ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການໂອແລັມປິກ ຂອງກາຕາ ເປີດເຜີຍໃນວັນທີ 22 ກໍລະກົດ ຜ່ານມາວ່າ, ກາຕາ ໄດ້ຍື່ນສະເໜີຢ່າງເປັນທາງການເພື່ອຂໍເປັນເຈົ້າພາບຈັດງານກິລາໂອແລັມປິກ ແລະ ພາຣາລິມປິກ ເກມ ປີ 2036. ໂດຍຖ້າຫາກໄດ້ຖືກເລືອກ, ກາຕາ ຈະກາຍເປັນປະເທດທໍາອິດຈາກຕາເວັນອອກກາງ ແລະ ອາຟຣິກາເໜືອ ທີ່ຈະເປັນເຈົ້າພາບຈັດການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດຂອງໂລກ.
ທ່ານ ຊີກໂຈອານ ບິນ ຮາໝັດ ອັລທານີ ປະທານຄະນະກໍາມະການໂອແລັມປິກກາຕາ ກ່າວວ່າ: ກາຕາ ມີຄວາມພ້ອມດ້ານໂຄງສ້າງພື້ນຖານທາງກິລາແລ້ວ ກວ່າ 95% ແລະ ມີແຜນພັດທະນາຢ່າງກວມລວມເພື່ອຍົກລະດັບຄວາມພ້ອມເປັນ 100%
ຖະແຫຼງການຂອງ ທ່ານ ຊີກ ອັລທານີ ລະບຸວ່າ: ພວກເຮົາສືບຕໍ່ຄວາມສໍາເລັດອັນຍິ່ງໃຫຍ່ຈາກການເປັນເຈົ້າພາບເຕະບານໂລກ 2022 (FIFA World Cup) ດ້ວຍຄວາມມຸ່ງໝັ້ນທີ່ຈະຮວມເອົາໂລກໄວ້ພາຍໃຕ້ຄຸນຄ່າຂອງໂອແລັມປິກ ເຊັ່ນດຽວກັບທີ່ພວກເຮົາໄດ້ເຮັດມາແລ້ວໃນປີ 2022 ຊຶ່ງມີແຟນບານຫຼາຍກວ່າໜຶ່ງລ້ານຄົນເດີນທາງມາຍັງນະຄອນຫຼວງໂດຮາ, ກາຕາ ກໍາລັງສ້າງມໍລະດົກໃໝ່ ທັງໃນດ້ານການພັດທະນາທັກສະ ແລະ ການສ້າງໂອກາດທາງເສດຖະກິດສໍາລັບປະຊາຊົນ.
ທັງນີ້, ໂດຮາ ຊຶ່ງເປັນນະຄອນຫຼວງຂອງກາຕາ ມີກຳນົດເປັນເຈົ້າພາບຈັດການແຂ່ງຂັນກິລາເອຊຽນເກມປີ 2030, ຖືເປັນຂີດໝາຍສຳຄັນອີກອັນໜຶ່ງຂອງປະເທດໃນເສັ້ນທາງສູ່ການເປັນເຈົ້າພາບຈັດງານກິລາໂອແລັມປິກ.
ເຖິງຢ່າງໃດກໍຕາມ, ສະພາບອາກາດທີ່ຮ້ອນເອົ້າຂອງພາກພື້ນຍັງເປັນຄວາມກັງວົນທີ່ສຳຄັນ. ໂດຍໃນວັນທີ 22 ກໍລະກົດ ຜ່ານມາ ອຸນຫະພູມໃນນະຄອນຫຼວງໂດຮາ ສູງເຖິງ 44 ອົງສາເຊ.
ສຳລັບການສະເໜີເປັນເຈົ້າພາບຈັດງານກິລາໂອແລັມປິກ 2036 ນັ້ນ, ປັດຈຸບັນມີຜູ້ສະເໜີແລ້ວຫຼາຍປະເທດລວມທັງຕວັກກີ, ອິນເດຍ, ອິນໂດເນເຊຍ ແລະ ຊີເລ, ໃນຂະນະທີ່ອີກຫຼາຍປະເທດພວມຢູ່ລະຫວ່າງການພິຈາລະນາເຊັ່ນ: ຊາອຸດິດ ອາຣັບບີ, ສ ເກົາຫຼີ, ເອຢິບ, ອີຕາລີ, ເຢຍລະມັນ, ດານມາກ ແລະ ການາດາ.
ທັງນີ້, ສຳລັບເຈົ້າພາບໂອແລັມປິກລະດູຮ້ອນໄດ້ຖືກຕັດສິນແລ້ວຄື: ນະຄອນລອສແອນເຈລິສ ສະຫະລັດອາເມຣິກາ ໃນປີ 2028 ແລະ ເມືອງບຣິນເບນ ປະເທດອົສຕຣາລີ ໃນປີ 2032.