Tuesday, July 29, 2025
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເຄື່ອງຊ່ວຍເຫຼືອແຂວງຊຽງຂວາງ

ຮອງນາຍົກລັດຖະມົນຕີ ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເຄື່ອງຊ່ວຍເຫຼືອແຂວງຊຽງຂວາງ

ໃນໂອກາດທີ່ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ພ້ອມດ້ວຍຄະນະ ເຄື່ອນໄຫວ ຊຸກຍູ້ ແລະ ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ, ໃນຕອນບ່າຍ ຂອງວັນທີ 28 ກໍລະກົດ 2025 ທີ່ຫ້ອງວ່າການແຂວງດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບຜົນກະທົບ ແລະ ຜົນເສຍຫາຍ ໄພພິບັດນໍ້າຖ້ວມ ຈາກສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ ເຫັນວ່າ ໃນລະຫວ່າງ ວັນທີ 21-26 ກໍລະກົດ 2025 ທີ່ຜ່ານມາ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ນໍ້າຍຶ່ງຖ້ວມ, ນໍ້າໄຫຼຊຸ, ດິນເຈື່ອນ… ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ 7 ເມືອງ, 136 ບ້ານ. ໃນນັ້ນ, ໄດ້ມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 11 ຄົນ ແລະ ຊັບສິນເສຍຫາຍຢ່າງຫຼວງຫຼາຍ.

ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ກໍ່ຄືສະພາບຜົນເສຍຫາຍ ທີ່ເກີດຂຶ້ນໃນຄັ້ງນີ້ ຊຶ່ງເຫັນວ່າໜັກໜ່ວງ ແລະ ມີຜົນເສຍຫາຍຫຼາຍກວ່າປີຜ່ານໆມາ; ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະພັກ-ຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງທຸກຂັ້ນ ຕະຫຼອດຮອດສັງຄົມ ທີ່ໄດ້ພ້ອມກັນສຸມໃສ່ໃຫ້ການຊ່ວຍເຫຼືອປະຊາຊົນ ວ່ອງໄວທັນການສົມຄວນ, ພ້ອມທັງ ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.

ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 769,500,000 ກີບ (ເຈັດຮ້ອຍຫົກສິບເກົ້າລ້ານຫ້າແສນກີບ) ໃຫ້ອຳນາດການປົກຄອງແຂວງຊຽງຂວາງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments