ຖືວ່າເປັນຂ່າວດີສຳລັບລູກຄ້າອິນທະຜາລຳ ເນື່ອງຈາກວ່າທາງພີເອັນເຄຟາມ (PNK Farm) ນົກກະຈອກເທບ ແລະ ອິນທະຜາລຳ ຈະເປີດໃຫ້ລູກຄ້າທຸກໆທ່ານໄດ້ເຂົ້າໄປຕັດຊື້ອິນທະຜາລຳສົດໆຈາກຕົ້ນເລີຍໃນລະຫວ່າງວັນທີ 8-10/8/2025 ທີ່ຈະມາເຖິງນີ້ ທີ່ບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຊິ່ງປີໜຶ່ງມີພຽງຄັ້ງດຽວເທົ່ານັ້ນ ແລະ ປີນີ້ກໍ່ເປັນປີທຳອິດທີ່ໄດ້ເປີດໃຫ້ເຂົ້າຊົມ. ເມື່ອກ່າວເຂົ້າສູ່ເດືອນ 7-8 ຂອງທຸກໆປີຈະແມ່ນລະດູການອິນທະຜາລຳໃຫ້ຜົນຜະລິດແກ່ຊາວສວນ ກໍຄື ສັງຄົມໄດ້ບໍລິໂພກ. ເມື່ອຫວນຄືນກ່ອນໜ້ານີ້ປະເທດເຮົາແມ່ນບໍ່ຄ່ອຍໄດ້ປູກໝາກອິນທະຜາລຳເທົ່າໃດ, ຈຳເປັນຕ້ອງໄດ້ນຳຈາກຕ່າງປະເທດມາເພື່ອບໍລິໂພກ, ແຕ່ມາໃນປັດຈຸບັນຊາວກະສິກອນສ່ວນຫລາຍໄດ້ຫັນປູກອິນທະຜາລຳຫລາຍຂຶ້ນເນື່ອງຈາກເປັນສິນຄ້າເສດຖະກິດໃໝ່ທີ່ໃຫ້ຜົນຕອບຮັບດີ ແລະ ທີ່ສຳຄັນເພື່ອຫລຸດຜ່ອນການນຳເຂົ້າໝາກໄມ້ຈາກຕ່າງປະເທດ, ດັ່ງນັ້ນ ພັກ-ລັດ ຈຶ່ງມີນະໂຍບາຍທິດທາງສົ່ງເສີມການປູກສິນຄ້າຫລາຍກາຍເປັນເສດຖະກິດ.

ທ່ານ ນາງ ເພັນພອນ ປະຖຳມະວົງ ເຈົ້າຂອງ PNK Farm ນົກກະຈອກເທບ ແລະ ອິນທະຜາລຳ ໄດ້ໃຫ້ສຳພາບຕໍ່ນັກຂ່າວສຳນັກຂ່າວສານປະເທດລາວໃນທ້າຍອາທິດຜ່ານມານີ້ວ່າ: ຈຸດເລີ່ມຕົ້ນຂອງການມາເຮັດສວນອິນທະຜາລຳຫລັກໆແມ່ນເກີດມາຈາກການເຮັດຟາມນົກກະຈອກເທບມາກ່ອນເມື່ອເຫັນວ່າໄດ້ຮັບຜົນສຳເລັດຈາກການເຮັດຟາມ ແລະ ໄດ້ຮັບຕອບຮັບທີ່ດີຈາກສັງຄົມແລ້ວ, ກໍມີແນວຄິດຢາກເຮັດກະສິກຳເພີ່ມເຕີມເນື່ອງຈາກພື້ນທີ່ຍັງກວ້າງຂວາງ ແລະ ຍ້ອນຄວາມມັກຮັກຂອງພໍ່ແມ່ຂອງຄອບຄົວໃນດ້ານນີ້ແດ່ ຈຶ່ງໄດ້ປຶກສາຫາລືກັນປູກອິນທະຜາລຳ ປະສົມປະສານກັບການລ້ຽງສັດໄປພ້ອມໃນເນື້ອທີ່ທັງໝົດ 3 ເຮັກຕາ, ໃນນັ້ນໄດ້ແບ່ງເປັນແຕ່ລະສ່ວນຄື: ແບ່ງປູກຕົ້ນອິນທະຜາລຳ 150 ຕົ້ນ, ເຮັດຟາມນົກກະຈອກເທບຊີ້ນຈະມີຄອກພໍ່ພັນແມ່ພັນ, ຄອກນົກກະຈອກເທບແຕ່ລະລຸ້ນ,ຄອກອະນຸບານນົກກະຈອກເທບນ້ອຍ, ລ້ຽງແກະ ແລະ ລ້ຽງງົວພັນຕື່ມທີ່ເປັນພັນນຳເຂົ້າຈາກຕ່າງປະເທດ, ໃນນັ້ນກໍໄດ້ປູກຫຍ້າໄວ້ເກືອສັດຈຳນວນໜຶ່ງ. ສວນອິນທະຜາລຳ ຂອງພວກເຮົາແມ່ນເລີ່ມປູກມາແຕ່ປີ 2022 ເປັນຕົ້ນມາເຊິ່ງປັດຈຸບັນໄດ້ 4 ປີແລ້ວ, ໃນເບື້ອງຕົ້ນແມ່ນນຳເຂົ້າແນວພັນຈາກຕ່າງປະເທດ ຄື ປະເທດຝຣັ່ງ, ອາເມລິກາ ແລະ ປະເທດອັງກິດ, ຈະມີສອງສີຄື ສີເຫລືອງ ແລະ ສີແດງ, ລວມມີ 8 ສາຍພັນເປັນຕົ້ນສາຍພັນບຣາຮີ, ອຳເອັດດຣາຮາມ, ພັນເດຣມ ທີ່ເປັນສາຍພັນແນະນຳທາງສວນ, ສ່ວນສາຍພັນອື່ນໆແມ່ນຈະແນະນຳໃຫ້ລູກຄ້າທຸກທ່ານທີ່ມາໃນມື້ເປີດສວນຕື່ມ. ສ່ວນວິຊາການປູກຕົ້ນອິນທະຜາລຳ ໃນເບື້ອງຕົ້ນແມ່ນໄດ້ຈ້າງມາແຕ່ປະເທດໃກ້ຄຽງ, ຄົນບົວລະບັດເບິ່ງແຍງສວນແມ່ນໄດ້ຈ້າງປະຊາຊົນຢູ່ບ້ານດັ່ງກ່າວ ເຊິ່ງຈະມີທັງແບບປະຈຳຢູ່ສວນ ແລະ ຈ້າງເປັນມື້. ພ້ອມນັ້ນ, ທາງສວນຂອງພວກເຮົາແມ່ນເນັ້ນປູກກະສິກຳປອດສານພິດ, ບໍ່ໄດ້ໃຊ້ຢາສິບຂ້າແມງໄມ້, ບໍ່ໄດ້ໃສ່ປຸ໋ຍ, ແຕ່ໃສ່ຝຸ່ນຄອກແທນໂດຍການນຳເອົາຝຸ່ນຈາກສັດລ້ຽງໃນຟາມ ແລະ ໃນໄລຍະທີ່ອິນທະຜາລຳເປັນໝາກກໍ່ຫຸ້ມດ້ວຍຕາໜ່າງກັນແມງໄມ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ມາຈັບ ແລະ ປົກດ້ວຍຖົງເພື່ອປ້ອງກັນບໍ່ໃຫ້ໝາກອິນທະຜາລຳຖືກອາຍໝອກ, ນ້ຳຝົນທຸກເຊົ້າກໍຈະເປີດຖົງອອກເພື່ອໃຫ້ໝາກໄດ້ຮັບແສງແດດ.

ທ່ານ ນາງ ເພັນພອນ ໄດ້ເວົ້າສູ່ຟັງຕື່ມວ່າ: ສຳລັບໃນມື້ເປີດສວນວັນທີ 8-10/8/2025 ທີ່ຈະມາເຖິງນີ້, ທາງສວນພວກເຮົາມີຄວາມພ້ອມທຸກດ້ານເພື່ອໃຫ້ແຂກທີ່ເຂົ້າມາຈະໄດ້ສຳຜັດກັບບັນຍາກາດຄືເປັນເຈົ້າສວນເອງໂດຍຈະຕັດຊື້ອິນທະຜາທຳສົດໆຈາກຕົ້ນ, ໄດ້ປິດກິນແບບສົດໆກອບໆຫວານໆ, ພ້ອມນັ້ນໃນມື້ເປີດສວນໄລຍະ 3 ມື້ນັ້ນ ຈະມີກິດຈະກຳຫລາຍຢ່າງເຊັ່ນ: ຕັດຊື້ອິນທະຜາລຳ, ເກືອນົກກະຈອກເທບ, ແກະ ແລະ ງົວພັນ. ນອກນັ້ນ, ໃນງານຍັງມີການວາງຂາຍອາຫານອີກຫລາກຫລາຍລາຍການທີ່ເປັນວັດຖຸດິບຂອງຟາມເຮົາເປັນຕົ້ນອາຫານປະເພດຂອງຫວານທີ່ເຮັດຈາກອິນທະຜາລຳ ແລະ ແຮມເບີເກີຊີ້ນນົກກະຈອກເທບ ໄວ້ຄອຍບໍລິການລູກຄ້າທຸກໆທ່ານ. ສ່ວນຄ່າບໍລິການເຂົ້າຊົມສວນຜູ້ໃຫຍ່ລາຄາ 80.000 ກີບ , ເດັກນ້ອຍ 50.000 ກີບ ແຖມຟຣີກະແລັມອິນທະຜາລຳ ແລະ ຜັກເກືອສັດ.
ເອົາເປັນວ່າ, ລູກຄ້າທ່ານໃດສົນໃຈຢ່າລືມຢ່າພາດໃນມື້ເປີດງານວັນທີ 8-9-10 /8/ 2025 ທີ່ຈະມາເຖິງນີ້ , ສະຖານທີ່ບ້ານສິມມະໂນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ທ່ານໃດທີ່ໄປແລ້ວບໍ່ຮູ້ທາງ ຫລື ຕ້ອງການລາຍລະອຽດເພີ່ມເຕີ່ມ ຫລື ຈະສັ່ງຈ່ອງອິນທະຜາລຳ ສາມາດຕິດຕໍ່ໄດ້ທີ່ເບີ 020 99908885.