ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸວິພາ ໃນວັນທີ 25 ກໍລະກົດ 2025 ຢູ່ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານ ໄດ້ໃຫ້ຮູ້ວ່າ: ຜົນກະທົບເບື້ອງຕົ້ນຈາກສະພາບລົມພາຍຸໝູນເຂດຮ້ອນ ວິພາ ມີເມືອງທີ່ໄດ້ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2.249 ຫລັງ. ໃນນັ້ນ, ເສຍຫາຍ 100% ຈໍານວນ 183 ຫລັງ, ມີຄົນເສຍຊີວິດ 4 ຄົນ. ໃນນີ້, ແຊວງຊຽງຂວາງ 1 ຄົນ ແລະ ແຂວຫລວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ, ບາດເຈັບ 6 ຄົນ; ເນື້ອທີ່ທໍາການຜະລິດເສຍຫາຍ ເກືອບ 2 ພັນເຮັກຕາ, ຕາຂ່າຍໄຟຟ້າ 1 ຈຸດ, ໂຮງຮຽນ 5 ແຫ່ງ, ສັດລ້ຽງ 25 ໂຕ, ເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ, ຊົນລະປະທານ 2 ແຫ່ງ, ສຸຂາພິບານ 17 ແຫ່ງ, ຮ້ານຄ້າ, ພາຫະນະ ແລະ ອື່ນໆ. ປັດຈຸບັນ ກໍາລັງເກັບກຳຂໍ້ມູນຜົນເສຍຫາຍລະອຽດນຳບັນດາແຂວງ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກນໍ້າຍັງບໍ່ທັນຫລຸດລົງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ກຳລັງລົງສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງເກັບກໍາຂໍ້ມູນ ແລະ ປະເມີນມູນຄ່າເສຍຫາຍ. ສ່ວນການແກ້ໄຂສຸກເສີນຂອງບັນດາແຂວງ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຊີ້ນຳຄະນະກຳ ມະການຄຸ້ມຄອງໄພພິບັດແຕ່ລະຂັ້ນໃນການຕິດຕາມ, ເຝົ້າລະວັງ ແລະ ຊຸກຍູ້ຂັ້ນເມືອງ, ຂັ້ນບ້ານ ເພື່ອຮັບມືກັບໄພພິບັດທີ່ເກີດຂຶ້ນເປັນຢ່າງດີ, ຈັດຕັ້ງສູນບັນຊາການຂັ້ນແຂວງ, ຂັ້ນເມືອງ ເພື່ອຮັບມືຕອບໂຕ້ກັບໄພພິບັດທີ່ເກີດຂຶ້ນ, ພ້ອມທັງປະສານງານ ແລະ ລະດົມທຸກພາກສ່ວນ ເພື່ອສະໜັບສະໜູນຊ່ວຍເຫລືອແກ້ໄຂສຸກເສີນໄພພິບັດໃນຄັ້ງນີ້. ພ້ອມນີ້, ຍັງໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບອຳນາດການປົກຄອງບ້ານ ສຸມໃສ່ແກ້ໄຂສຸກເສີນໃນການຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍ ໃນເບື້ອງຕົ້ນ ພ້ອມທັງລົງຕິດຕາມ, ຢ້ຽມຢາມໃຫ້ກຳລັງໃຈ, ມອບເງິນຊ່ວຍເຫລືອເບື້ອງຕົ້ນ ໃຫ້ບັນດາເມືອງຢູ່ແຂວງຊຽງຂວາງ ຈຳນວນ 140 ລ້ານກີບ, ມອບເງິນໃຫ້ຄະນະກຳມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງ 2 ເມືອງ ຄື: ເມືອງຊຽງເງິນ ແລະ ເມືອງນານ ຈຳນວນ 80 ລ້ານກີບ, ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບ.

ພ້ອມນັ້ນ, ຄະນະກຳມະການຂັ້ນແຂວງ ແລະ ຂັ້ນເມືອງ ຍັງໄດ້ສົມທົບກັບອໍານາດການປົກຄອງບ້ານ ກອບກູ້ເອົາປະຊາຊົນຜູ້ທີ່ຕົກຄ້າງ ແລະ ຜູ້ທີ່ເສຍຊີວິດກັບສູ່ຄອບຄົວ; ແກ້ໄຂເສັ້ນທາງບາງເສັ້ນຂອງແຕ່ລະເມືອງ ເພື່ອໃຫ້ການສັນຈອນໄປມາໄດ້ປົກກະຕິ; ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ໄດ້ສົມທົບກັບອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສຸມໃສ່ເກັບກຳຂໍ້ມູນ-ປະເມີນຜົນເສຍຫາຍ ເພື່ອລາຍງານຂັ້ນເທິງ ແລະ ວາງແຜນແກ້ໄຂສຸກເສີນ. ຕາມການລາຍງານປັດຈຸບັນ, ບັນດາແຂວງທີ່ໄດ້ຮັບຜົນກະທົບແມ່ນສະເໜີ ຂໍງົບປະມານ, ພະຫະນະ, ອຸປະກອນ ເພື່ອຮັບໃຊ້ແກ້ໄຂສຸກເສີນ, ຂໍເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກ, ຢາປົວພະຍາດ ເພື່ອມາແກ້ໄຂ້ສຸກເສີນ ແລະ ຟື້ນຟູຊ່ວຍເຫລືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ.