Wednesday, July 23, 2025
Homeຂ່າວໜ້າໜຶ່ງແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.

ໃນພິທີ, ສະຫາຍ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານ ແລະ ຜົນງານ ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະຕະຫຼອດໄລຍະ 70 ປີຜ່ານມາ ເວົ້າລວມ, ເວົ້າສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງລວມຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະຫະພັນແມ່ຍິງ ໃນໄລຍະ ປີ 1976-2015; ຜົນງານພົ້ນເດັ່ນຂອງແມ່ຍິງລາວ ໄລຍະປີ 2016-2025 ຊຶ່ງໃນແຕ່ລະໄລຍະ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ຖືສຳຄັນ ຕໍ່ການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສັງລວມແລ້ວ, ສະຫະພັນແມ່ຍິງລາວໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນທຸກຂົງເຂດວຽກງານແລະ ເປັນກຳລັງສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະຫະພັນແມ່ຍິງ ຫສນຍ ໄດ້ເອົາໃຈໃສ່ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນຢ່າງດີ. ສິ່ງດັ່ງກ່າວ ເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ ຫສນຍ ບົນພື້ນຖານການປະຕິບັດໜ້າທີ່ ຄຽງບ່າຄຽງໄຫ່ກັບອ້າຍນ້ອງເພດຊາຍ. ອັນສຳຄັນ, ສະຫາຍໄດ້ມີຄຳເຫັນເນັ້ນໜັກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມວຽກງານການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ພາຍໃນ, ປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໂດຍສະເພາະ ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ມີຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ; ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງເອື້ອຍນ້ອງຍິງ, ເຮັດໃຫ້ເອື້ອຍນ້ອງຍິງ ມີບົດບາດ ແລະ ປະກອບໃນຕຳແໜ່ງທີ່ສຳຄັນຂອງພັກ-ລັດ ຂັ້ນຕ່າງໆ.

ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້, ສະຫະພັນແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາຕ່າງໆ ຕື່ມອີກ ເປັນຕົ້ນ ການວາງສະແດງ-ຈຳໜ່າຍສິນຄ້າ ຂອງບັນດາແຂວງ ໃນໂອກາດດຳເນີນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025; ທັດສະນະສຶກສາ ທີ່ອານຸສອນສະຖານ ປະທານ ສຸພານຸວົງແລະ ສັກວັກຊິນກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments