ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ຍອຍສາຍຄໍາ ປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ວທ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ບັນຫາທີ່ສໍາຄັນຕົ້ນຕໍ ຈະໄດ້ຮັບຟັງ ແລະ ພ້ອມກັນສັງເກດຕີລາຄາຮັບຮອງເອົາບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງສະຫະພັນກໍາມະບານ ກະຊວງ ວທ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ; ຈາກນັ້ນ ສະຫາຍ ຄູນສະຫວັດ ຊຸ່ມມະນີວົງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ວທ ໄດ້ສະຫຼຸບຕີລາຄາ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານສະຫະພັນກຳມະບານກະຊວງ ວທ ໃນໄລຍະ 5 ຜ່ານມາ, ປັດຈຸບັນສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ມີ 22 ໜ່ວຍກຳມະບານຮາກຖານ, ສະມາຊິກກຳມະບານທັງໝົດ 851 ສະຫາຍ ຍິງ 396 ສະຫາຍ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຍັງ 11 ສະຫາຍ ຍິງ 3 ສະຫາຍ. ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ວທ ຖືສຳຄັນວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໂດຍໄດ້ເອົາໃຈໃສ່ເປັນພິເສດ ໃນການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ກັບພະນັກງານ-ລັດຖະກອນ, ສະມາຊິກກຳມະບານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍ ກໍຄືບັນດານິຕິກຳຕ່າງໆ ຂອງລັດດ້ວຍຫຼາຍຮູບການ. ການເຄື່ອນໄຫວວຽກງານວິຊາສະເພາະ ສະມາຊິກກຳມະບານຂົງເຂດເສນາ ໄດ້ເອົາໃຈໃສ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາ ກະຊວງ ໂດຍສົມທົບກັບທຸກພາກສ່ວນທີ່ທ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ລວມທັງສູນກາງ ແລະ ທ້ອງຖິ່ນ ກໍຄືບັນດາກົມກອງອ້ອມຂ້າງກະຊວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທຸກວຽກງານ, ພ້ອມນີ້ກໍໄດ້ພັດທະນາລະບົບຄຸ້ມຄອງ ແລະ ຕິດຕາມເອກະສານ E-Office ຕາມທິດຫັນເປັນທັນສະໄໝ ມີຄວາມວ່ອງໄວທັນການ, ຄຸ້ມຄອງຊັບສິນຂອງກະຊວງ, ໄດ້ສໍາເລັດຕິດຕາມການສ້ອມແປງຕຶກອາຄານຕ່າງໆເຊັ່ນ: ຫໍສະໝຸດ, ຫໍພິພິທະພັນ, ຫ້ອງປະຊຸມສະຖາບັນວິຈິດສິນ, ຕຶກທ່ອງທ່ຽວ ລວມທັງພາຫານະຮັບໃຊ້ກະຊວງ ໃຫ້ນໍາໃຊ້ໄດ້ຢ່າງປົກກະຕິ ແລະ ເອົາໃຈໃສ່ຄຸ້ມຄອງງົບປະມານ ກອງທຶນຂອງລັດ ແລະ ລາຍຮັບວິຊາການຂອງກະຊວງຢ່າງມີແບບແຜນ ແລະ ເຂັ້ມງວດ ດ້ວຍການຄົ້ນຄວ້າສະເໜີນໍາໃຊ້ງົບປະມານຢ່າງປະຢັດມັດທະຍັດ ຖືກຕ້ອງສອດຄ່ອງຕາມລະບຽບກະຊວງການເງິນວາງອອກ. ຂົງເຂດວັດທະນະທໍາ ໄດ້ນໍາເອົາມະຕິ 25 ຂອງພັກວ່າດ້ວຍວຽກງານວັດທະນະທໍາ ເພື່ອຈັດຕັ້ງຜັນຂະຫຍາຍ ໃນການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍກໍຄືການພັດທະນາວຽກງານ ວັດທະນະທຳ ໃຫ້ມີຫຼາຍສີສັນ ທີ່ມີລັກສະນະຊາດ ມະຫາຊົນ ແລະ ກ້າວໜ້າ ມູນເຊື້ອອັນດີງາມຂອງຊາດ ແລະ ຄຸນຄ່າມໍຣະດົກວັດທະນະທໍາອັນລໍ້າຄ່າ ໄດ້ຮັບການອະນຸລັກ, ສືບທອດ ແລະ ຟື້ນຟູ ຢ່າງຕໍ່ເນື່ອງ ເຮັດໃຫ້ວຽກງານ ວັດທະນະທຳ ມີການຂະຫຍາຍຕົວຢ່າງກວ້າງຂວາງຂຶ້ນເລື້ອຍໆ.

ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ, ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສກບ. ກະຊວງ ວທ ຊຸດທີ IX ຈໍານວນ 11 ສະຫາຍ, ໂດຍກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນ ເລືອກເອົາ ສະຫາຍ ບ້ຽວ ໄຊຍະວົງ ເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ; ສະຫາຍ ນາງ ລັດດາວັນ ດວງດາລາ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ວົງເດືອນ ແກ້ວສຸລິວົງ ຮອງປະທານ. ໃນນີ້ ຄະນະກວດກາປະກອບມີ: ສະຫາຍ ນາງ ລັດດາວັນ ດວງດາລາ ປະທານກວດກາ; ຮອງປະທານກວດກາມີ 2 ສະຫາຍ ຄື: ສະຫາຍ ສົມໄຊ ສີປະເສີດ ແລະ ສະຫາຍ ຄໍາຫຼ້າ ບຸນຫງຽມ ແລະ ສະຫາຍ ນາງ ວອນສະໜິດ ເປັນຄະນະກຳມະການກວດກາ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ ຊຸດໃໝ່ຄັ້ງນີ້, ຕ້ອງໃຫ້ປະກອບມີທັງ ຜູ້ເກົ່າ, ຜູ້ໃໝ່, ມີທັງຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ແລະ ໃຫ້ມີເຜົ່າ ເພື່ອໃຫ້ສາມາດສືບທອດການນໍາພາ-ຊີ້ນໍາຕໍ່ໄປໄດ້ ຊຶ່ງພາຍຫຼັງສຳເລັດການຄັດເລືອກແລ້ວ ຄະນະຊຸດໃໝ່ຕ້ອງເອົາໃຈໃສ່ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຊັດເຈນ, ຈະແຈ້ງແຕ່ຫົວທີ່ ເພື່ອໃຫ້ວຽກງານສາມາດດຳເນີນໄປຢ່າງສອດຄ່ອງຕາມພາລະບົດບາດ ຂອງແຕ່ລະສະຫາຍ ໂດຍສະເພາະການປຶກສາຫາລືຮ່ວມກັນ ເປັນເອກະພາບຮ່ວມກັນ ໃນການສ້າງແຜນການເຄື່ອນໄຫວການຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ (2026-2030) ໃຫ້ປະກົດຜົນເປັນຈິງເພື່ອບັນລຸຕາມຄາດໝາຍທີ່ກໍານົດໄວ້.