Saturday, July 26, 2025
Homeຂ່າວຕ່າງປະເທດປົກປັກຮັກສາ “ເມືອງບູຮານທີ່ມີຄວາມຊົງຈຳ”

ປົກປັກຮັກສາ “ເມືອງບູຮານທີ່ມີຄວາມຊົງຈຳ”

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫ່າງຈາກນະຄອນຫລວງປັກກິ່ງ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 300 ກິໂລແມັດມີເມືອງບູຮານແຫ່ງໜຶ່ງຄື ເມືອງເຈີ້ງຕິ້ງ ແຂວງເຫີເປີຍຈີນ.

ເມືອງບູຮານ ທີ່ມີປະຫວັດຄວາມເປັນມາ 1600 ກວ່າປີ ໄດ້ຈົ່ງກຸ່ມສະຖາປັດຕະຍະກຳບູຮານທີ່ສືບທອດມາເປັນ 9 ລາຊະວົງ ໄວ້ຢ່າງລຽນຕິດກັນແບບບໍ່ຄ່ອຍເຫັນໃນປະຫວັດສາດນັ້ນໃຫ້ແກ່ເຈີ້ງຕິ້ງ. ປັດຈຸບັນ, ເມືອງເຈີ້ງຕິ້ງ ມີສະຖາປັດຕະຍະກຳບູຮານ ນັບຕັ້ງແຕ່ສະໄໝລາຊະວົງສຸຍ ແລະ ລາຊະວົງຖັງ 38 ແຫ່ງ, ມີຫົວໜ່ວຍອະນຸລັກວັດຖຸບູຮານສຳຄັນລະດັບຊາດ ເຖິງ 10 ແຫ່ງ.

ຊຸມປີຜ່ານມານີ້, ເມືອງບູຮານທີ່ມີຄວາມຊົງຈຳແຫ່ງນີ້ ໄດ້ດຶງດູດນັກທ່ອງທ່ຽວ ໄປທ່ຽວຊົມເປັນຈຳນວນຫລວງຫລາຍ. ປີ 2022, ເມືອງເຈີ້ງຕິ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 5.305.800 ເທື່ອຄົນ, ປີ 2023, ບັນລຸຫລາຍກວ່າ 15.000.000 ເທື່ອຄົນ, ມາຮອດປີ2024, ສະເພາະແຕ່ຫົກເດືອນຕົ້ນປີ ໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍກວ່າ 33.970.000 ເທື່ອຄົນ.

ການທ່ອງທ່ຽວວັດທະນະທຳ ຂອງເມືອງເຈີ້ງຕິ້ງ ໄດ້ຮັບຄວາມນິຍົມສູງນີ້ ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກຊາວເຈີ້ງຕິ້ງ ເອົາໃຈໃສ່ການປົກປັກຮັກສາເອກະລັກອັນໂດດເດັ່ນຂອງເມືອງບູຮານດັ່ງກ່າວ.

ທ່ານ ຫວາງຈື້ມິນ ຮອງປະທານ ສະຖາບັນຄົ້ນຄວ້າວັດທະນະທຳບູຮານເຈີ້ງຕິ້ງ ໃຫ້ຮູ້ວ່າ: “ແນວຄິດສຳຄັນຂອງທ່ານ ປະທານ ສີຈິ້ນຜິງ ກ່ຽວກັບການອະນຸລັກ ຮັກສາວັດຖຸບູຮານ ແມ່ນມີລັກສະນະເບິ່ງກວ້າງມອງໄກ ແລະ ລັກສະນະເປັນລະບົບຢ່າງພົ້ນເດັ່ນທີ່ສຸດ. ໄລຍະທີ່ ເຮັດວຽກຢູ່ເຈີ້ງຕິ້ງ, ເພິ່ນໄດ້ຊຸກຍູ້ການດຳເນີນວຽກງານຕ່າງໆໃນການປົກປັກຮັກສາວັດຖຸບູຮານຢ່າງປະດິດສ້າງ ເຊິ່ງສາມາດຮັກສາຊັບສົມບັດດ້ານວັດຖຸບູຮານຂອງເມືອງບູຮານວັດທະນະທຳແຫ່ງນີ້ໄວ້ໄດ້.”

ຕົ້ນຊຸມປີ 1980, ທ່ານ ສີຈິ້ນຜິງ ໄດ້ໄປເຮັດວຽກເປັນການນຳຢູ່ເມືອງເຈີ້ງຕິ້ງ. ໃນຕອນນັ້ນ, ປະຊາຊົນຍັງຂາດສະຕິຕໍ່ການອະນຸລັກວັດຖຸບູຮານ, ເຂົາເຈົ້າໄດ້ທຸບມ້າງເອົາດິນຈີ່ຈາກກຳແພງເມືອງບູຮານໄປປຸກເຮືອນ, ສ້າງຄອກໝູ ແລະ ອື່ນໆ. ສະນັ້ນ, ກຳແພງເມືອງບູຮານເຈີ້ງຕິ້ງ ຈຶ່ງຖືກເສຍຫາຍຢ່າງໜັກໜ່ວງ.

ເມື່ອເຫັນວັດຖຸບູຮານບໍ່ໄດ້ຮັບການຖະໜອມຫວງແຫນ, ທ່ານ ສີຈິ້ນຜິງ ຮູ້ສຶກເສຍໃຈທີ່ສຸດ: “ພວກເຮົາປົກປັກຮັກສາບໍ່ໄດ້ດີກໍຖືວ່າເປັນໂທດກຳ, ທັງຈະອັບອາຍຕໍ່ຄົນຮຸ່ນຫລັງ.”ເພິ່ນໄດ້ສະເໜີຍຸດທະສາດ“ ພັດທະນາເມືອງໃຫ້ຈະເລີນດ້ວຍວັດທະນະທຳ” ແລະ “ພັດທະນາເມືອງໃຫ້ຈະເລີນດ້ວຍການທ່ອງທ່ຽວ” ຢ່າງມີວິໄສທັດເບິ່ງກວ້າງມອງໄກ, ເພິ່ນໄດ້ເປັນຜູ້ຊີ້ນຳວຽກງານສຳຫລວດວັດຖຸບູຮານທົ່ວເມືອງ ເພື່ອເກັບມ້ຽນສຳເນົາ, ນອກນີ້ຍັງໄດ້ສ້າງແຜນການປົກປັກຮັກສາວັດຖຸບູຮານກັບທີ່ນຳອີກ.

ທ່ານນາງ ເຫີຢວີ້ ຮອງເຈົ້າເມືອງ ທີ່ຮັບຜິດຊອບວຽກງານວັດທະນະທຳ ແລະ ການສຶກສາ ໃນເວລານັ້ນໄດ້ໃຫ້ຮູ້ວ່າ: “ທ່ານປະທານ ສີຈິ້ນຜິງ ເຮັດແນວນີ້ກໍມີຈຸດປະສົງເພື່ອໃຫ້ພະນັກງານ ແລະ ປະຊາຊົນທົ່ວເມືອງ ຮັບຮູ້ວ່າອັນໃດແມ່ນວັດຖຸບູຮານ, ອັນໃດແມ່ນສະຖາປັດຕະຍະກຳບູຮານ ແລະ ຮ່ອງຮອຍວັດທະນະທຳບູຮານທີ່ບຸກລຸກຈັບຈອງບໍ່ໄດ້, ເປັນຫຍັງຈຶ່ງຕ້ອງປົກປັກຮັກສາວັດຖຸບູຮານ.”

ວັດໂຫລງຊິ່ງ ເປັນພາກສ່ວນໜຶ່ງທີ່ສະຫງ່າງາມໃນກຸ່ມສະຖາປັດຕະຍະກຳບູຮານຂອງເມືອງເຈີ້ງຕິ້ງ ທັງເປັນກຸ່ມສະຖາປັດຕະຍະກຳສະໄໝລາຊະວົງຊົ້ງເໜືອຂອງຈີນ ທີ່ມີປະຫວັດສາດດົນນານທີ່ສຸດ, ມີຂະໜາດໃຫຍ່ທີ່ສຸດ ແລະ ມີແຜນຜັງຄົບຖ້ວນທີ່ສຸດເຊິ່ງສາມາດຮັກສາໄວ້ຈົນເຖິງປັດຈຸບັນ. ປີ 1984, ທ່ານ ສີຈິ້ນຜິງ ພະຍາຍາມຍາດແຍ່ງໄດ້ງົບປະມານສະເພາະປະຕິສັງຂອນສະຖາປັດຕະຍະກຳບູຮານຈາກຂັ້ນເທິງຈຳນວນ 1.720.000 ຢວນ. ເມືອງເຈີ້ງຕິ້ງ ໄດ້ນຳໃຊ້ເງິນບ້ວງນີ້ເຂົ້າໃນການປະຕິສັງຂອນວັດໂຫລງຊິ່ງ ແບບລັກສະນະກອບກູ້, ນອກນີ້, ຍັງໄດ້ສ້າງສະຖານທີ່ຈອດລົດຢູ່ນອກວັດດັ່ງກ່າວເພື່ອໃຫ້ການບໍລິການທີ່ດີແກ່ນັກທ່ອງທ່ຽວທັງຫລັາຍ. ຈາກນັ້ນມາ, ວັດເກົ່າແກ່ພັນປີແຫ່ງນີ້ຈຶ່ງໄດ້ຟື້ນຟູຄວາມສະຫງ່າລາສີຄືນໃໝ່.

ຫລາຍສິບປີຜ່ານມານີ້, ນະໂຍບາຍ ແລະ ແຜນການອັນມີວິໄສທັດເບິ່ງກວ້າງມອງໄກດັ່ງກ່າວຂອງທ່ານ ສີຈິ້ນຜິງ ໄດ້ຮັບການຈັດຕັ້ງປະຕິບັດຢູ່ເມືອງເຈີ້ງຕິ້ງ ຢ່າງຕໍ່ເນື່ອງ, ໄດ້ເຮັດໃຫ້ແນວຄິດອະນຸລັກຮັກສາ ແລະ ພັດທະນາເມືອງບູຮານ ໄປຄຽງຄູ່ກັນນັ້ນໄດ້ຖືກຝັງຮາກເລິກເຂົ້າໃນຈິດໃຈຂອງຊາວເມືອງເຈີ້ງຕິ້ງ ແຕ່ລະຮຸ່ນຄົນເທື່ອລະກ້າວ.

ປີ 2015, ເມືອງເຈີ້ງຕິ້ງ ໄດ້ເລີ່ມປະຕິບັດວຽກງານຂຸດຄົ້ນບູຮານຄະດີຢູ່ຮ່ອງຮອຍບູຮານ ສະຖານທີ່ເດີ່ນທາງທິດໃຕ້ຂອງວັດຄ່າຍຢວນ. ຮ່ອງຮອຍດັ່ງກ່າວຕັ້ງຢູ່ເຂດໃຈກາງຂອງເມືອງບູຮານເຈີ້ງຕິ້ງ. ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນນີ້ບໍ່ໄດ້ປິດບັງຮ່ອງຮອຍບູຮານສະຖານຈົນໝົດ, ແຕ່ແມ່ນກັ້ນດ້ວຍຝາແກ້ວແຜ່ນໃຫຍ່ຢູ່ສະຖານທີ່ຂຸດຄົ້ນບູຮານຄະດີ ເພື່ອໃຫ້ນັກທ່ອງທ່ຽວສາມາດໄດ້ເຫັນຮ່ອງຮອຍປະຫວັດສາດຕ່າງໆເຊັ່ນ: ນ້ຳສ້າງ, ກຳແພງເມືອງ, ທາງຮ່ອມ ແລະ ຖະໜົນບູຮານເປັນຕົ້ນ, ເຊິ່ງເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານ ຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່.

ທ່ານ ຊ້ານຈີ້ສຽງ ອະດີດຜູ້ອຳນວຍການ ຫໍພິພິທະພັນພະລາຊະວັງກູ້ກົ່ງປັກກິ່ງ ທີ່ດຳລົງຕຳແໜ່ງເປັນຜູ້ອຳນວຍການກິດຕິມະສັກ ຂອງຫໍພິພິທະພັນເຈີ້ງຕິ້ງ ເຫັນວ່າ: “ເມື່ອມໍລະດົກວັດທະນະທຳຄົງຕົວຢູ່ໃນຊີວິດຂອງຊາວເມືອງ, ເຮັດໃຫ້ເຂົາເຈົ້າສາມາດເວົ້າກັບນັກທ່ອງທ່ຽວຢ່າງພາກພູມໃຈວ່າ ‘ນີ້ແມ່ນມໍລະດົກວັດທະນະທຳເຈີ້ງຕິ້ງ ຂອງພວກເຮົາ’, ເມື່ອນັກທ່ອງທ່ຽວຍອມມາທ່ຽວທີ່ແຫ່ງນີ້, ມາແລ້ວກໍບໍ່ຢາກຈາກໄປ, ຈາກໄປແລ້ວຍັງຢາກກັບມາທ່ຽວອີກ, ມັນຈຶ່ງສົມກັບວ່າ ປົກປັກຮັກສາມໍລະດົກວັດທະນະທຳໄດ້ດີ.” “ສ່ວນເຈີ້ງຕິ້ງ ແມ່ນເຮັດໄດ້ສຳເລັດແລ້ວ.

ເລື່ອງລາວຂອງເຈີ້ງຕິ້ງ ເປັນພາບຫຍໍ້ອັນໜຶ່ງທີ່ສ່ອງແສງເຖິງແນວຄິດ “ປົກປັກຮັກສາມໍລະດົກວັດທະນະທຳປະຫວັດສາດຂອງຕົວເມືອງໃຫ້ດີປານກັບຖະໜອມຮັກຊີວິດຂອງຕົນ” ໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງແທ້ຈິງ.

ທຸກມື້ນີ້, ຢູ່ປະເທດຈີນ, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆໄດ້ຖືເອົາວຽກງານປົກປັກຮັກສາໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ ໂດຍສາມາດເຮັດໃຫ້ມໍລະດົກທີ່ຢັ່ງຢາຍຢູ່ຕາມດິນແດນອັນກວ້າງໃຫຍ່ໄພສານນັ້ນຖືກຟື້ນຟູຄວາມມີຊີວິດຊີວາຄືນໃໝ່ ແລະ ເປັ່ງປະກາຍລັດສະໝີຂອງຍຸກສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments