ ຫລວງລາດ ຮອງປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ກໍໄດ້ຜ່ານຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026-2030); ທ່ານ ນາງ ມຸກດວັນ ທຸມມະອາໄພ ຄະນະສະຫະພັນ ຄະນະໂຄສະນະອົບຮົມສູນກາງພັກ ກໍໄດ້ຜ່ານຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ).