Wednesday, July 23, 2025
Homeຂ່າວດ່ວນຫລາຍບ້ານ ຂອງເມືອງຄູນຄຳ ໄດ້ຮັບຜົນກະທົບຈາກພະຍຸວິພາ

ຫລາຍບ້ານ ຂອງເມືອງຄູນຄຳ ໄດ້ຮັບຜົນກະທົບຈາກພະຍຸວິພາ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ລະຫວ່າງວັນທີ 21-22 ກໍລະກົດ 2025, ແຂວງຄຳມ່ວນ ໄດ້ຮັບອິດທິພົນຈາກພະຍຸວິພາ ເຮັດໃຫ້ຝົນຕົກໜັກ ເຮັດໃຫ້ປະລິມານນ້ຳໃນສາຍນ້ຳຕ່າງເພີ່ມຂຶ້ນ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ ແລະ ເຮືອນຊານຂອງປະຊາຊົນຢູ່ລຽບຕາມແຄມນ້ຳ ແລະ ເຂດພື້ນທີ່ຕໍ່າ ໂດຍສະເພາະ ເມືອງຄູນຄຳ ເຮັດໃຫ້ນໍ້ານອນ, ນໍ້າສາງ ທີ່ເປັນສາຂາຂອງນໍ້າຫີນບູນຕອນເທິງ ໄດ້ເພີ່ມຂຶ້ນສູງ ບວກກັບນໍ້າຝົນທີ່ໄຫລລົງມາຈາກພູໄຮ, ພູມອນ ໄດ້ເຮັດໃຫ້ນໍ້າໄຫລເຂົ້າຖ້ວມ ເນື້ອທີ່ນາປີຂອງປະຊາຊົນ ແລະ ຖ້ວມເຮືອນປະຊາຊົນທີ່ຢູ່ພື້ນທີ່ຕໍ່າຕາມແຄມນໍ້ານອນ, ນໍ້າສາງສາງ ປັດຈຸບັນນໍ້າໄດ້ຖ້ວມເສັ້ນທາງໄປຖໍ້າກອງລໍ ແຕ່ບ້ານນາຄຳ ຫາ ບ້ານນາກາງ ໄລຍະທາງ 1 ກິໂລແມັດ, ລົດຈັກ, ລົດໃຫຍ່ບໍ່ສາມາດສັນຈອນໄດ້.

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຕໍ່ກັບເຫດການດັ່ງກ່າວ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງຄູນຄຳ ໄດ້ລົງແກ້ໄຂການສັນຈອນສຸກເສີນ ໂດຍໄດ້ນຳໃຊ້ລົດໄຖນາເດີນຕາມ, ເຮືອຈັກຫາງຍາວ ບໍລິການຂົນສົ່ງພາຫະນະລົດຈັກ ແລະ ຄົນ ຂ້າມໄປ-ມາ ມາຮອດວັນທີ 22 ລະດັບນໍ້າຍັງສືບຕໍ່ສູງຂຶ້ນເລື້ອຍໆ ຄາດວ່າຈະຖ້ວມມາຮອດ 3 ແຍກທາງເຂົ້າບ້ານນາເມືອງ ໄລຍະທາງ 5 ກິໂລແມັດ ແລະ ນໍ້າໄດ້ໄຫລເຂົ້າຖ້ວມເຮືອນປະຊາຊົນຈໍານວນໝຶ່ງ ທີ່ເປັນຟື້ນທີ່ຕໍ່າ ລຽບຕາມແຄມນໍ້ານອນມີ 2 ຈຸດຄື: ບ້ານແກ້ງ (ຄຸ້ມນໍ້ານອນ), ບ້ານໂພນແຍງ-ມ່ວງເໜືອ, ຖ້ວມເນື້ອທີ່ນາປີຂອງປະຊາຊົນ 4 ບ້ານຄື: ບ້ານນາກາງ, ບ້ານແກ້ງ-ນໍ້ານອນ, ບ້ານໂພນແຍງ-ມ່ວງເໜືອ, ບ້ານກູບ ແລະ ວັດ 1 ແຫ່ງຄື: ບ້ານແກ້ງ (ວັດຄຸ້ມນໍ້ານອນ).

ສຳລັບເນື້ອທີ່ທຳການຜະລິດຂອງປະຊາຊົນ ທີ່ຖືກຖ້ວມ ປັດຈຸບັນ ພວມເກັບກຳຂໍ້ມູນ ພ້ອມນີ້ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ມອບໝາຍໃຫ້ຄະນະພັກອຳນາດການປົກຄອງບ້ານເປັນເຈົ້າການເຝົ້າລະວັງຕິດຕາມນໍ້າຂຶ້ນ ແຕ່ວັນທີ 22-25 ກໍລະກົດ 2025 ພ້ອມທັງໃຫ້ປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ຖືກນໍ້າຖ້ວມໃຫ້ເອົາວັດຖຸອຸປະກອນເຄື່ອງໃຊ້ຄົວເຮືອນຂຶ້ນໄວ້ທີ່ສູງ ແລະ ຍົກຍ້າຍສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ມອບໃຫ້ກອງເລຂາປະຈຳການ ແລະ ລົງເກັບກໍາຂໍ້ມູນນໍ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນໃຫ້ລະອຽດໃຫ້ໄວ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ, ທັງນີ້ກໍເພື່ອກຽມພ້ອມວັດຖຸພາຫະນະ, ກຳລັງພົນ ຖ້າຫາກເກີດເຫດການທີ່ຮຸນແຮງ ເພື່ອເຂົ້າຊ່ວຍເຫລືອປະຊາຊົນໃຫ້ທັນກັບສະພາບການ ໄພພິບັດທີ່ອາດເກີດຂຶ້ນໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments