ອ້າງຕາມແຫລ່ງຂ່າວ ຊີເອັມຈີ: ວັນທີ 27 ກໍລະກົດ, ທ່ານທອມ ເຟລດເຊີ ຮອງເລຂາທິການໃຫຍ່ ຝ່າຍຮັບຜິດຊອບວຽກງານ ດ້ານມະນຸດສະທຳ ທັງເປັນ ຜູ້ປະສານງານການຊ່ວຍເຫລືອສຸກເສີນ ສປຊ ໃຫ້ຮູ້ວ່າ: ວິກິດການ ຢູ່ເຂດກາຊາ ພວມຮ້າຍແຮງຂຶ້ນຢ່າງວ່ອງໄວ, ປະຊາຊົນຫລາຍແສນຄົນພວມຜະເຊີນໜ້າກັບຄວາມອຶດຫິວ, ພະຍາດ ແລະ ໄພຂົ່ມຂູ່ຕໍ່ຊີວິດ. ສະນັ້ນ ທ່ານ ທອມ ເຟລດເຊີ ຮຽກຮ້ອງໃຫ້ ບັນດາຝ່າຍທີ່ກ່ຽວຂ້ອງໃຫ້ນຳໃຊ້ມາດຕະການຢ່າງຮີບດ່ວນ ແລະ ຕໍ່ເນື່ອງ ເພື່ອຮັບປະກັນໃຫ້ການຊ່ວຍເຫລືອດ້ານມະນຸດສະທຳໄດ້ຮັບການປະຕິບັດຢ່າງສະດວກ.
ຕາມການຄາດຄະເນຫລ້າສຸດ ຂອງຫ້ອງການປະສານງານດ້ານມະນຸດສະທຳ ສປຊ ລະບຸວ່າ: ປະຊາກອນ 1 ສ່ວນ 3 ຢູ່ໃນເຂດກາຊາ ບໍ່ໄດ້ຮັບການຕອບສະໜອງດ້ານສະບຽງອາຫານມາຫລາຍວັນຢ່າງຕິດຕໍ່ກັນ, ຍ້ອນວ່າປະຊາຊົນທົ່ວໄປໄດ້ຖືກໂຈມຕີ ໃນຂະນະຊອກຫາແຫລ່ງອາຫານ ເພື່ອດຳລົງຊີວິດຂັ້ນພື້ນຖານ, ເດັກນ້ອຍຂາດໂພສະນາການ ແລະ ເກີດອາການອ່ອນເພຍໃນຂອບເຂດ ກວ້າງຂວາງ. ສະນັ້ນ ສປຊ ຈຶ່ງຮຽກສະຖານະການໃນປັດຈຸບັນວ່າເປັນ “ໄພພິບັດຮ້າຍແຮງ”. ຕາມສະຖິຕິຫລ້າສຸດຂອງ ສປຊ ລະບຸວ່າ, ນັບແຕ່ ເກີດການປະທະກັນ ຢ່າງດຸເດືອດ ເມື່ອວັນທີ 7 ຕຸລາ ປີ 2023 ເປັນຕົ້ນມາ, ເຂດກາຊາ ມີຜູ້ເສຍຊີວິດ ຫລາຍກວ່າ 59.000 ຄົນ, ໃນນັ້ນ ເດັກນ້ອຍ ກວມເອົາເກືອບ 18.000 ຄົນ./.