Tuesday, July 22, 2025
Homeຂ່າວພາຍໃນຈະເກີດເປັນວິກິດການແທ້ບໍ? ເມື່ອໄວໜຸ່ມຖືກປິດກັ້ນທາງເລືອກໃນຊີວິດ

ຈະເກີດເປັນວິກິດການແທ້ບໍ? ເມື່ອໄວໜຸ່ມຖືກປິດກັ້ນທາງເລືອກໃນຊີວິດ

ເນື່ອງໃນໂອກາດວັນປະຊາກອນໂລກ, ທ່ານ ປີໂອ ສະມິດ  (Mr. Pio Smith), ຜູ້ອຳນວຍການປະຈຳພາກພື້ນອາຊີ ແລະ ປາຊີຟິກ ອົງການສະຫະປະຊາຊາດ ກອງທຶນປະຊາກອນ (UNFPA), ຮຽກຮ້ອງໃຫ້ມີລະບົບສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນທົ່ວພາກພື້ນໃຫ້ມີຄວາມສາມາດຕັດສິນໃຈດ້ວຍຕົນເອງກ່ຽວກັບອະນາຄົດຂອງເຂົາເຈົ້າ, ໂດຍພໍ່-ແມ່ ແມ່ນເປັນທາງເລືອກບໍ່ແມ່ນເປັນຄວາມສ່ຽງ ຫລື ເປັນພາລະ. 
ໃນທົ່ວຂົງເຂດອາຊີ ແລະ ປາຊີຟິກ, ອັດຕາການເກີດແມ່ນກຳລັງຫລຸດລົງ, ຫລາຍຫົວຂໍ້ຂ່າວເຕືອນກ່ຽວກັບການລົ້ມສະຫລາຍຂອງປະຊາກອນ ແລະ ໄວໜຸ່ມແມ່ນກຸ່ມທີ່ຖືກສັງຄົມຕຳນິວ່າ ບໍ່ສົນໃຈທີ່ຈະມີລູກ. ຢ່າງໃດກໍ່ຕາມ, ວິກິດການທີ່ແທ້ຈິງບໍ່ແມ່ນກ່ຽວກັບການມີລູກຫລາຍຄົນເກີນໄປ ຫລື ມີລູກໜ້ອຍເກີນໄປ. ບັນຫາທີ່ແທ້ຈິງແມ່ນກ່ຽວກັບໄວໜຸ່ມສາມາດກຳນົດຊີວິດຄອບຄົວໄດ້ວ່າຈະສ້າງຄອບຄົວຕອນໃດ ແລະ ແບບໃດຕາມແບບທີ່ນິຍົມຂອງພວກເຂົາຕ້ອງການ, ມີໄວໜຸ່ມຈຳນວນຫລາຍຄົນມັກຕັ້ງຄຳຖາມວ່າ: ຂ້ອຍສາມາດສ້າງຊີວິດຕາມແບບທີ່ຂ້ອຍຕ້ອງການໄດ້ບໍ່? ຄຳຕອບກໍ່ຄື: “ບໍ່”. ນີ້ແມ່ນເລື່ອງລາວກ່ຽວກັບການເກີດທີ່ພວກເຮົາຕ້ອງການບອກເລົ່າ ເຊິ່ງມັນບໍ່ແມ່ນເລື່ອງທີ່ເກີດມາຈາກຄວາມວິຕົກກັງວົນ,  ແຕ່ມັນກ່ຽວກັບຄວາມຈຳເປັນອັນຮີບດ່ວນທີ່ພວກເຮົາຕ້ອງສົ່ງເສີມສິດທິຄວາມສາມາດດ້ານການຈະເລີນພັນ ແລະ ທາງເລືອກທີ່ແທ້ຈິງ. 
ຢູ່ຫລາຍພາກພື້ນ ແລະ ທົ່ວໂລກ, ໄວໜຸ່ມມັກຖືກກີດກັນຈາກການເປັນພໍ່-ແມ່ ຫລື ຖືກບັງຄັບໃຫ້ກາຍເປັນພໍ່-ແມ່ ພາຍໃຕ້ລະບົບທີ່ບໍ່ເປັນມິດ. ສິ່ງເຫລົ່ານີ້ ລວມເຖິງລະບົບທີ່ບັງຄັບໃຫ້ເດັກຍິງຕ້ອງກາຍເປັນແມ່ກ່ອນໄວອັນຄວນ ໂດຍບໍ່ມີສິດເຂົ້າເຖິງການຄຸມກຳເນີດ ຫລື ການສຶກສາ, ລະບົບທີ່ເຮັດໃຫ້ຄູ່ຮັກ (ຄູ່ຜົວເມຍ) ຕ້ອງເລື່ອນການມີລູກເພາະຄວາມບໍ່ໝັ້ນຄົງໃນໜ້າທີ່ວຽກງານ, ທີ່ຢູ່ອາໄສທີ່ແພງເກີນໄປ ຫລື ບົດບາດຍິງຊາຍທີ່ເຄັ່ງຄັດ. ນອກຈາກນີ້, ຍັງມີການກີດກັນໄວໜຸ່ມຍ້ອນຄຳຖາມທີ່ວ່າ: ເຂົາເຈົ້າແມ່ນໃຜ, ເຂົາເຈົ້າຮັກໃຜ, ຫລື ເຂົາເຈົ້າອາໄສຢູ່ໃສ ?. 
ສອງສາມເດືອນທີ່ຜ່ານມາ, ຂ້ອຍໄດ້ມີໂອກາດໂອ້ລົມແມ່ຍິງຄົນໜຶ່ງ ເຊິ່ງລາວມີລູກແຕ່ອາຍຸ 17 ປີ ຢູ່ເຂດຫ່າງໄກສອກຫລີກແຫ່ງໜຶ່ງ ໃນປະເທດວານົວຕູ. ລາວໄດ້ໃຊ້ເວລາຫລາຍຊົ່ວໂມງ ຍ່າງໄປຄຣີນິກທີ່ໃກ້ທີ່ສຸດສຳລັບລາວ . ນີ້ແມ່ນຄັ້ງທຳອິດທີ່ລາວໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບໃນຖານະເປັນຄົນໄວໜຸ່ມ, ໃນສະຖານທີ່ແຫ່ງນີ້ ບໍ່ມີການສະໜອງການບໍລິການວາງແຜນຄອບຄົວ ແລະ ບໍ່ໃຫ້ບໍລິການດູແລກ່ອນເກີດ. ເຖິງຈະເປັນແນວນັ້ນກໍຕາມ, ລາວໄດ້ເວົ້າເຖິງຄວາມຝັນຂອງຕົນທີ່ຢາກຮຽນຈົບການສຶກສາ ແລະ ເປັນຄູສອນ. ຄວາມມຸ່ງຫວັງຂອງລາວບໍ່ແມ່ນເລື່ອງພິເສດ, ແຕ່ອຸປະສັກທີ່ຂັດຂວາງຄວາມຝັນຂອງລາວນັ້ນ ແມ່ນພິເສດແທ້ໆ. 
ເລື່ອງລາວປະເພດນີ້ ບໍ່ແມ່ນເລື່ອງແປກ, ມັນໄດ້ສົ່ງສຽງສະທ້ອນໄປທົ່ວພາກພື້ນ. ຕົວຢ່າງເຊັ່ນ: ຫລາຍກວ່າ 40% ຂອງການຖືພາໃນໄວໜຸ່ມແມ່ນເກີດຂຶ້ນ ໂດຍບໍ່ໄດ້ຕັ້ງໃຈ ແລະ ມີໄວໜຸ່ມທີ່ມີເພດສຳພັນ ໂດຍທີ່ຍັງບໍ່ໄດ້ແຕ່ງງານພຽງໜຶ່ງໃນສີ່ເທົ່ານັ້ນ ທີ່ໄດ້ນຳໃຊ້ການວາງແຜນຄອບຄົວແບບທັນສະໄໝ. ໃນເຂດຊົນນະບົດ, ທີ່ມີຄວາມຂັດແຍ່ງ ແລະ ທ່າມກາງກຸ່ມຄົນດ້ອຍໂອກາດ, ອຸປະສັກທີ່ໄວໜຸ່ມກໍາລັງຜະເຊີນແມ່ນໜັກໜ່ວງຫລາຍກວ່າບ່ອນອື່ນ. ໃນນັ້ນ, ອຸປະສັກທີ່ໃຫຍ່ຫລວງແມ່ນຢູ່ໃນກຸ່ມປະຊາກອນເຄື່ອນຍ້າຍຖິ່ນຖານ, ໄວໜຸ່ມທີ່ມີຄວາມຫລາກຫລາຍທາງເພດ (LGBTQIA+), ໄວໜຸ່ມພິການ ແລະ ກຸ່ມຊົນເຜົ່າ. 
ໃນບາງປະເທດ, ອະຄະຕິທາງສັງຄົມ ແລະ ຂໍ້ຈຳກັດທາງກົດໝາຍໄດ້ກາຍເປັນສິ່ງກີດຂວາງບໍ່ໃຫ້ໄວໜຸ່ມເຂົ້າເຖິງການດູແລສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ໃນຂະນະທີ່ບ່ອນອື່ນໆ, ບັນທັດຖານທາງເພດທີ່ເຄັ່ງຄັດ, ໂດຍສະເພາະສຳລັບກຸ່ມໄວໜຸ່ມທີ່ຍັງບໍ່ໄດ້ແຕ່ງງານ, ກໍເປັນອີກສາເຫດໜຶ່ງ. ຍິ່ງໄປກວ່ານັ້ນ, ໃນເຂດທີ່ໄດ້ຮັບຜົນກະທົບຈາກວິກິດການ, ການບໍລິການເຫລົ່ານີ້ ແມ່ນບໍ່ສາມາດສະໜອງ ຫລື ບໍ່ມີສະໜອງຢູ່ເລີຍ, ສິ່ງເຫລົ່ານີ້ ບໍ່ພຽງແຕ່ເປັນຊ່ອງຫວ່າງທາງດ້ານສຸຂະພາບເທົ່ານັ້ນ ແຕ່ມັນຍັງແມ່ນຄວາມບົກພ່ອງທາງດ້ານຄວາມຍຸຕິທຳ.  
ເຖິງແມ່ນວ່າຫລາຍບ່ອນສາມາດສະໜອງການບໍລິການໄດ້ແຕ່ຄວາມບໍ່ໝັ້ນຄົງທາງເສດຖະກິດ, ພາລະການດູແລ ແລະ ຄວາມຄາດຫວັງຂອງສັງຄົມ ຍັງຄົງເປັນອຸປະສັກຕໍ່ການຕັດສິນໃຈກ່ຽວກັບການຈະເລີນພັນ. ບົດລາຍງານສະຖານະພາບ ປະຊາກອນໂລກປະຈຳປີ 2025 ຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຊີ້ໃຫ້ເຫັນວ່າ ໃນປະເທດໄທ, ເຊິ່ງເປັນປະເທດທີ່ຄົນສ່ວນໃຫຍ່ຕ້ອງການມີລູກສອງຄົນ ຫລື ຫລາຍກວ່ານັ້ນ, ອັດຕາການເກີດລູກໃນປະເທດນີ້ ໄດ້ຫລຸດລົງເຫລືອພຽງ 1,2 ຄົນຕໍ່ແມ່ຍິງໜຶ່ງຄົນ. ສ່ວນໃນປະເທດ ສາທາລະນະລັດເກົາຫລີ, ອັດຕາການເກີດລູກ ມີພຽງ 0,8 ເຊິ່ງເປັນອັດຕາທີ່ຕໍ່າທີ່ສຸດໃນໂລກ ບໍ່ແມ່ນຍ້ອນວ່າ ປະຊາຊົນປະຕິເສດການເປັນພໍ່ແມ່, ແຕ່ຍ້ອນສະພາບແວດລ້ອມທີ່ຢູ່ອ້ອມຂ້າງພວກເຂົາຂັດຂວາງບໍ່ໃຫ້ພວກເຂົາບັນລຸຄວາມມຸ່ງຫວັງຂອງພວກເຂົາ. 
ຄວາມອາດສາມາດໃນດ້ານການຈະເລີນພັນມີຄວາມໝາຍຫລາຍກວ່າການເຂົ້າເຖິງການບໍລິການ, ຄວາມຈິງແລ້ວມັນໝາຍ ເຖິງສິດໃນການຕັດສິນໃຈບົນພື້ນ ຖານຂໍ້ມູນທີ່ຄົບຖ້ວນ, ປາສະຈາກອະຄະຕິ, ການຈຳແນກ ແລະ ການບັງຄັບ. ໃນນີ້, ມັນໝາຍເຖິງຄວາມສາມາດໃນການສ້າງຄອບຄົວ ຫລື ບໍ່ສ້າງຢ່າງປອດໄພ, ມີກຽດ ແລະ ດ້ວຍຄວາມຫວັງ. ປັດຈຸບັນນີ້, ໄວໜຸ່ມກຳລັງເດີນທາງຢູ່ໃນໂລກທີ່ເຕັມໄປດ້ວຍໄພພິບັດຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມບໍ່ໝັ້ນຄົງທາງເສດຖະກິດ ແລະ ຄວາມຂັດແຍ່ງທີ່ເພີ່ມຂຶ້ນ. ຫລາຍຄົນຮູ້ສຶກວ່າ ພວກເຂົາໄດ້ຮັບມໍລະດົກອະນາຄົດທີ່ມີຄວາມສ່ຽງກວ່າໃນໄລຍະຂອງພໍ່ແມ່ຂອງພວກເຂົາ ເຊິ່ງເປັນອະນາຄົດທີ່ຖືກກຳນົດໂດຍການຕັດສິນໃຈທີ່ພວກເຂົາບໍ່ໄດ້ເຂົ້າຮ່ວມ ແລະ ເມື່ອຄວາມຫວັງຫາຍໄປ, ຄວາມຕັ້ງໃຈທີ່ຈະນຳພາເດັກນ້ອຍເຂົ້າມາໃນໂລກກໍຫາຍໄປນຳ. ແຕ່ສິ່ງນີ້ແມ່ນສິ່ງທີ່ສາມາດຫລີກລ້ຽງ. 
ຖ້າພວກເຮົາຕ້ອງການເຫັນຄອບຄົວທີ່ເຂັ້ມແຂງຂຶ້ນ ແລະ ສັງ ຄົມທີ່ມີພູມຕ້ານທານທີ່ດີ, ພວກເຮົາຕ້ອງສ້າງເງື່ອນໄຂທີ່ເຮັດໃຫ້ທຸກຄົນສາມາດເລືອກໄດ້ ແລະ ມີຄວາມຫວັງ. ນັ້ນໝາຍເຖິງການສະໜອງບໍລິການສຸຂະພາບທີ່ເປັນມິດຕໍ່ກັບໄວໜຸ່ມ ແລະ ເພດສຶກສາແບບຄົບຖ້ວນ ແລະ ຮອບດ້ານ, ພ້ອມທັງວຽກທີ່ເໝາະສົມ, ທີ່ຢູ່ອາໄສທີ່ບໍ່ແພງເກີນໄປ ແລະ ມີໄລຍະລາພັກລ້ຽງລູກທີ່ພຽງພໍ. ນອກຈາກນີ້, ສິ່ງທີ່ກ່າວມາຂ້າງເທິງນັ້ນ ມັນຍັງໝາຍເຖິງການສ້າງພື້ນທີ່ດິຈິຕອນທີ່ປອດໄພ ແລະ ສຳລັບໝົດທຸກຄົນ ແລະ ລະບົບການສຶກສາທີ່ສະໜອງເຄື່ອງມືໃຫ້ໄວໜຸ່ມກາຍເປັນຜູ້ນຳພາ ແລະ ຊ່ວຍເຫລືອເຂົາໃຫ້ມີຄວາມຈະເລີນກ້າວໜ້າ. ຄຽງຄູ່ກັນນີິ້, ມັນຍັງໝາຍເຖິງການລົງທຶນໃສ່ການແກ້ໄຂບັນຫາໂດຍໄວໜຸ່ມເອງ, ການໃຫ້ຄຳປຶກສາ ແລະ ການສ້າງພາວະການເປັນຜູ້ນຳສິ່ງເຫລົ່ານີ້ ຕ້ອງຖືກກຳນົດໃຫ້ເປັນບູລິມະສິດບໍ່ແມ່ນຈະກຳນົດເປັນບູມະສິດໃນພາຍຫລັງ. 
ທັງໝົດເຫລົ່ານີ້ ບໍ່ສາມາດບັນລຸໄດ້ດ້ວຍການວາງນະໂຍບາຍຊຸກຍູ້ພຽງຄັ້ງດຽວ ຫລ່ື ນະໂຍບາຍແບບຕອບໂຕ້. ມັນຮຽກຮ້ອງໃຫ້ມີການລົງທຶນຢ່າງຕໍ່ເນື່ອງ ແລະ ໄລຍະຍາວໃນລະບົບທີ່ສ້າງຂຶ້ນ ເພື່ອສົ່ງເສີມສິດທິ ແລະ ກຽດສັກສີ, ເຊິ່ງບໍ່່ກ່ຽວຂ້ອງກັບອັດຕາການຈະເລີນພັນ. ພວກເຮົາຕ້ອງຢຸດຕິຄວາມພະຍາຍາມທີ່ຈະແກ້ໄຂ ອັດຕາການຈະເລີນພັນ, ສິ່ງທີ່ຕ້ອງແກ້ໄຂແມ່ນລະບົບທີ່ກຳລັງສ້າງຄວາມເສຍຫາຍໃຫ້ແກ່ຊາວໜຸ່ມຂອງພວກເຮົາ.ໄວໜຸ່ມຄົນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນບົດລາຍງານສະພາບປະຊາກອນໂລກປະຈຳປີນີ້ ໄດ້ກ່າວໄວ້ຢ່າງຖືກຕ້ອງທີ່ສຸດວ່າ: “ກ່ອນທີ່ຂ້ອຍຈະນໍາພາເດັກນ້ອຍເຂົ້າມາໃນໂລກນີ້, ຂ້ອຍຕ້ອງຕໍ່ສູ້ ເພື່ອສິດທິທີ່ຈະເຮັດແນວນັ້ນຕາມເງື່ອນໄຂຂອງຕົວເອງ. ນີ້ບໍ່ແມ່ນພຽງແຕ່ການຕໍ່ສູ້ຂອງຂ້ອຍມັນແມ່ນການຕໍ່ສູ້ຂອງໄວໜຸ່ມຫລາຍພັນລ້ານຄົນທີ່ຖືກກັກຂັງຢູ່ໃນລະບົບທີ່ກີດກັ້ນສິດທິ ແລະ ກຽດສັກສີທີ່ພວກເຂົາຕ້ອງໄດ້ຮັບ.” 
ໃນວັນປະຊາກອນໂລກປີນີ້, ພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະຮັບຟັງຄຳຮຽກຮ້ອງຂ້າງເທິງນັ້ນ ແລະ ພະຍາຍາມຕອບສະໜອງຕໍ່ຂໍ້ຮຽກຮ້ອງດັ່ງກ່າວ. ຂໍໃຫ້ພວກເຮົາສ້າງພາກພື້ນທີ່ໄວໜຸ່ມທຸກຄົນມີອຳນາດ ແລະ ຄວາມສາມາດໃນການຕັດສິນໃຈກ່ຽວກັບອະນາຄົດຂອງຕົນເອງ, ການເປັນພໍ່-ແມ່ ແມ່ນການມີສິດທິໃນການເລືອກບໍ່ແມ່ນພາລະ ຫລື ຄວາມສ່ຽງ ແລະ ບ່ອນທີ່ອະນາຄົດຖືກສ້າງຂຶ້ນຈາກຄວາມຫວັງບໍ່ແມ່ນຍ້ອນຄວາມຢ້ານກົວ.
(ຂໍ້ມູນຈາກ: ອົງການ UNFPA)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments