ພິທີເປິດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ພາຍໃຕ້ໂຄງການຮຽນວິຊາຊີບຢູ່ສະຖານປະກອບການ, ແຜນງານການຮ່ວມມື ອາຊຽນ-ສະວິດ(ASTI) ຈັດຂຶ້ນໃນວັນທີ 23 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ໂດຍເປັນປະທານຮ່ວມ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄຊບັນດິດ ຣາດຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຊອງ ກາບຼີເອວ ດັສ (Mr. Jean Gabriel Duss) ຫົວໜ້າຫ້ອງການຮ່ວມມືພາກພື້ນ, ຫ້ອງການຮ່ວມມື-ທີປຶກສາ ປະເທດສະວິດ, ຫົວໜ້າອົງການເຮວເວຕັສ (Helvetas) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນວ່າ: ການທົດສອບສີມືແຮງງານ ແມ່ນມີຄວາມໝາຍຄວາມສໍາຄັນ ເພື່ອການປະເມີນຄວາມຮູ້, ຄວາມສາມາດ ຂອງກຳລັງແຮງງານ ເພື່ອຮັບຮູ້ ແລະ ຢັ້ງຢືນສີມືແຮງງານ ໃຫ້ແກ່ແຮງງານທີ່ມີປະສົບການ ແລະ ຜ່ານການເຮັດວຽກຕົວຈິງ ໂດຍມີການຈັດລະດັບຕາມມາດຕະຖານສີມືແຮງງານແຫ່ງຊາດ ເພື່ອສົ່ງເສີມການພັດທະນາ ແລະ ຍົກລະດັບສີມືແຮງງານເປັນຂັ້ນຢ່າງບໍ່ຢຸດຢັ້ງ ຕາມການປ່ຽນແປງຂອງເຕັກໂນໂລຊີໃໝ່ໆ ຫລື Lifelong Learning ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄື ຜູ້ໃຊ້ແຮງງານ ທັງພາຍໃນ ແລະ ພາກພື້ນ. ປັດຈຸບັນ, ບັນຫາເສດຖະກິດຂອງທັງພາກພື້ນ ແລະ ສາກົນ ສົ່ງຜົນຢ່າງກວ້າງຂວາງໃຫ້ເງິນເດືອນ ແລະ ຄ່າຕອບແທນແຮງງານ ທີ່ເຄີຍໃຫ້ພະນັກງານ ອາດຈະບໍ່ເໝາະສົມກັບຄ່າຄອງຊີບ ແລະ ຄວາມສາມາດ ຂອງແຮງງານ ເຮັດໃຫ້ມີອັດຕາການປ່ຽນວຽກສູງ, ມີການຫລັ່ງໄຫລຂອງແຮງງານ ອອກໄປເຮັດວຽກຢູ່ຕ່າງປະເທດ. ສະນັ້ນ, ການຮັກສາແຮງງານທີ່ມີສີມື, ມີຄວາມຮູ້ຄວາມສາມາດໄວ້ ຈຶ່ງເປັນຫົວຂໍ້ທີ່ມີຄວາມສໍາຄັນ ທີ່ສັງຄົມໃຫ້ຄວາມສົນໃຈຫລາຍໃນປັດຈຸບັນ, ການທົດສອບສີມືແຮງງານ ຈະເປັນເຄື່ອງມືວັດແທກທີ່ຈຳ ເປັນ ເພື່ອກຳນົດຄ່າຕອບແທນແຮງງານໃຫ້ເໝາະສົມ ແລະ ສົມຄູ່ກັບຄວາມສາມາດຂອງກໍາລັງແຮງງານ ເພື່ອການຈ້າງການທີ່ມີຄຸນຄ່າ ແລະ ເປັນທຳ.

ໂຄງການຝຶກວິຊາຊີບຢູ່ສະຖານປະກອບການ ພາຍໃຕ້ຂອບການຮ່ວມມືອາຊຽນ-ສະວິດ ມີ ຈຸດປະສົງ ເພື່ອໃຫ້ໄວໜຸ່ມຍິງ ແລະ ຊາຍ ໂດຍສະເພາະແມ່ນຜູ້ທີ່ມີການສຶກສາຕໍ່າ, ອອກໂຮງຮຽນແຕ່ຍັງນ້ອຍ ແລະ ຄົນງານທີ່ມີທັກສະສີມືຕ່ຳ ໃຫ້ມີທັກສະດ້ານຕະຫລາດແຮງງານທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍການຈ້າງງານ ເຊິ່ງສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານ ໃນການສົ່ງເສີມແມ່ຍິງ, ຜູ້ດ້ອຍໂອກາດ, ຜູ້ວ່າງງານ, ຜູ້ປະກອບອາຊີບອິດສະລະ ໄດ້ເຂົ້າເຖິງຕາໜ່າງການພັດ ທະນາສີມືແຮງງານ, ທັງເປັນການຈັດຕັ້ງໂຕເລກຄາດໝາຍສູ້ຊົນໃນການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຈຳນວນ 250.000 ຄົນ ໃນໄລຍະ 2026-2030 ເພື່ອສ້າງຄວາມອາດສາມາດໃຫ້ແກ່ກຳລັງແຮງງານທົ່ວປະເທດ ມີວຽກເຮັດງານທຳທີ່ມີຄວາມໝັ້ນຄົງ, ມີລາຍໄດ້ສົມຄູ່ຄວາມຄວາມສາ ມາດຂອງຕົນ.
ຂໍ້ມູນ-ພາບ: ຂ່າວສານ ຮສສ