ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ແຜນ ການຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດ ຂອງ 2 ສູນກາງພັກ ລາວ-ຈີນ ປະຈຳປີ 2025 ກໍຄື ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028, ຄະນະຜູ້ແທນ ຂອງພັກກອມມູນິດຈີນ ນຳໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 16-18 ກໍລະກົດ 2025.
ໃນວັນທີ 17 ກໍລະກົດ 2025 ນີ້, ສະຫາຍ ເສີນໂຈ ໄດ້ພົບປະເຮັດວຽກກັບ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ-ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ເສີນໂຈ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະຜ່ານມາ ກໍຄື ການປະສານສົມທົບກັນ ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນການຊຸກຍູ້ຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ບັນດາແຜນການຮ່ວມມື ລະຫວ່າງ ສອງພັກ ແລະ ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ທີ່ການນຳສອງພັກ, ສອງລັດ ລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ປະກົດຜົນເປັນຈິງ ແລະ ປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ລະຫວ່າງ ສອງພັກ ໃນຕໍ່ໜ້າ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ເສີນໂຈ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ; ພົບປະກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມທັງໄດ້ຮ່ວມກັນ ຈັດກອງປະຊຸມແລກປ່ຽນບົດຮຽນກັບ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຢ້ຽມຢາມໂຄງການຮ່ວມມື ລາວ-ຈີນ ທີ່ສໍາຄັນຈໍານວນໜຶ່ງ ຢູ່ນະຄອນຫລວງວຽງຈັນ ຕື່ມອີກ.
ຂ່າວ-ພາບ: ຄຕພ