Saturday, July 26, 2025
Homeຂ່າວພາຍໃນADB ສະໜອງທຶນ 50 ລ້ານໂດລາ ໃນໂຄງການລະບົບອາຫານກະສິກຳແບບຍືນຍົງ

ADB ສະໜອງທຶນ 50 ລ້ານໂດລາ ໃນໂຄງການລະບົບອາຫານກະສິກຳແບບຍືນຍົງ

ລັດຖະບານລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ລົງນາມໃນສັນຍາການສະໜອງທຶນ 50 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນສຳລັບໂຄງການລະບົບອາຫານກະສິກຳແບບຍືນຍົງຢູ່ ສປປ ລາວ ໂຄງການດັ່ງກ່າວຈະປະກອບສ່ວນໃນການເລັ່ງການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ບັນດາຄົວເຮືອນ ແລະ ທຸລະກິດກະສິກຳ.

ທຶນດັ່ງກ່າວ ປະກອບມີທຶນຊ່ວຍເຫຼືອລ້າ 13 ລ້ານໂດລາສະຫະລັດ ຈາກກອງທຶນພັດ ທະນາອາຊີ ADB ແລະ ກອງທຶນດິນຟ້າອາກາດສີຂຽວ ໂດຍຜ່ານກອງທຶນເພື່ອການຮ່ວມມືດ້ານຄວາມເຂັ້ມແຂງຂອງຊຸມຊົນ ແລະ ຈະຮັບການຈັດຕັ້ງປະຕິບັດໂດຍກະ ຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ທະ ນາຄານແຫ່ງ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ກ່າວໃນພິທີລົງ ນາມການສະໜອງທຶນດັ່ງກ່າວວ່າ: “ໂຄງການດັ່ງກ່າວຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເລັ່ງການຂະຫຍາຍຕົວຂອງຂະ ແໜງກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ແກ່ບັນດາຄົວເຮືອນ ແລະ ທຸລະກິດກະສິກຳ ໃນນາມລັດຖະບານແຫ່ງ ສປປ ລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງຄູ່ຮ່ວມພັດທະນາຂອງພວກເຮົາ ໂດຍສະເພາະແມ່ນ ADB ແລະ ສະຫະພາບເອີຣົບທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຢ່າງຕໍ່ເນື່ອງ”.

ໂຄງການນີ້ຍັງຈະຊ່ວຍປັບປຸງ ຄວາມທົນທານຕໍ່ສະພາບດິນຟ້າອາກາດ ຄວາມໝັ້ນຄົງດ້ານສະບຽງອາຫານ ໂພຊະນາການ ແລະ ລາຍຮັບຂອງຄົວເຮືອນໃນ ສປປ ລາວ ຈະເສີມຂະຫຍາຍລະບົບອາຫານກະສິກຳ ທີ່ມຸ່ງອອກສູ່ຕະຫຼາດພາຍໃນ ແລະ ສົ່ງອອກສິນຄ້າທີ່ມີມູນຄ່າສູງ ການລົງທຶນໃນດ້ານການເງິນເພື່ອການຄ້າ ການບໍລິການດ້ານວິຊາການເປັນລາຍບຸກຄົນ ພື້ນຖານໂຄງລ່າງຂະໜາດນ້ອຍ ແລະ ຄວາມປອດໄພດ້ານອາຫານ ຈະໄດ້ຮັບການສະໜອງ ເພື່ອສະໜັບສະໜູນບັນດາຈຸດປະສົງເຫຼົ່ານີ້ໃຫ້ບັນລຸຕາມຄາດໝາຍ.

ທ່ານ ນາງ ແຊນນີ ແຄມເບວ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ ກ່າວຕື່ມວ່າ:“ໂດຍການສະໜັບສະໜູນຄວາມພະຍາຍາມແຫ່ງຊາດໃນການຫັນປ່ຽນລະບົບກະສິກຳ ໂຄງການດັ່ງກ່າວ ຈະສົ່ງຜົນດີຕໍ່ຊຸມຊົນ ແລະ ວິສາຫະກິດ ພ້ອມທັງເປັນການປະກອບສ່ວນຊຸກຍູ້ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງປະເທດ” “ໂຄງການນີ້ແມ່ນອົງປະກອບທີ່ສໍາຄັນຂອງແຜນງານສຳລັບປະເທດຂອງ ADB ໃນການສະໜັບສະໜູນວາລະການພັດທະນາເສດຖະກິດ ແລະ ສັງຄົມຂອງລັດຖະບານ.”

ພິທີລົງນາມດັ່ງກ່າວຈັດຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ເຊິ່ງຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ແລະ ຕາງໜ້າ ADB ລົງນາມໂດຍທ່ານ ນາງ ແຊນນີ ແຄມເບວ ມີບັນດາຜູ້ຕາງໜ້າອົງການຈັດຕັ້ງລັດຖະບານ ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments